Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລກະເສດສາດໂຕກຽວ (Tokyo University of Agriculture: Tokyo NODAI) ກໍາລັງຈະຈັດກອງປະຊຸມແລກປ່ຽນສໍາລັບນັກສຶກສານາໆຊາດຄັ້ງທີ 23 (The 23nd International Students Summit on Food, Agriculture and Environment: ISS) ພາຍໃຕ້ຫົວຂໍ້: “Youth Actions and Collaboration towards Resilient Food Systems and Environmental Conservation” ໃນລະຫວ່າງວັນທີ 31 ກໍລະກົດ - 3 ສິງຫາ 2024 ທີ່ ໂຕກຽວ, ປະເທດຍີ່ປຸ່ນ. ຈຸດປະສົງຂອງງານແມ່ນ ເພື່ອເປີດໂອກາດໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ແລກປ່ຽນແນວຄວາມຄິດຕໍ່ກັບບັນຫາ ການອາຫານ, ການກະເສດ ແລະ ສິ່ງແວດລ້ອມ ລວມໄປເຖິງການພັດທະນາແບບຍືນຍົງ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ທີ່ສັງກັດຢູ່ ຄະນະກະເສດສາດ, ຄະນະວິສະວະກໍາສາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດທໍາມະຊາດ ຫຼື ຄະນະວິທະຍາສາດປ່າໄມ້ ມຊ ຊັ້ນຮຽນປີທີ 2 ຂື້ນໄປ ແລະ ມີຜົນການຮຽນດີລະດັບເກຼດສະເລ່ຍ 3.00 ຂື້ນໄປ;
  2. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ;
  3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ;
  4. ມີຄວາມຮູ້ໃນດ້ານກະສິກໍາ, ວິທະຍາສາດອາຫານ ຫຼື ສິ່ງແວດລ້ອມ; ແລະ
  5. ຕ້ອງມີຄວາມສາມາດໃນການຂຽນ ພ້ອມທັງນໍາສະເໜີບົດທີ່ກ່ຽວຂ້ອງກັບຫົວຂໍ້ຂອງກອງປະຊຸມດັ່ງກ່າວໄດ້.

ຂັ້ນຕອນການສະໝັກ:

  1. ລົງທະບຽນເຂົ້າສໍາພາດ: Register   
  2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form  
  3. ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ: This email address is being protected from spambots. You need JavaScript enabled to view it. (ບໍ່ອະນຸຍາດໃຫ້ຕື່ມຟອມຜ່ານລິ້ງ Google Doc), ບໍ່ໃຫ້ກາຍວັນທີ 12 ກຸມພາ 2024 ເວລາ 16:00 ໂມງ.
  1. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ຈະໄດ້ຮັບອິເມວຕອບກັບພາຍໃນວັນທີ 12 ກຸມພາ 2024 ກ່ຽວກັບການນັດໝາຍໃຫ້ເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ).
  2. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ.
  3. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ມະຫາວິທະຍາໄລກະເສດສາດໂຕກຽວ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.

ໝາຍເຫດ: ມະຫາວິທະຍາໄລເຈົ້າພາບຈະຮັບຜິດຊອບ ຄ່າປີ້ຍົນໄປ-ກັບ, ການກິນຢູ່-ພັກເຊົາ ແລະ ການເດີນທາງພາຍໃນປະເທດຍີ່ປຸ່ນ ໃຫ້ແກ່ນັກສຶກສາທີ່ຖືກຄັດເລືອກໃຫ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຂໍ້ມູນເພີ່ມເຕີມ: ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ, ອິເມວ: This email address is being protected from spambots. You need JavaScript enabled to view it.