Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກະຊວງສຶກສາທິການ, ວັດທະນະທຳ, ຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດອິນໂດເນເຊຍ ກໍາລັງຈະຈັດໂຄງການແລກປ່ຽນການສຶກສາ ໄລຍະ 1 ສົກຮຽນ ໃນລະຫວ່າງເດືອນ ກັນຍາ 2024 - ສິງຫາ 2025 ທີ່ ສະຖາບັນການສຶກສາຕ່າງໆ ໃນປະເທດອິນໂດເນເຊຍ ພາຍໃຕ້ທຶນການສຶກສາ Darmasiswa Indonesian Scholarship, ຊຶ່ງຈຸດປະສົງຂອງງານແມ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດຮຽນຮູ້ພາສາ, ສິລະປະ ແລະ ວັດທະນະທຳອິນໂດເນເຊຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດການສະໝັກໄດ້ທີ່: http://darmasiswa.kemdikbud.go.id ກໍານົດປິດຮັບສະໝັກ ວັນທີ 7 ເມສາ 2024.

ໝາຍເຫດ: ຜູ້ທີ່ຖືກຄັດເລືອກໃຫ້ໄດ້ຮັບທຶນການສຶກສາ ຈະໄດ້ຮັບເບ້ຍລ້ຽງຈຳນວນໜຶ່ງ ເພື່ອໃຊ້ເປັນຄ່າກິນຢູ່-ພັກເຊົາ, ແຕ່ນັກສຶກສາຈະຕ້ອງຮັບຜິດຊອບຄ່າເດີນທາງໄປ-ກັບດ້ວຍຕົນເອງ.