Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມຊ, ສູນຝຶກສີມືແຮງງານສຸກໃຈ ຈໍາກັດຜູ້ດຽວ ແລະ ສະມາຄົມຜູ້ປະກອບການປະເທດຍີ່ປຸ່ນ Asia Able Persons Bank ໄດ້ຮ່ວມມືກັນສ້າງໂຄງການຝຶກງານຕ່າງປະເທດ (Internship Program Abroad) ເພື່ອໃຫ້ນັກສຶກສາ ມຊ ໄດ້ໄປຝຶກງານໃນໄລຍະ 06 ເດືອນ (ເດືອນ ສິງຫາ 2024 - ກຸມພາ 2025) ໃນຂະແໜງການເພາະປູກເຫັດ ແລະ ບັນຈຸຜະລິດຕະພັນເຫັດ ທີ່ ແຂວງນິງະຕະ, ປະເທດຍີ່ປຸ່ນ.

ເງື່ອນໄຂຜູ້ສະໝັກ:

  1. ຕ້ອງເປັນນັກສຶກສາ ທີ່ກໍາລັງສຶກສາຢູ່ ຄະນະວິທະຍາສາດທໍາມະຊາດ, ຄະນະວິສະວະກໍາສາດ, ຄະນະກະເສດສາດ, ຄະນະວິທະຍາສາດປ່າໄມ້ ຫຼື ຄະນະວິທະຍາສາດສິ່ງແວດລ້ອມ, ຊັ້ນປີທີ 2 ຫຼື 3 ແລະ ມີຜົນການຮຽນລະດັບເກຼດສະເລ່ຍ 2.50 ຂື້ນໄປ;
  2. ຕ້ອງມີໜັງສືຜ່ານແດນ (Passport) ທີ່ບໍ່ທັນໝົດອາຍຸ;
  3. ມີຄວາມສົນໃຈໄປຝຶກງານໃນຂະແໜງການກະເສດ ແລະ ຮຽນຮູ້ກ່ຽວກັບປະເທດຍີ່ປຸ່ນ;
  4. ມີສຸຂະພາບແຂງແຮງດີທາງດ້ານຮ່າງກາຍ ແລະ ຈິດໃຈ, ແລະ
  5. ສາມາດຮັບຜິດຊອບຄ່າໃຊ້ຈ່າຍກວດສຸຂະພາບ, ວີຊ່າ, ເອກະສານບັດພັກເຊົາ, ແລະ ຮຽນພາສາຍີ່ປຸ່ນກ່ອນໄປຝຶກງານ.

ນັກສຶກສາທີ່ມີຄວາມສົນໃຈສະໝັກສາມາດລົງຊື່ໄດ້ທີ່: Registration Link ພ້ອມທັງໄປແຈ້ງຊື່ໃຫ້ຄະນະວິຊາທີ່ຕົນສັງກັດຢູ່ ເພື່ອຮັບຊາບ ແລະ ນໍາສົ່ງລາຍຊື່ຢ່າງເປັນທາງການເຖິງ ຫ້ອງການພົວພັນຕ່າງປະເທດ ມຊ ພາຍໃນວັນທີ 2 ພຶດສະພາ 2024.

ການສໍາພາດຄັດເລືອກຂັ້ນມະຫາວິທະຍາໄລຈະໄດ້ຈັດຂຶ້ນໃນ ເວລາ 09: 00 ໂມງ, ວັນຈັນ ທີ 03 ພຶດສະພາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ, ມຊ. ຜູ້ທີ່ຜ່ານການສໍາພາດຄັດເລືອກ ມຊ ຈະສົ່ງລາຍຊື່ ແລະ ເອກະສານສະໝັກທີ່ກ່ຽວຂ້ອງໄປໃຫ້ສະມາຄົມຜູ້ປະກອບການປະເທດຍີ່ປຸ່ນ Asia Able Persons Bank ແລະ ນັກສຶກສາຈະໄດ້ເຂົ້າຝຶກອົບຮົມພາສາຍີ່ປຸ່ນ ແລະ ທັກສະການເຮັດວຽກ ທີ່ ສູນພັດທະນາສີມືແຮງງານສຸກໃຈ ຈໍາກັດຜູ້ດຽວ ກ່ອນເດີນທາງ. ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນເງິນເດືອນຕະຫຼອດໄລຍະການຝຶກງານ ແລະ ຄ່າປີ້ຍົນໄປ-ກັບ. ນັກສຶກສາສາມາດເຂົ້າເບິ່ງລາຍລະອຽດໄດ້ທີ່: More Information.