Select your language

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະຖານເອກອັກຄະລະຖະທູດອິນໂດເນເຊຍ ປະຈໍາລາວ, ກໍາລັງເປິດຮັບສະໝັກຜູ້ທີ່ມີຄວາມສົນໃຈເຂົ້າຮຽນໃນຫຼັກສູດ ພາສາບາຮາຊາ ອິນໂດເນເຊຍ ໃນລະຫວ່າງເດືອນ ພຶດສະພາ - ພະຈິກ 2024; ຊຶ່ງຫ້ອງຮຽນປະກອບມີ ລະດັບພື້ນຖານ ແລະ ລະດັບກາງ. ຜູ້ທີ່ມີຄວາມສົນໃຈ ສາມາດລົງທະບຽນຮຽນໄດ້ທີ່: ສະຖານເອກອັກຄະລະຖະທູດອິນໂດເນເຊຍ, ນະຄອນຫຼວງວຽງຈັນ, ສອບຖາມຂໍ້ມູນໄດ້ທີ່ເບີໂທ: 020 7675 5866, ຫຼື ລົງທະບຽນອອນລາຍໄດ້ທີ່: http://bit.ly/FORM-ILC-2024 .

ໝາຍເຫດ: ຮຽນຟຣີ ບໍ່ເສຍຄ່າໃຊ້ຈ່າຍ, ປິດຮັບລົງທະບຽນ ວັນທີ 10 ພຶດສະພາ 2024 ແລະ ສໍາລັບຜູ້ທີ່ໄປລົງທະບຽນເຂົ້າຮຽນແບບເຊິ່ງໜ້າ ຈະຕ້ອງເອົາ ຮູບ 3x4 ຈຳນວນ 2ໃບ ໄປນໍາ ເພື່ອຕິດໃນແບບຟອມລົງທະບຽນ.