Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ (Rajamangala University of Technology Rattanakosin: RMUTR) ກໍາລັງຈະຈັດງານຕັ້ງຄ້າຍ RMUTR International Youth Camp 2024 ໃນລະຫວ່າງວັນທີ 22 – 30 ເມສາ 2024 ທີ່ ປະເທດໄທຈຸດປະສົງຂອງງານແມ່ນເພື່ອເປີດໂອກາດໃຫ້ນັກສຶກສາໄວໜຸ່ມທີ່ເຂົ້າຮ່ວມໄດ້ແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ແລະ ເພື່ອພັດທະນາທັກສະໃນການສື່ສານໃຫ້ແກ່ນັກສຶກສາ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາປີ 2 ຂຶ້ນໄປ ແລະ ມີຜົນການຮຽນດີ.
  2. ຕ້ອງມີໜັງສືເດີນທາງ (Passport) ທີ່ບໍ່ທັນໝົດອາຍຸ.
  3. ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ໃນລະດັບດີ.
  4. ມີພອນສະຫວັນດ້ານສິລະປະ-ວັດທະນະທໍາ ແລະ ກິລາ.
  5. ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ຄ່າປະກັນໄພການເດີນທາງດ້ວຍຕົນເອງ.

ຂັ້ນຕອນການສະໝັກ:

  1. ລົງທະບຽນເຂົ້າສໍາພາດ: Register    
  2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form
  3. ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ: This email address is being protected from spambots. You need JavaScript enabled to view it. (ບໍ່ອະນຸຍາດໃຫ້ຕື່ມຟອມຜ່ານລິ້ງ Google Doc), ບໍ່ໃຫ້ກາຍວັນທີ 14 ກຸມພາ 2024 ເວລາ 16:00 ໂມງ.
  1. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ສາມາດເຂົ້າມາສໍາພາດຄັດເລືອກໄດ້ ໃນວັນທີ 15 ກຸມພາ 2024 ເວລາ 15:30 ໂມງ ທີ່ ຫ້ອງປະຊຸມຊັ້ນ 3 ສໍານັກງານອະທິການບໍດີ, ມຊ.
  2. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ມະຫາວິທະຍາໄລເຕັກໂນໂລຊີຣາຊະມຸງຄຸນຣັດຕະນະໂກສິນ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ,  E-mail: This email address is being protected from spambots. You need JavaScript enabled to view it.