Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີນານຢາງ (Nanyang Technological University: NTU) ປະເທດສິງກະໂປ ກໍາລັງຈະຈັດໂຄງການແລກປ່ຽນການສຶກສາ ASEAN Summer @NTU Programme with TF LEaRN Scholarship 2024 ໃນລະຫວ່າງວັນທີ 26 ມິຖຸນາ - 27 ກໍລະກົດ 2024 ຊຶ່ງຈະຈັດຢູ່ 2 ປະເທດຄື: ວັນທີ 26 ມິຖຸນາ - 15 ກໍລະກົດ 2024 ແມ່ນຈະຈັດຢູ່ທີ່ ປະເທດສິງກະໂປ ແລະ ວັນທີ 15 – 27 ກໍລະກົດ 2024 ແມ່ນຈະຈັດຢູ່ທີ່ ຮ່າໂນ່ຍ, ສສ ຫວຽດນາມ, ໂດຍຢູ່ພາຍໃຕ້ການສະໜອງທຶນການສຶກສາຂອງ ມູນິທິເທມະເສກ (Temasek Foundation); ຊຶ່ງຈຸດປະສົງຫຼັກຂອງໂຄງການດັ່ງກ່າວ ແມ່ນເພື່ອໃຫ້ນັກສຶກສາມີໂອກາດໄດ້ສຶກສາຮຽນຮູ້ ສະເພາະດ້ານວິຊາການ ກ່ຽວກັບ: (1) Role and Impact of Asia in the World (Singapore’s Perspective) and Intercultural Competence ແລະ (2) Professional Development and Occupational Success in the 21st Century. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ມຊ ຊັ້ນປີທີ 2 ຂຶ້ນໄປ ແລະ ມີຜົນການຮຽນຢູ່ໃນລະດັບດີ ເກຼດສະເລ່ຍບໍ່ຕ່ຳກວ່າ 3.00;
  2. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີຫຼາຍ (ຖ້າມີໃບຢັ້ງຢືນລະດັບພາສາອັງກິດແມ່ນຈະເປັນການດີທີ່ສຸດ);
  3. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ,
  4. ມີຄວາມຫ້າວຫັນຕໍ່ການມີສ່ວນຮ່ວມໃນແຕ່ລະກິດຈະກໍາຂອງໂຄງການ, ມີຄວາມສາມາດໃນການນໍາສະເໜີບົດ ແລະ ເຮັດວຽກເປັນກຸ່ມໄດ້;
  5. ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ; ແລະ
  6. ມີສຸຂະພາບແຂງແຮງດີ.

ຂັ້ນຕອນການສະໝັກ:

  1. ລົງທະບຽນເຂົ້າສໍາພາດ: Register   
  2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form  
  3. ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ: This email address is being protected from spambots. You need JavaScript enabled to view it. (ບໍ່ອະນຸຍາດໃຫ້ຕື່ມຟອມຜ່ານລິ້ງ Google Doc), ບໍ່ໃຫ້ກາຍວັນທີ 12 ກຸມພາ 2024 ເວລາ 16:00 ໂມງ.
  1. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ຈະໄດ້ຮັບອິເມວຕອບກັບພາຍໃນວັນທີ 12 ກຸມພາ 2024 ກ່ຽວກັບການນັດໝາຍໃຫ້ເຂົ້າຮ່ວມການສອບເສັງຄັດເລືອກ (ສອບເສັງວັດລະດັບພາສາອັງກິດ).
  2. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ແລະ ສອບເສັງວັດລະດັບພາສາອັງກິດ ຜ່ານເກນການຄັດເລືອກ ແມ່ນຈະຖືກແຈ້ງໃຫ້ເຂົ້າຮ່ວມການສໍາພາດຄັດເລືອກໃນຂັ້ນຕໍ່ໄປຕາມລໍາດັບ.
  3. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ມະຫາວິທະຍາໄລເຕັກໂນໂລຊີນານຢາງ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.

ໝາຍເຫດ: ນັກສຶກສາທີ່ຜ່ານການຄັດເລືອກຈະໄດ້ຮັບທຶນການສຶກສາເປັນຈໍານວນ 5,300 ໂດລາສິງກະໂປ ຊຶ່ງໃນນັ້ນ, 3,800 ໂດລາສິງກະໂປ ແມ່ນກວມເອົາ ຄ່າຮຽນ ແລະ ອຸປະກອນການຮຽນ, ຄ່າເຂົ້າຮ່ວມທັດສະນະສຶກສາ ແລະ ຄ່າທີ່ພັກ; ແລະ 1,500 ໂດລາສິງກະໂປ ແມ່ນກວມເອົາ ຄ່າອາຫານໃນໄລຍະເຂົ້າຮ່ວມໂຄງການ ແລະ ຄ່າປີ້ຍົນ ເດີນທາງໄປ ສິງກະໂປ - ຫວຽດນາມ - ລາວ (ຊຶ່ງນັກສຶກສາອາດຈະໄດ້ຈອງປີ້ຍົນເອງກ່ອນ ແລ້ວຈຶ່ງໄປເຄຼມເອົາເງິນຄືນພາຍຫຼັງທີ່ໄປຮອດປະເທດສິງກະໂປ).

ຂໍ້ມູນເພີ່ມເຕີມ: ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ,  E-mail: This email address is being protected from spambots. You need JavaScript enabled to view it.