Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກອງເລຂາອາຊຽນ ກໍາລັງເປີດຮັບສະໝັກນັກສຶກສາລາວ ທີ່ກໍາລັງສຶກສາລະດັບປະລິນຍາຕີ ຢູ່ນອກປະເທດ ໂດຍກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລທີ່ເປັນສະມາຊິກໃນເຄືອຂ່າຍມະຫາວິທະຍາໄລອາຊຽນ (ASEAN University Network: AUN) ຫຼື ນັກສຶກສາຕ່າງປະເທດ ທີ່ມາຈາກປະເທດສະມາຊິກອາຊຽນ ທີ່ກຳລັງສຶກສາລະດັບປະລິນຍາຕີ ຢູ່ ມະຫາວິທະຍາໄລແຫ່ງຊາດ, ເພື່ອສະໝັກເອົາທຶນການສຶກສາ ພາຍໃຕ້ໂຄງການ ASEAN-Maybank Scholarship 2024, ຊຶ່ງຜູ້ໃຫ້ທຶນຈະຮັບຜິດຊອບ ຄ່າຮຽນ, ຄ່າທີ່ພັກ, ເບ້ຍລ້ຽງ, ອຸປະກອນການຮຽນ, ຄອມພິວເຕີແລັບທ໋ອບ, ປະກັນສຸຂະພາບ,​ ຄ່າວີຊ່າ, ຄ່າເດີນທາງ ແລະ ຄ່າປີ້ຍົນໄປ-ກັບລະຫວ່າງປະເທດ.

ເງື່ອນໄຂຜູ້ສະໝັກ:

  • ຕ້ອງເປັນນັກສຶກສາທີ່ກໍາລັງສຶກສາຢູ່ ຊັ້ນປີທີ 1.
  • ມີຜົນການຮຽນດີ ເກຼດສະເລ່ຍ 3.00 ຂຶ້ນໄປ
  • ມີຄວາມຫ້າວຫັນຕໍ່ການຮ່ຳຮຽນ ແລະ ມີຄວາມກະຕືລືລົ້ນໃນການເຂົ້າຮ່ວມກິດຈະກໍານອກຫຼັກສູດ.
  • ສາຂາວິຊາທີ່ນັກສຶກສາກໍາລັງສຶກສາຢູ່ ຕ້ອງສອດຄ່ອງກັບສາຂາທີ່ໄດ້ກໍານົດໄວ້ໃນການໃຫ້ທຶນຂອງໂຄງການນີ້.

ວິທິການສະໝັກ: