Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: ສະຖາບັນເພື່ອການຄົ້ນຄວ້າວິໄຈ, ການສຶກສາຊັ້ນສູງ ແລະ ການພົວພັນຕ່າງປະເທດ (The Academy for Research and Higher Education: ARES)  ປະເທດແບນຊິກ (Belgium) ກໍາລັງເປີດຮັບສະໝັກຜູ້ທີ່ສົນໃຈເຂົ້າຮ່ວມໂຄງການແລກປ່ຽນ ASEM-DUO Wallonia–Brussels Mobility Scholarship Programme 2024-2025; ຊຶ່ງເປັນໂຄງການເພື່ອການສົ່ງເສີມການແລກປ່ຽນດ້ານການຄົ້ນຄວ້າວິໄຈ ສຳລັບຄູອາຈານ, ນັກຄົ້ນຄວ້າ ຈາກສະຖາບັນການສຶກສາຊັ້ນສູງ ໃນພາກພື້ນອາຊີ ແລະ ເອີຣົບ. ພະນັກງານ-ອາຈານທີ່ມີຄວາມສົນໃຈສະໝັກເຂົ້າຮ່ວມໂຄງການດັ່ງກ່າວ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່: More Details , ດາວໂຫຼດແບບຟອມສະໝັກໄດ້ທີ່: Download Application Form Here , ນໍາສົ່ງແບບຟອມສະໝັກເຂົ້າໂດຍກົງຫາອິເມວ: : This email address is being protected from spambots. You need JavaScript enabled to view it. ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it. . ກໍານົດປິດຮັບການລົງທະບຽນ ວັນທີ 29 ມີນາ 2024.