ໃນຕອນເຊົ້າ ວັນທີ 27 ກັນຍາ 2024, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືທາງດ້ານວິຊາການ ຮ່ວມກັບ ວິທະຍາໄລການສຶກສາກ່ອນໄວຮຽນຄຸນມິງ ສປ ຈີນໂດຍການລົງນາມຝ່າຍ ມຊ ໂດຍທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ແລະ ຝ່າຍ ວິທະຍາໄລການສຶກສາກ່ອນໄວຮຽນຄຸນມິງ ໂດຍທ່ານ ຊົງ ໄທ່ເຊີງ (Song Haisheng) ຮອງຜູ້ອຳນວຍການວິທະຍາໄລ ການສຶກສາກ່ອນໄວຮຽນຄຸນມິງ ມີບັນທ່ານຫົວໜ້າ-ຮອງຫົວໜ້າ ຫ້ອງການ, ຄະນະບໍດີ, ພະນັກງານ, ຄູ-ອຈານ ຈາກທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນການລົງນາມການຮ່ວມມືທັງສອງຝ່າຍເປັນການສົ່ງເສີມການຮ່ວມມືແລກປ່ຽນທາງດ້ານວິຊາການ ແລະວັດທະນະທຳຂອງສອງຝ່າຍ ລວມເຖິງການຄົ້ນຄ້ວາວິທະຍາສາດ ແລະການຮຽນ-ການສອນ ພ້ອມນັ້ນ ຍັງຈະໄດ້ມີການຈັດກອງປະຊຸມສົນທະນາແລກປ່ຽນອີກດ້ວຍ.
ວິທະຍາໄລການສຶກສາກ່ອນໄວຮຽນຄຸນມິງ ສປ ຈີນ ເປັນໂຮງຮຽນທີ່ຂັດການຮຽນ-ການສອນ ແລະເຝິກອົບຮົມດ້ານວິຊາການຄູ ໃນຂັ້ນການສຶກສາກ່ອນໄວຮຽນອັນດັບຕົ້ນໆຂອງ ສປ ຈີນ ໂດຍມີພື້ນທີ່ອາຄານຮຽນກວ້າງຂວາງ ແລະເປັນວິທະຍາເຂດສີຂຽວພ້ອມທັງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງເຊັ່ນ: ອາຄານຮຽນ, ຫ້ອງສະໝຸດ, ຫ້ອງບັນຍາຍວິຊາການ, ຫໍພັກນັກສຶກສາ ແລະອື່ນໆ ເຊິ່ງຕັ້ງຢູ່ແຂວງ ຍູນນານ ເມືອງຄຸນມິງ ສປ ຈີນ.
ໃນຕອນເຊົ້າ ວັນທີ 18 ກັນຍາ 2024 ຜ່ານມານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາໄລ ມະຫາວິທະຍາໄລແຫ່ງຊາດ(ຮພຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2023-2024 ແລະເປີດສົກຮຽນໃໝ່ 2024-2025 ຂຶ້ນທີ່ສະໂມສອນ ຂອງໂຮງຮຽນຕົນ, ໂດຍການເປັນປະທານ ຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ມີທ່ານ ແກ້ວສິດທິພອນ ຈັນທະລາ ຮັກສາການຜູ້ອໍານວຍການ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ, ມີບັນດາທ່ານ ຮອງຜູ້ອໍານວຍການໂຮງຮຽນ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກຮຽນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ທ່ານ ແກ້ວສິດທິພອນ ຈັນທະລາ ໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2023-2024 ແລະຜ່ານທິດທາງແຜນການສົກຮຽນ 2024-2025 ຕໍ່ທີ່ປະຊຸມ, ເຊິ່ງທ່ານກ່າວບາງຕອນວ່າ: ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ມີຊື່ຫຍໍ້ວ່າ: ຮພຊ, ເປັນໂຮງຮຽນທີ່ຂຶ້ນກັບສໍານັກງານອະທິການບໍດີ; ພາຍໃຕ້ການຊີ້ນໍາໆພາຂອງທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ), ມີພາລະບົດບາດໃນການສ້າງຊັບພະຍາກອນມະນຸດ ກໍຄືການກໍ່ສ້າງນັກຮຽນເກັ່ງ, ໂຮງຮຽນແຫ່ງນີ້ໄດ້ຮັບການຊ່ວຍເຫຼືລ້າຈາກລັດຖະບານ ປະເທດ ສສ. ຫວຽດນາມ, ລວມມູນຄ່າ 47 ຕື້ດົງ ຫວຽດນາມ ແລະຖືກນໍາໃຊ້ຢ່າງເປັນທາງການ ແຕ່ວັນທີ 07 ກຸມພາ 2007, ເຊິ່ງປະກອບມີ 07 ອາຄານຄື: ອາຄານອໍານວຍການ, ອາຄານຮຽນ, ອາຄານຫ້ອງທົດລອງ-ຫໍສະໝຸດ, ສະໂມສອນ, ໂຮງອາຫານ ແລະຫໍພັກ 02 ຫຼັງ. ສໍາລັບຊັ້ນຮຽນແມ່ນມີແຕ່ຊັ້ນ ມ1 ເຖິງ ມ7; ລະບົບຈັດຕັ້ງປະກອບມີ ຄະນະອໍານວຍການ 04 ທ່ານ, ປະກອບມີ 05 ໜ່ວຍງານ, ມີຄູ-ອາຈານທັງໝົດ 48 ທ່ານ, ຍິງ 30 ທ່ານ, ໃນນັ້ນປະລິນຍາເອກ 01 ທ່ານ, ຍິງ 0, ປະລິນຍາໂທ 25 ທ່ານ, ຍິງ 13 ທ່ານ, ປະລິນຍາຕີ 22 ທ່ານ, ຍິງ 17 ທ່ານ, ກໍາລັງສຶກສາຕໍ່ປະລິນຍາເອກ ຢູ່ພາຍໃນ 01 ທ່ານ, ຍິງ 0 ທ່ານ, ສຶກສາຕໍ່ປະລິນຍາໂທພາຍໃນ 01 ທ່ານ, ຍິງ 01 ທ່ານ ແລະມີຄູສອນພາສາຫວຽດນາມ ຈາກ ສສ. ຫວຽດນາມ ຈໍານວນ 01 ທ່ານ, ຍິງ 01 ທ່ານ; ມີນັກຮຽນທັງໝົດ 591 ນ້ອງ, ຍິງ 336 ນ້ອງ.
ໂອກາດດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານວຽກງານການເມືອງແນວຄິດ, ວຽກງານວິຊາການ, ວຽກງານຄຸ້ມຄອງນັກຮຽນ, ວຽກງານບໍລິຫານ, ວຽກງານສະຖິຕິຂໍ້ມູນ-ຂ່າວສານເຕັກໂນໂລຊີ ແລະວຽກງານຈັດຕັ້ງ-ນະໂຍບາຍ; ດ້ານວຽກງານການເມືອງແນວຄິດ ພະນັກງານ, ຄູ-ອາຈານ ສ່ວນຫາຍມີແນວຄິດອຸ່ນອຽນ-ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີລະບຽບວິໄນ, ມີຄວາມເສຍສະຫຼະ, ມີຄວາມສາມັກຄີ, ພະນັກງານຄູຮັກອາຊີບແພງເດັກ ແລະພັດທະນາຕົນເອງຕະຫຼອດເວລາ; ດ້ານວຽກງານວິຊາການ ແມ່ນໄດ້ເຄື່ອນໄຫວຢ່າງກວ້າງຂວາງເຊັ່ນ ໄດ້ສົ່ງຮັກຮຽນເກັ່ງເຂົ້າຮ່ວມສອບເສັງຂັ້ນເມືອງໄຊທານີ ຊັ້ນ ມ.ຕົ້ນ 19 ນ້ອງ, ຍິງ 13 ນ້ອງ ແລະ ມ.ປາຍ 20 ນ້ອງ, ຍິງ 11 ນ້ອງ; ສາມາດຍາດໄດ້ລາງວັນ ນັກຮຽນເກັ່ງຂັ້ນເມືອງໄຊທານີ 36 ນ້ອງ, ຍິງ 23 ນ້ອງ; ໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງຂັ້ນ ນະຄອນຫຼວງວຽງຈັນ ຈໍານວນ 36 ນ້ອງ, ຍິງ 23 ນ້ອງ ແລະສາມາດຍາດໄດ້ລາງວັນນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນ ຈໍານວນ 14 ນ້ອງ, ຍິງ 10 ນ້ອງ; ໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງລະດັບຊາດ ຈໍານວນ 03 ນ້ອງ, ຍິງ 01 ນ້ອງ ສາມາດຍາດໄດ້ຫຼຽນຄໍາ(ອັນດັບ1) ຈໍານວນ 02 ນ້ອງ, ຍິງ 01 ນ້ອງ ແລະຫຼຽນເງິນ(ອັນດັບ 2) ຈໍານວນ 01 ນ້ອງ, ຍິງ 0. ໃນສົກຮຽນຜ່ານມາ ຮພຊ ໄດ້ຮັບຂະບວນຄູເຝິກຫັດ ຈາກຄະນະສຶກສາສາດ ຈໍານວນ 14 ນ້ອງ, ການສອບເສັງເລື່ອນຂັ້ນ ແລະສອບເສັງຈົບຊັ້ນ ມ4 ແລະ ມ7 ໄດ້ 100%; ໃນນັ້ນ ໄດ້ໃບປະກາດແດງ 07 ນ້ອງ, ຍິງ 07 ນ້ອງ ແລະໄດ້ຮັບໃບຍ້ອງຍໍ 117 ນ້ອງ ແລະນອກນັ້ນ ຍັງໄດ້ນໍາພານັກຮຽນເຂົ້າຮ່ວມແຂ່ງຂັນໂຄງການວິທະຍາສາດ ແລະກີລາທີ່ຕ່າງປະເທດເຊັ່ນ: ປະເທດ ສປ.ຈີນ, ສິງກະໂປ, ສປ.ເກົາຫຼີ, ກໍາປູເຈຍ, ໄທ, ຫວຽດນາມ ແລະອາເມລິກາ ສາມາດຍາດໄດ້ 04 ຫຼຽນຄໍາ, 06 ຫຽນເງິນ ແລະ 04 ຫຼຽນທອງແດງ. ແລະນອກຈາກນີ້ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວດ້ານອື່ນໆຕື່ມອີກ.
ໃນວັນທີ 20 ກັນຍາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມະຫາວິທະຍາໄລ ຄົມມະນາຄົມ ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ (Southwest Jioatong University) ໄດ້ເຊັນສັນຍາຮ່ວມມືທາງດ້ານວິຊາການຮ່ວມກັບ, ຝ່າຍ ມຊ ລົງນາມໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ແລະ ຝ່າຍ ມະຫາວິທະຍາໄລ ຄົມມະນາຄົມພາກຕາເວັນຕົກສ່ຽງໃຕ້ ສປ ຈີນ ລົງນາມ ໂດຍທ່ານ ຈົງຫຼົງ ໂຈ (Prof. Zhongrong ZHOU) ຮອງອະທິການບໍດີ. ໂດຍຊ້ອງໜ້າທານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າເປັນສັກຂີພິຍານ.
ຈຸດປະສົງຂອງການລົງນາມຂອງທັງຝ່າຍໃນຄັ້ງນີ້, ແມ່ນເພື່ອກໍ່ສ້າງ ແລະ ເຝິກອົບຮົມເຕັກນິກສະໄໝໃໝ່ໃຫ້ແກ່ນັກສຶກສາ ໃນຂະແໜງກົນຈັກໂດຍສະເພາະແມ່ນກ່ຽວກັບລົດໄຟ ໂດຍພາຍໃຕ້ການຮ່ວມມື ໜຶ່ງແລວທາງໜຶ່ງເສັ້ນທາງ. ເຊິ່ງໃນ ສປປ ລາວ ປັດຈຸບັນກໍມີ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ທີ່ສ້າງສຳເລັດໃນປີ 2023 ໃນ 6 ສາຂາວິຊາເຊັ່ນ: ສາຂາວິຊາເຕັກນິກ ຫົວລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກຳທາງລົດໄຟ, ຄຸ້ມຄອງການຂົນສົ່ງທາງລົດໄຟ ແລະການສະໜອງໄຟຟ້າທາງລົດໄຟ. ສາມາດຮັບນັກສຶກສາໃນແຕ່ລະປີໄດ້ 350 ຄົນເຂົ້າຮຽນໃນລະດັບວິຊາຊີບຊັ້ນສູງ ທີ່ ເຂດຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຕົ້ນ. ສ່ວນການຮ່ວມມືກັບ ມຊ ແມ່ນລົງເລິກບັນດາສາວິຊາທີ່ກ່ຽວຂ້ອງ ຄະນະວິສະວະກຳສາດ.
ໃນວັນທີ 20 ກັນຍາ 2024 ຜ່ານມານີ້, ທ່ານ ແຊມ ເມັງ (Sam Meang) ຫົວໜ້າ ສະຖາບັນແລກປ່ຽນ ວັດທະນະທຳ ແລະອຸດສະຫະກຳ ລາວ-ເກົາຫຼີ ແລະຄະນະ ໄດ້ມາຢ້ຽມຢາມ ແລະພົບປະ ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ທີ່ຫ້ອງຮັບແຂກ ຕຶກສໍານັກງານອະທິການບໍດີ, ໂດຍມີບັນດາທ່ານຮອງອະທິການບໍດີ, ຫົວໜ້າຫ້ອງການ, ພະນັກງານ ແລະ ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລື -ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະກັນກ່ຽວກັບການຮ່ວມມືໃນການສ້າງມະຫາວິທະຍາໄລເຕັກໂນໂລຊີທີ່ທັນສະໄໝ (Cyber University) ການສຶກສາທາງໄກ ໂດຍເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານເກົາຫຼີ ແລະ ອີກໂຄງການໜຶ່ງແມ່ນສ້າງລະບົບໄວຟາຍ ເຊິ່ງໄດ້ຜ່ານການນຳສະເໜີ ລັດຖະບານເກົາຫຼີແລ້ວ ແລະ ໄດ້ສົ່ງອຸປະກອນມາເຖິງ ມຊ ແລ້ວ ແລະພ້ອມນັ້ນ ໂຄງການທີ່ໄດ້ດຳເນີນຜ່ານມາແມ່ນສູນຄິງເຊຈອງ ໃນຕະຫຼອດ 5 ປີຜ່ານມາ ນັບແຕ່ສ້າງຕັ້ງສູນຄິງເຊຈອງແມ່ນໄດ້ພັດທະນາດ້ານການສອນພາສາເກົາຫຼີ ແລະ ເຜີຍແຜ່ວັດທະນະທຳເກົາຫຼີ, ພ້ອມທັງເປີດໂອກາດໃຫ້ໄວໜຸ່ມລາວ ສາມາດໄປປະກອບອາຊີບຢູ່ ເກົາຫຼີໄດ້.
ໃນໂອກາດການຢ້ຽມຢາມ ແລະພົບປະ ຄະນະນໍາ ມຊ ຄັ້ງນີ້, ທາງສະຖາບັນແລກປ່ຽນ ວັດທະນະທຳ ແລະອຸດສະຫະກຳ ລາວ-ເກົາຫຼີ ຍັງໄດ້ມອບອຸປະກອນໄອທີ ເຄື່ອງສັນຍານກະຈາຍໄວໄຟ ມູນຄ່າ 150,000 ໂດລາສະຫະລັດ ໃຫ້ແກ່ ມຊ ເພື່ອນຳໃຊ້ເຂົ້າໃນການກະຈາຍສັນຍານອິນເຕີເນັດໃຫ້ວ່ອງໄວທັນໃຈ ຢູ່ພາຍໃນ ມຊ.
ໃນວັນທີ 18 ກັນຍາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບການຢ້ຽມຢາມ ແລະບັນຍາຍພິເສດ ຂອງທ່ານ ດາແລນ ຕັງ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ World Intellectual Property Organization (WIPO) ພ້ອມດ້ວຍຄະນະ, ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍເປັນກຽດຕ້ອນຮັບຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ ພ້ອມດ້ວຍຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະຕົວແທນນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຕ້ອນຮັບ ແລະສະແດງຄວາມຍິນດີ ຕໍ່ການມາຢຽມຢາມຂອງ ທ່ານ ດາແລນ ຕັງ ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ພ້ອມດ້ວຍຄະນະໃນຄັ້ງນີ້ ພ້ອມທັງໄດ້ລາຍງານກ່ຽວກັບສະພາບລວມໂດຍຫຍໍ້ຂອງ ມຊ ໃຫ້ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ແລະຄະນະຮັບຊາບ, ພ້ອມທັງລາຍງານກ່ຽວກັບວຽກງານຊັບສິນທາງປັນຍາ ເຊິ່ງໃນທຸກໆປີ ມຊ ໄດ້ມີການຈັດເຝິກອົບຮົມເຜີຍແຜ່ກ່ຽວກັບວຽກງານປົກປ້ອງຄຸ້ມຄອງ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ ທີ່ຕິດພັນກັບວຽກງານຊັບສິນທາງປັນຍາໃຫ້ແຕ່ລະຄະນະວິຊາ ໂດຍຮ່ວມມືກັບກົມຊັບສິນທາງປັນຍາ ກະຊວງອຸດສະຫະກຳ ແລະການຄ້າ, ໄດ້ລົງນາມເຊັນສັນຍາສາມຝ່າຍທັງພາຍໃນ ແລະຕ່າງປະເທດ ພາຍໃຕ້ຂອບເຂດການຮ່ວມມືວຽກງານຊັບສິນທາງປັນຍາ, ໃນນັ້ນປະກອບມີມະຫາວິທະຍາໄລ ເຕັກໂນໂລຊີ ສົງຊິງ ສປ. ຈີນ, ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ ເຊິ່ງຜ່ານມາໄດ້ນໍາສົ່ງຄູ-ອາຈານ ໄປເຝິກອົບຮົມ 10 ກວ່າຄົນໂດຍການຊ່ວຍເຫຼືອຈາກ WIPO ເປັນຕົ້ນ. ພ້ອມນັ້ນ ໃນພິທີຍັງໄດ້ຮັບຟັງການການບັນຍາຍຂອງ ທ່ານ ດາແລນ ຕັງ ໃນຫົວຂໍ້ “ຄວາມສຳຄັນຂອງເລກອ້າງອີງ (IP) ແລະ ແນວໂນ້ມຂອງການນຳໃຊ້ເລກອ້າງອີກໃນອະນາຄົດ”.