Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາທີ່ຕິດພັນກັບດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ໄລຍະ 2 - 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າ ໃນປະເທດອິນເດຍ.

ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship, ຫຼື ປະສານງານໂດຍກົງຫາອິເມວ: This email address is being protected from spambots. You need JavaScript enabled to view it.; ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 31 ມີນາ 2024.

ເງື່ອນໄຂຜູ້ສະໝັກ:

  1. ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ.
  2. ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ, ວິສະວະກຳສາດ ເປັນຕົ້ນ).
  3. ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.

ໝາຍເຫດ: ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.