ຄະນະອາຈານ ແລະ ນັກສຶກສາ ມະຫາວິທະຍາໄລມະຫາສາລະຄາມ ຢ້ຽມຢາມຄະນະວິທະຍາສາດສິ່ງແວດລ້ອມ ມຊ
ວັນທີ 18-20 ກຸມພາ 2026 ນີ້, ທີ່ຄະນະວິທະຍາສາດ ສິ່ງແວດລ້ອມ, ທ່ານ ອຈ ແບ້ ເພຍໄຊ ຮອງຫົວໜ້າຄະນະວິທະຍາສາດສິ່ງແວດລ້ອມ ມຊ ພ້ອມດ້ວຍອາຈານທີ່ກ່ຽວຂ້ອງ ແລະນັກສຶກສາ ໄດ້ຕ້ອນຮັບການມາພົບປະ-ຢ້ຽມຢາມ ຂອງຄະນາຈານ ແລະ ນັກສຶກສາ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຊັບພະຍາກອນສາດ ມະຫາວິທະຍາໄລມະຫາສາລະຄາມ (ມມສ) ປະເທດໄທ ນຳໂດຍ ທ່ານ ດຣ ພັກຄະພົງ ສີປະເສີດ ຮອງຄະນະບໍດີ ຝ່າຍວິໄຈ ບໍລິການວິຊາການ ແລະ ວິເທດສຳພັນ ແລະ ທ່ານ ດຣ ລິຂິດ ຈັນເເກ້ວ ຮອງຄະນະບໍດີ ຝ່າຍບໍລິຫານ ແລະ ພັດທະນານິສິດ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາລວມ 24 ທ່ານ.
ການມາພົບປະ-ຢ້ຽມຢາມ ຄະນະວິທະຍາສາດສິ່ງແວດລ້ອມ ມຊ ຂອງຄະນາຈານ ແລະ ນັກສຶກສາ ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຊັບພະຍາກອນສາດ ປະເທດໄທຄັ້ງນີ້ ແມ່ນໝາກຜົນອັນເປັນຮູບປະທຳຂອງ ບົດບັນທຶກ (MoA) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ 3 ຄະນະວິຊາ ຂອງທັງສອງ ມະຫາວິທະຍາໄລເຊິ່ງ ຝ່າຍ ມຊ ແມ່ນ (ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິສະວະກຳສາດ ແລະ ຄະນະສະຖາປັດຕະຍະກຳສາດ) ແລະ 3 ຄະນະວິຊາ ຂອງມະຫາວິທະຍາໄລ ມະຫາສາລະຄາມ ມີ (ຄະນະສິ່ງແວດລ້ອມ ແລະ ຊັບພະຍາກອນສາດ, ຄະນະວິສະວະກຳສາດ ແລະ ຄະນະສະຖາປັດຕະຍະກຳສາດ, ຜັງເມືອງ ແລະ ເນລະມິດສິນ) ທີ່ໄດ້ລົງນາມຮ່ວມກັນເມື່ອວັນທີ 07 ກຸມພາ 2025 ປີທີ່ຜ່ານມາ.
ການພົບປະກັນ ຂອງທັງສອງຝ່າຍໃນຄັ້ງນີ້ ໄດ້ສຸມໃສ່ 4 ຂົງເຂດວຽກງານທີ່ສຳຄັນ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ວົງການສຶກສາສິ່ງແວດລ້ອມ ຄື:
1. ການຍົກລະດັບວິຊາການ: ເປີດເວທີໃຫ້ນັກສຶກສາລະດັບປະລິນຍາຕີ ແລະ ຄູ-ອາຈານ ທັງສອງສະຖາບັນໄດ້ແລກປ່ຽນບົດຮຽນ, ເຕັກນິກການວິໄຈ ແລະ ນະວັດຕະກຳໃໝ່ໆ ໃນການຈັດການຊັບພະຍາກອນທຳມະຊາດ.
2. ການວາງແຜນຍຸດທະສາດໃນອະນາຄົດ: ປຶກສາຫາລືລົງເລິກກ່ຽວກັບແນວທາງການຮ່ວມມືທາງດ້ານວິຊາການ ເພື່ອຂະຫຍາຍຂອບເຂດການຮຽນ-ການສອນ ແລະ ການເຮັດວິໄຈຮ່ວມກັນໃຫ້ມີຄວາມເຂັ້ມແຂງກວ່າເກົ່າ.
3. ການສ້າງເຄືອຂ່າຍ (Networking): ເປັນການຖັກທໍສາພົວພັນລະຫວ່າງນັກວິຊາການ ແລະ ນັກສຶກສາຮຸ່ນໃໝ່ ເພື່ອສ້າງເປັນເຄືອຂ່າຍພັນທະມິດດ້ານສິ່ງແວດລ້ອມໃນລະດັບພາກພື້ນ.
4. ການເຊື່ອມໂຍງວັດທະນະທຳ: ນອກຈາກດ້ານວິຊາການແລ້ວ, ຄະນະຜູ້ແທນຍັງໄດ້ຮ່ວມສຶກສາ ແລະ ແລກປ່ຽນທາງດ້ານວັດທະນະທຳ ລາວ-ໄທ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີອັນດີງາມ ລະຫວ່າງສອງຊາດ.
ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ເປັນການຮັດແໜ້ນສາຍພົວພັນລະຫວ່າງສອງມະຫາວິທະຍາໄລເທົ່ານັ້ນ, ແຕ່ຍັງເປັນການກຽມຄວາມພ້ອມໃຫ້ແກ່ບຸກຄະລາກອນດ້ານສິ່ງແວດລ້ອມ ເພື່ອຮັບມືກັບສິ່ງທ້າທາຍໃນລະດັບສາກົນ, ຖືເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາຂອງຄະນະວິທະຍາສາດສິ່ງແວດລ້ອມ ມຊ ໃຫ້ກ້າວໄປສູ່ລະດັບພາກພື້ນຢ່າງເຕັມຮູບແບບ ພາຍໃຕ້ຂອບການຮ່ວມມືທີ່ເປັນຮູບປະທຳ ແລະ ຍືນຍົງ.