ໃນຕອນເຊົ້າ ວັນທີ 6 ກຸມພາ 2025 ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານຕົນຂຶ້ນທີ່ຫ້ອງປະຊຸມຂອງ ຄນລ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ, ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກ ມຊ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ສະຫາຍ ປອ. ສົມເດດ ແກ້ວວົງສັກ ປະທານກວດກາຄະນະພັກຮາກຖານ ຄນລ, ພ້ອມດ້ວຍຄະນະບໍລິຫານຄະນະພັກຮາຖານ, ແຂກຖືກເຊີນ, ປະທານສາມອົງການຈັດຕັ້ງມະຫາຊົນ ແລະສະມາຊິກພັກສົມບູນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ປອ. ສົມເດດ ແກ້ວວົງສັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຄັ້ງທີ V ແລະແຜນ 5 ປີ ໃນຕໍ່ໜ້າ ໂດຍສະຫາຍໄດ້ຍົກໃຫ້ເຫັນສະພາບລວມ ແລະຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານເຊັ່ນ: ປັດຈຸບັນ ຄະນະພັກຮາກຖານ ຄນລ ປະກອບມີ 4 ໜ່ວຍພັກ ຄື: ໜ່ວຍພັກພາກວິຊາກົດໝາຍແພ່ງ, ກົດໝາຍອາຍາ ແລະ ກົດໝາຍທຸລະກິດ; ໜ່ວຍພັກພາກວິຊາ ລັດຖະສາດ ແລະ ການພົວພັນສາກົນ; ໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການ, ມີສະມາຊິກພັກທັງໝົດ 85 ສະຫາຍ, ຍິງ 35 ສະຫາຍ; ພາຍໃນຮາກຖານ ຄນລ ເຫັນວ່າພະນັກງານ, ຄູ-ອາຈານ ແລະ ນັກສຶກສາສ່ວນຫຼາຍ ມີຄວາມຕື່ນຕົວ ຫ້າວຫັນ ຕໍ່ການປະຕິບັດໜ້າທີ່ວຽກງານ ໂດຍສະເພາະອາຈານແມ່ນຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ, ການຄົ້ນຄ້ວາວິທະຍາສາດ, ການບໍລິການວິຊາການ ທັງພາຍໃນ ແລະ ຕ່າງປະເທດ ແລະ ນັກສຶກສາມີຄວາມເອົາໃຈໃສ່ຕໍ່ການສຶກສາຄົ້ນຄວ້າ-ຮໍ່າຮຽນ, ເຂົ້າຮ່ວມການເຄື່ອນໄຫວວຽກງານນອກຫຼັກສູດ ພາຍໃນ, ພາຍນອກ ແລະ ກິດຈະກໍາທາງດ້ານວິຊາການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມຮັບຜິດຊອບສູງ; ດ້ານສິ່ງອໍານວຍຄວາມສະດວກ ມີອາຄານສະຖານທີ່ຈັດການຮຽນ-ການສອນ, ມີວັດຖຸອຸປະກອນ ແລະ ເອກະສານຕໍາລາພຽງພໍ ແລະ ໄດ້ຮັບການຮ່ວມມືຊ່ວຍເຫຼືອ ຈາກພາກສ່ວນຕ່າງໆທັງພາຍໃນ ແລະ ນອກຄະນະວິຊາ ລວມທັງວຽກງານສາມອົງການຈັດຕັ້ງມະຫາຊົນພາຍໃນຄະນະວິຊາ ກໍໄດ້ມີການເຄື່ອນໄຫວດ້ວຍຄວາມຫ້າວຫັນ ແລະ ເປັນເຈົ້າການສູງ; ດ້ານວຽກງານວິຊາສະເພາະໂດຍສະເພາະກໍແມ່ນ ວຽກງານປະກັນຄຸນນະພາບການສຶກສາ ໄດ້ຊີ້ນໍາການປະເມີນ ແລະ ປັບປຸງຫຼັກສູດປະລິນາຍາຕີ ຕາມມາດຕະຖານຫຼັກສູດແຫ່ງຊາດ ແລະ ມາດຕະຖານເຄືອຂ່າຍມະຫາວິທະຍາໄລອາຊຽນ ສໍາເລັດ ທັງໝົດ 5 ຫຼັກສູດ, ໃນນັ້ນໄດ້ດໍາເນີນການຂຽນປະເມີນຕົນເອງລະດັບຫຼັກສູດ ຕາມມາດຕະຖານຂອງເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN ASEAN University Network-QA Standard) ຈໍານວນ 2 ຄັ້ງ ແລະ ປະເມີນຕົນເອງລະດັບສະຖາບັນ ຕາມມາດຕະຖານຄຸນນະພາບການສຶກສາຊັ້ນສູງ ຂອງກະຊວງສຶກສາທິການ ແລະ ກີລາ ຈໍານວນ 2 ຄັ້ງ ແລະ ໄດ້ຮັບການປະເມີນພາຍນອກລະດັບສະຖາບັນ 1 ຄັ້ງ. ຜົນການປະເມີນ 4/7 (4 ໃນ 7), ໄດ້ຮັບໃບຢັ້ງຢືນການປະເມີນຫຼັກສູດຕາມມາດຕະຖານເຄືອຂ່າຍມະຫາວິທະຍາໄລອາຊຽນ ທັງໝົດ ຈໍານວນ 5 ຫຼັກສູດ ແລະເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆຕາມການຊີ້ນຳຂອງຂັ້ນເທິງ. ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ລັກສະນະນຳພາຂອງພັກ ໃນທຸກຂົງເຂດວຽກງານພາຍໃນ ຄນລ, ສືບຕໍ່ນຳພາການພັດທະນາທາງດ້ານວິຊາການຂອງ ຄນລ ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ ທີ່ມີຫຼາຍສາຂາວິຊາ ໃນລະດັບປະລິຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ມີປະສິດທິພາບ, ສືບຕໍ່ປັບປຸງຫຼັກສູດປະລິນຍາຕີ ທີ່ໄດ້ຜ່ານການປະເມີນ ຂອງເຄືອຂ່າຍມະຫາວິທະຍາໄລອາຊຽນທີ່ຜ່ານມາ ໃຫ້ໄດ້ຮັບປະສິດທິພາບຍິ່ງຂຶ້ນ ແລະແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ບໍ່ທັນບັນລຸໃນການປະຕິບັດແຜນການ 5 ປີ ຄັ້ງຜ່ານມາ ຢ່າງຕັ້ງໜ້າ ແລະ ກ້າວໄປສູ່ການບັນລຸຄາດໝາຍສູ້ຊົນ ຢ່າງເປັນເຈົ້າການ.
ພ້ອມນັ້ນໃນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 7 ສະຫາຍ ຄັດເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກກອງປະຊຸມ ແລະທີ່ປະຊຸມປະຖົມມະລຶກ ໄດ້ເລືອກເອົາ ສະຫາຍ ປອ. ສົມເດດ ແກ້ວວົງສັກ ເປັນເລຂາຄະນະພັກຮາກຖານ, ສະຫາຍ ນາງ ທັດສະນາລອນ ສີສຸນົນ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ປອ. ສີພາ ຈັນທະວົງ ເປັນປະທານກວດກາພັກຮາກຖານ, ສະຫາຍ ບຸນເຖິງ ສີທອນແກ້ວຈຳປາ ເປັນ ຄະນະພັກ ແລະ ສະຫາຍ ທອງພູນ ສຸກກະເສນ ເປັນຄະນະພັກຮາກຖານ.
ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນໍາ ນໍາພາ ຂອງຄະນະພັກຮາກຖານ ຄນລ ຊຸດເກົ່າ ທີ່ໄດ້ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ຮ່ວມກັນຂ້າມຜ່ານສະພາບຄວາມຫຍຸ້ງຍາກໃນປັດຈຸບັນທີ່ກຳລັງປະເຊີນໜ້າຢູ່ ບໍ່ວ່າຈະເປັນ ບັນຫາສະພາບທາງດ້ານເສດຖະກິດ, ບັນຫາທ້າທາຍການສຶກສາ ໂດຍສະເພາະແມ່ນການປະລະການຮຽນຂອງໄວໜຸ່ມໃນປັດຈຸບັນ ທີ່ຕ້ອງຫາວິທີໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ດັ່ງກ່າວ.
ໃນວັນທີ 31 ມັງກອນ 2025 ຜ່ານມາ, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ພາຍໃຕ້ຄຳຂັວນ “ການປົກຄອງດີມີປະສິດທິຜົນ” ທີ່ຄະນະຂອງຕົນ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານ ກຳມະທິການຍຸຕິທຳ ສະພາແຫ່ງຊາດ, ທ່ານຮອງຄະນະບໍດີ ຄນລ, ແຂກຈາກມະຫາວິທະຍາໄລມະຫາຈຸລາລົງກອນ ແລະມະຫາວິທະຍາໄລລັງສິດ ປະເທດໄທ, ມະຫາວິທະຍາຊົນເຜົ່າກວາງຊີ ສປ ຈີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອ ສົ່ງເສີມການຄົ້ນຄວ້າທາງດ້ານກົດໝາຍ ແລະຄວາມອາດສາມາດ, ທັກສະດ້ານການຄົ້ນຄວ້າວິທະຍາສາດ, ເພື່ອສົ່ງເສີມການປຶກສາຫາລື ແລະແລກປ່ຽນແນວຄວາມຄິດເຫັນ, ປະສົບການຄວາມຮູ້ ແລະ ຂໍ້ມູນກ່ຽວກັບການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ, ທັງເປັນເວທີແຫ່ງການພັດທະນາຂີດຄວາມສາມາດໃນການຄົ້ນຄວ້າ ວິໄຈທາງດ້ານກົດໝາຍ ແລະເພື່ອສົ່ງເສີມສະພາບແວດລ້ອມຂອງການຄົ້ນຄວ້າວິທະສາດທາງດ້ານກົດໝາຍຂອງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ.
ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າໂດຍຫຍໍ້ຂອງນັກຄົ້ນຄ້ວາຫຼາຍຫົວຂໍ້ເຊັ່ນ ຫົວຂໍ້: ນະໂຍບາຍການຈັດຕັ້ງປະຕິບັດໂທດປະຫານຊີວິດ ນຳສະເໜີໂດຍ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ; ຫົວຂໍ້: ນະໂຍບາຍທາງກົດໝາຍກ່ຽວກັບການບໍລິຫານຈັດການຍາເສບຕິດ ນຳສະເໜີໂດຍ ທ່ານ ຊຈ. ປອ. ທານີ ວິຣະພັດ ມະຫາວິທະຍາໄລລັງສິດ ປະເທດໄທ; ຫົວຂໍ້: Practice and Development of Open Sharing of Intellectual Property Data in China ນໍາສະເໜີໂດຍ ທ່ານ Lianhong He ມະຫາວິທະຍາໄລຊົນເຜົ່າກວາງຊີ; ຫົວຂໍ້: The Principle of Moderate State Intervention in the Socialist Market Economy with Chinese ນໍາສະເໜີໂດຍ ທ່ານ Yang Donghui ຜູ້ຊ່ວຍສາດສະດາຈານ ໂຮງຮຽນກົດໝາຍ ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ຫົວຂໍ້: ການສຶກສາວິໄຈກ່ຽວກັບພັດທະນາໂຕຊີູ້ວັດດ້ານໄລຍະເວລາເພື່ອສົ່ງເສີມຫຼັກນິຕິທໍາໃນຂະບວນການຍຸຕິທໍາທາງອາຍາ ນຳສະໜີໂດຍທ່ານ ວິເຊດ ສິນປະສິດກຸນ. ພ້ອມນັ້ນ ຍັງໄດ້ມີການແຍກຫ້ອງນຳສະເໜີຜົນການງານການຄົ້ນຄວ້າວິທະຍາສາດ ແລະຈັດວາງສະແດງໜ່ວຍງານອາສາສະຕ່າງໆຂອງນັກສຶກສາ ຄນລ ອີກດ້ວຍ.
ໃນວັນທີ 31 ມັງກອນ 2025 ຄະນະບໍລິຫານງານສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 69 ປີ (1 ກຸມພາ 1956 – 1 ກຸມພາ 2025) ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການຂົ້າຮ່ວມ ແລະປາຖະກະຖາຂອງ ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກມະຫາວິທະຍາໄລແຫ່ງຊາດ ຜູ້ຊີ້ນໍາອົງການຈັດຕັ້ງກຳມະບານ ມຊ, ມີສະຫາຍ ຮສ. ປອ. ບຸນທອນ ສຸຂະວົງ ຮອງປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ ປະທານສະຫະພັນກຳມະບານ ມຊ, ພ້ອມດ້ວຍຄະນະບໍລິຫານງານກຳມະບານ ມຊ, ຮາກຖານອ້ອມຂ້າງ ແລະສະມາຊິກກຳມະບານເຂົ້າຮ່ວມ.
ໃນພິທີ ສະຫາຍ ຄໍາເຟືອງ ລໍວັນໄຊ ກໍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງອົງການຈັດຕັ້ງສະຫະພັນກຳມະບານລາວທີ່ສ້າງຕັ້ງມາໄດ້ 69 ປີ ໃນການປະຕິບັດພາລະກິດອັນໃຫຍ່ຫຼວງທີ່ພັກປະຊາຊົນປະຕິວັດລາວ ມອບໝາຍໃຫ້ໃນຖານະເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະຊາວຜູ້ອອກແຮງງານບັນດາເຜົ່າ.
ນອກນັ້ນ, ໃນພິທີຍັງໄດ້ຮັບການບັນຍາຍກ່ຽວກັບການຮັກສາສຸຂະພາບ ໂດຍໃຫ້ກຽດບັນຍາຍຂອງສະຫາຍ ດຣ. ວັນແກ້ວ ອາໄພລາດ ວິທະຍາກອນຈາກພາກວິຊາ ອາຍຸລະສາດ ຄະນະເເພດສາດ ມະຫາວິທະຍາໄລວິທະຍາສາດສຸກຂະພາບ.
ໃນວັນທີ 29 ມັງກອນ 2025 ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານ ຄສສ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກ ມຊ ວ່າການແທນອະທິການບໍດີ ມຊ, ມີສະຫາຍ ອານຸໄທ ສຸວັນດວນ ເລຂາຄະນະພັກ ຮອງຄະນະບໍດີ ຄສສ, ພ້ອມດ້ວຍຄະນະພັກຮາກຖານ, ແຂກຖືກເຊີນ, ປະທານສາມອົງການຈັດຕັ້ງມະຫາຊົນ ແລະສະມາຊິກພັກສົມບູນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ອານຸໄທ ສຸວັນດວນ ເລຂາຄະນະພັກ ຮອງຄະນະບໍດີ ຄສສ ກໍໄດ້ຜ່ານບົດລາຍງານການເມືອງ ຄັ້ງທີ VI ແລະແຜນ 5 ປີ ໃນຕໍ່ໜ້າໂດຍສະຫາຍໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນເປັນຕົ້ນແມ່ນດ້ານແນວຄິດການເມືອງ: ຮາກຖານສຶກສາສາດປະກອບມີ 10 ໜ່ວຍພັກ, 33 ຈຸພັກ ໂດຍມີ ສະມາຊິກພັກທັງໝົດ 202 ສະຫາຍ, ຍິງ 124 ສະຫາຍ; ຄະນະພັກຮາກຖານ ໄດ້ເອົາໃຈໃສ່ຈັດຕັັ້ງນໍາພາ-ຊີ້ນໍາປັບປຸງກົງຈັກການຈັດຕັັ້ງ, ສ້າງຜູ້ສືບທອດ, ສັບຊ້ອນ ແລະ ປ່ຽນແທນພະນັກງານໃຫ້ສອດຄ່ອງທາງວິຊາການ, ບໍລິຫານ ແລະ ວຽກງານພັກ-ລັດ ໂດຍເລັ່ງໃສ່ສ້າງຊ່ຽວຊານສະເພາະດ້ານໃຫ້ປະກົດເປັນຈິງ; ໃນດ້ານວຽກງານວິຊາສະເພາະ ຄະນະພັກຮາກຖານໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະໄປຕາມແນວທາງຂອງພັກ ຍືດໜັັ້ນ ແນວທາງການພັດທະນານັກສຶກສາ ໃຫ້ໄປຕາມ 3 ລັກສະນະ, 5 ຫຼັກມູນການສຶກສາຂອງຊາດ ແລະ 3 ຂໍ້ແຂ່ງຂັນ, ປັບປຸງ ແລະ ພັດທະນາຫຼັກສູດໃຫ້ແທດເໝາະກັບສະພາບໃນປັດຈຸບັນ ເຊິ່ງສະແດງອອກໃນຜົນງານເຊັ່ນ: ນໍາສົ່ງນັກສຶກສາລົງຝຶກຫັດວິຊາຊີບຄູຢູ່ໂຮງຮຽນມັດທະຍົມ ນັບແຕ່ປີ 2019-2024 ໄດ້ຝຶກສອນທັງໝົດ 1 ສູນ (ສູນໄວໜຸ່ມ), 1 ວິທະຍາໄລຄູ (ວິທະຍາໄລຄູບ້ານເກິນ) ແລະ 15 ໂຮງຮຽນ ໃນຈໍານວນ 4 ແຂວງຄື: ແຂວງນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ. 2) ນັກສຶກສາສໍາເລັດການສຶກສາ ນັບແຕ່ປີ 2019-2024 ລວມທັງໝົດ ປະລິນຍາເອກ ຈໍານວນ 2 ຄົນ, ຍິງ 2 ຄົນ, ປະລິນຍາໂທ 173 ຄົນ, ຍິງ 101 ຄົນ, ປະລິນຍາຕີ 1,264 ຄົນ, ຍິງ 835 ຄົນ ແລະນັກສຶກສາທີື່ໄດ້ຮັບໃບ ປະກາສະນີຍະບັດແດງ 42 ຄົນ, ຍິງ 21 ຄົນ, ສ້າງຫ້ອງໃຫ້ຄໍາປຶກສາດ້ານຈິດຕະສັງຄົມ (ໃຫ້ຄໍາປຶກສາແກ່ນັກຮຽນ, ນັກສຶກສາທົ່ວ ມຊ) ຈໍານວນ 1 ຫ້ອງ ແລະ ອື່ນໆ, ພ້ອມນັ້ນ ໃນຕໍ່ໜ້າຄະນະພັກຮາກຖານ ຄສສ ແມ່ນຕ້ອງໄດ້ສືບຕໍ່ບັນດາວຽກງານຈຸດສຸມຮອບດ້ານເປັນຕົ້ນແມ່ນ ການຊີ້ນຳໆພາດ້ານວຽກງານແນວຄິດ-ການເມືອງ ເປັນຕົ້ນ.
ພ້ອມນັ້ນໃນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 9 ສະຫາຍ ເພື່ອຄັດເລືອກເອົາ 5 ສະຫາຍ, ໂດຍຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມຄັ້ງປະຖົມມະລຶກທີ່ປະຊຸມໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ອານຸໄທ ສຸວັນດວນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ໄຊ ພອນແກ້ວ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພອນສະຫວັນ ກ່ຳກ້ຽງຍົມ ເປັນປະທານກວດກາພັກຮາກຖານ, ສະຫາຍ ວັນນະສຸກ ບົວສັງທອງ ເປັນ ຄະນະພັກ ແລະສະຫາຍ ນາງ ພອນນາລີ ປອງນາທີ ເປັນຄະນະພັກຮາກຖານ, ກອງປະຊຸມຍັງໄດ້ຕົກລົງເລືອກເອົາສະຫາຍ ບຸນຊູ ໄຊຍະສອນ ເປັນຮອງປະທານກວດກາພັກຮາກຖານອີກດ້ວຍ
ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ແຫ່ງຊາດເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາຊີ້ນໍາຂອງຄະນະພັກຮາກຖານຄະນະສຶກສາສາດ ທີ່ໄດ້ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍ່ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຊຸດໃໝ່ ຈະຕ້ອງສືບຕໍ່ປັບປຸງ, ແກ້ໄຂຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ. ຈາກນັ້ນກໍ່ໃຫ້ທິດຊີ້ນຳ ວຽກງານແຕ່ລະດ້ານທີ່ມີລັກສະນະຖືກຕ້ອງສອດຄ່ອງກັບສະພາບປັດຈຸບັນ ແລະ ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ເປັນຕົ້ນແມ່ນດ້ານແບບແຜນວິທີນໍາພາ, ວິທີການເຮັດວຽກ, ການແບ່ງວຽກງານພາຍໃນໝູ່ຄະນະໃຫ້ຈະແຈ້ງສອດຄ່ອງບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຕິດພັນກັບມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກ.
ເພື່ອໃຫ້ພະນັກງານສະມາຊິກພັກທົ່ວ ມຊ ໄດ້ຮັບຮູ້ເຂົ້າໃຈເນື້ອໃນຢ່າງເລິກເຊິ່ງ ຜົນງານ ແລະມູນເຊື້ອການເຕີບໃຫຍ່ ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ, ພ້ອມທັງນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ປະກົດຜົນເປັນຈິງ ໃນຕອນເຊົ້າວັນທີ 22 ມັງກອນ 2025 ຜ່ານມານີ້, ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ກອງ ທັບປະຊາຊົນລາວ ຄົບຮອບ 76 ປີຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ພົນຈັດຕະວາ ຄຳຫອມ ແສງບົວລາ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ໂດຍການເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາກສ່ວນຕ່າງໆອ້ອມຂ້າງ ມຊ ເຂົ້າຮ່ວມ.
ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນມູນເຊື້ອ ປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ຜົນງານໄຊຊະນະ, ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວແຕ່ລະໄລຍະ, ທາດແທ້ ແລະ ມູນເຊື້ອອັນສະຫງ່າ ອົງອາດກ້າຫານຂອງ ກອງທັບປະຊາຊົນລາວ ເວົ້າລວມ; ເວົ້າສະເພາະແມ່ນບົດຮຽນອັ່ນລໍ້າຄ່າຂອງບັນດານັກຮົບຜູ້ເສຍສະຫຼະ, ນັກຮົບວິລະຊົນ ໃນການຕໍ່ສູ້-ກູ້ຊາດ ໃນສະໜາມຮົບສໍາຄັນຫຼາຍບັ້ນຮົມ; ພ້ອມດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ສາຍພົວພັນລະຫວ່າງ ກອງທັບ ກັບ ປະຊາຊົນ; ປະຊາຊົນ ກັບ ກອງທັບ, ເຊິ່ງໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ແລະໂອບເອື້ອອາລີ ຮ່ວມຄຽງບ່າ-ຄຽງໄຫຼ່ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນຍາມປະເທດຊາດຕົກທຸກໄດ້ຍາກ ຕະຫຼອດມາເຖິງປັດຈຸບັນ ຈົນບໍ່ສາມາດຕັດແຍກອອກຈາກກັນໄດ້ ປຽບເໝືອນ ປາ ກັບນໍ້າ.