Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ມະຫາວິທະຍາໄລຣິວກິວ (University of the Ryukyus) ປະເທດຍີ່ປຸ່ນ ກໍາລັງຈະຈັດໂຄງການແລກປ່ຽນການສຶກສາ Rise Program ໄລຍະ 1 ສົກສຶກສາ ປະຈໍາສົກປີ 2024-2025 ເລີ່ມແຕ່ເດືອນ ຕຸລາ 2024 - ກັນຍາ 2025, ພາຍໃຕ້ທຶນການສຶກສາ JASSO Scholarship. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ແມ່ນໃຫ້ລົງທະບຽນ ແລະ ປະກອບແບບຟອມເຂົ້າສໍາພາດຄັດເລືອກ ແລະ ສົ່ງແບບຟອມເຂົ້າສໍາພາດຕາມທີ່ຢູ່ດັ່ງລຸ່ມນີ້:

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ທີ່ກໍາລັງສຶກສາຢູ່ ຄະນະນິຕິສາດ ແລະ ລັດຖະສາດ ຫຼື ຄະນະວິທະຍາສາດສັງຄົມ ຊັ້ນຮຽນປີທີ 2 ຫຼື 3 ແລະ ມີຜົນການຮຽນດີ ເກຼດສະເລ່ຍ 3.00 ຂຶ້ນໄປ;
  2. ຕ້ອງມີໜັງສືເດີນທາງ (Passport);
  3. ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ;
  4. ນັກສຶກສາຕ້ອງສາມາດຮັບຜິດຊອບຄ່າປີ້ຍົນໄປ-ກັບເອງ;
  5. ຕ້ອງໄດ້ຮັບການເຫັນດີຈາກຜູ້ປົກຄອງຂອງຕົນ.

ຂັ້ນຕອນການສະໝັກ:

  1. ລົງທະບຽນເຂົ້າສໍາພາດ: Register     
  2. ດາວໂຫຼດແບບຟອມເຂົ້າສຳພາດ: Application Form
  3. ຕື່ມຂໍ້ມູນໃສ່ແບບຟອມທີ່ດາວໂຫຼດແລ້ວສົ່ງເຖິງ: This email address is being protected from spambots. You need JavaScript enabled to view it. (ບໍ່ອະນຸຍາດໃຫ້ຕື່ມຟອມຜ່ານລິ້ງ Google Doc), ບໍ່ໃຫ້ກາຍວັນທີ 14 ກຸມພາ 2024 ເວລາ 16:00 ໂມງ.
  1. ນັກສຶກສາທີ່ປະກອບແບບຟອມສະໝັກຄົບຖ້ວນ ສາມາດເຂົ້າມາສໍາພາດຄັດເລືອກໄດ້ ໃນວັນທີ 15 ກຸມພາ 2024 ເວລາ 13:30 ໂມງ ທີ່ ຫ້ອງປະຊຸມຊັ້ນ 3 ສໍານັກງານອະທິການບໍດີ, ມຊ.
  2. ສໍາລັບຜູ້ທີ່ຜ່ານການສໍາພາດຄັດເລືອກຈາກມະຫາວິທະຍາໄລແຫ່ງຊາດ, ທາງມະຫາວິທະຍາໄລແຫ່ງຊາດ ຈະນໍາສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ ມະຫາວິທະຍາໄລຣິວກິວ ເພື່ອພິຈາລະນາ ແລະ ດໍາເນີນການຄັດເລືອກໃນຂັ້ນຕໍ່ໄປ.

ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາແມ່ນຈະຖືກຍົກເວັ້ນຄ່າຮຽນ ແລະ ຈະໄດ້ຮັບເບ້ຍລ້ຽງ ເປັນຈໍານວນເງິນ 80,000 ເຢັນຕໍ່ເດືອນ ເພື່ອນໍາໃຊ້ເປັນຄ່າກິນຢູ່-ພັກເຊົາ.

ຂໍ້ມູນເພີ່ມເຕີມ: ຜູ້ປະສານງານ: ນ. ວຽງສະຫວັນ ວົງກະເສີມ, ຫ້ອງການພົວພັນຕ່າງປະເທດ, ມຊ,  E-mail: This email address is being protected from spambots. You need JavaScript enabled to view it.