Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ຄູອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມເວທີແລກປ່ຽນຄວາມຮູ້ ແລະ ສ້າງຂີດຄວາມສາມາດ (ອອນລາຍ) ພາຍໃຕ້ໂຄງການ The 17th Edition of the ASEF Classroom Network Project, ໃນຫົວຂໍ້: Learning about AI and Learning with AI; ສໍາລັບ ຄູ-ອາຈານ ມຊ ແມ່ນສາມາດສະໝັກເຂົ້າໂຄງການ ASEFClassNet17 Faculty Collaboration ຊຶ່ງອອກແບບໃຫ້ແກ່ນັກວິຊາການ ແລະ ຄູຝຶກ ທີ່ຮັບຜິດຊອບວຽກງານຝຶກຄູ (Teacher Training). ຈຸດປະສົງຂອງໂຄງການແມ່ນເພື່ອເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມ ມີຄວາມຊ່ຽວຊານດ້ານການສ້າງຂີດຄວາມສາມາດ ແລະ ມີສ່ວນຮ່ວມໃນການສົນທະນາທີ່ສໍາຄັນ ແລະ ທັນເວລາ, ແລກປ່ຽນຄວາມຄິດ ກ່ຽວກັບ AI & ED ແລະ ສ້າງເຄືອຂ່າຍການຮ່ວມມື. ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ ສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມ ແລະ ລົງທະບຽນໄດ້ທີ່: https://asef.org/projects/asefclassnet7-faculty-collaboration/ ຫຼື ສາມາດຕິດຕໍ່ຫາຜູ້ປະສານງານໂດຍກົງຜ່ານອິເມວ: reka@This email address is being protected from spambots. You need JavaScript enabled to view it. . ປິດຮັບສະໝັກວັນທີ 1 ເມສາ 2024.