ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ແຈ້ງຜົນສອບ​ເສັງ​ເຂົ້າຮຽນໃນສົກສຶກສາປີ 2024-2025

ຂໍ້ມູນເພີ່ມເຕີມ

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ຄກສ ຄວ້າລາງວັນທີ 1 ໃນກິດຈະກຳຖາມ-ຕອບວິທະຍາສາດ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມຊ

ກອງປະຊຸມ  ກິດຈະກຳການແຂ່ງຂັນຖາມ-ຕອບວິທະຍາສາດ ຕິດພັນກັບວຽກວິຊາການ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 19 ກຸມພາ 2025 ນີ້ ທີ່ສະໂມສອນໃຫຍ່ ມະຫາວີທະຍາໄລແຫ່ງຊາດ(ມຊ), ໂດຍການເຂົ້າຮ່ວມຂອງສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ,...

ມຊ ພິທີເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບ ທີ່ຄະນະວິທະຍາສາດສັງຄົມ

ໃນວັນທີ 13 ກຸມພາ 2025 ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີເປີດຫ້ອງການໃຫ້ຄຳປຶກສາດ້ານອາຊີບຂຶ້ນຢ່າງເປັນທາງການທີ່ພາກວິຊາການທ່ອງທ່ຽວ ແລະ ການໂຮງແຮມ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເປັນປະທານໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ, ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ...