ມະຫາວິທະຍາໄລແຫ່ງຊາດເປີດໃຫ້ລົງທະບຽນສະໝັກສອບເສັງເຂົ້າຮຽນສົກສຶກສາ 2025-2026
ໃນວັນທີ 21 ມິຖຸນາ 2025 ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ໄດ້ຈັດພິທີມອບ-ຮັບໃບປະກາດ(ປະກາສະນີຍະບັດ) ໃຫ້ແກ່ນັກສຶກສາລາວ ສາຂາຄູພາສາຈີນໃນຫຼັກສູດ 2+2 ຮຸ່ນທໍາອິດ ຂອງມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ ສປ ຈີນ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ສຈ.ປອ. ເຫວີຍຊືເຈີນ ອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ແລະ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການພົວພັນສາກົນ ພະແນກສຶກສາແຂວງກວາງຊີ ເຂົ້າຮ່ວມ.
ໃນພິທີທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຂອບໃຈມາຍັງຝ່າຍຈີນທຸກພາກສ່ວນທີ່ໄດ້ຊ່ວຍມະຫາວິທະຍາໄລແຫ່ງຊາດໃນການສ້າງບຸກຄະລາກອນ ແລະໄດ້ຊົມເຊີຍນັກສຶກສາຮຸ່ນທໍາອິດທີ່ສາມາດອົດທົນຜ່ານຜ່າອຸປະສັກຈົນສາມາດຈົບ ແລະ ໄດ້ຮັບປະກາດສະນີຍະບັດໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາຈົ່ງສືບຕໍ່ມານະຈິດຊອກຮູ້ຮໍ່າຮຽນ, ຮູ້ບຸນຄຸນ, ເປັນຄົນດີຂອງສັງຄົມ ກຽມພ້ອມຮັບໃຊ້ຊາດຮັບໃຊ້ປະຊາຊົນ. ນອກຈາກນັ້ນ ທ່ານ ວົງປາໂນ ສີປະເສີດ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ, ທ່ານ ສຈ.ປອ. ເຫວີຍຊືເຈີນ, ທ່ານ ຫູຈືຜິງ ກໍໄດ້ຂຶ້ນກ່າວຊົມເຊີຍ ແລະຕີລາຄາສູງຕໍ່ຜົນງານການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ໃນການສ້າງບຸກຄະລາກອນດ້ານຄູພາສາຈີນ ເຊິ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດແຄນ.
ໃນພິທີດັ່ງກ່າວ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ແລະ ທ່ານ ສຈ. ປອ. ນ. ເຫວີຍຊືເຈີນ ໄດ້ຂຶ້ນມອບ ປະກາສະນີຍະບັດຮ່ວມກັນ ໃຫ້ແກ່ນັກສຶກສາສາຂາຄູພາສາຈີນຈໍານວນ 53 ຄົນ (ຍິງ 34 ຄົນ).ໃນຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະຂຶ້ນຮ້ອງເພງມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ເຊິ່ງໄດ້ສ້າງບັນຍາກາດ ແລະຄວາມປະທັບໃຈໃນພິທີດັ່ງກ່າວ.
ໃນວັນທີ 13 ມິຖຸນາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ແລະເວທີສົນທະນາແລກປ່ຽນໃນການຈັດຕັ້ງປະຕິບັດໂຄງການຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນ ເນື່ອງໃນໂອກາດວັນດ້ານເສດຖະກິດໝູນວຽນ (CIRCULAR Living Lab & CIRCUARL Awareness Day) ທີ່ຄະນະວິທະຍາສາດສິ່ງແວດລ້ອມໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ມີບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ຄະນະບໍດີ, ຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກຄະນະວິທະຍາສາດສິ່ງແວດລ້ອມເຂົ້າຮ່ວມ.
ຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນແມ່ນໝາກຜົນຂອງການຈັດຕັ້ງປະຕິດບັດໂຄງການ ສ້າງຫ້ອງປະຕິບັດການດ້ານເສດຖະກິດໝູນວຽນເພື່ອສົ່ງເສີມນະວັດຕະກໍາດ້ານສັງຄົມໃນຂົງເຂດອາຊີຕາເວັນອອກສ່ຽງ
ໃຕ້ ຫຼື ເອີ້ນວ່າໂຄງການ CIRCULAR ໃນໄລຍະ 2023 – 2025, ເຊິ່ງເປັນໂຄງການຮ່ວມທຶນ (co-funded) ໂດຍໄດ້ຮັບທຶນສະໜັບສະໜູນຫຼັກຈາກສະຫະພາບເອີຣົບ ພາຍໃຕ້ຂອບໂຄງການອີຣັດສ໌ມຸດພັດ (Erasmus+) ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາຊັ້ນສູງ. ພາຍໃຕ້ໂຄງການ CIRCULAR, ມຊ ໄດ້ຖືກຄັດເລືອກໃຫ້ຮັບຜິດຊອບນໍາພາບັນດາມະຫາວິທະຍາໄລ ຄູ່ຮ່ວມມືໃນ ສປປ ລາວ, ມາເລເຊຍ ແລະ ກໍາປູເຈຍ ດໍາເນີນການຄົ້ນຄວ້າກ່ຽວກັບການຈັດຕັ້ງປະຕິບັດກ່ຽວກັບການຈັດການສິ່ງເສດເຫຼືອ, ເສດຖະກິດໝູນວຽນ ແລະ ນະວັດຕະກໍາທາງສັງຄົມ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ການປະຕິບັດໜ້າທີ່ດັ່ງກ່າວນີ້, ສະແດງໃຫ້ເຫັນເຖິງຂີດຄວາມສາມາດຂອງບັນດາພະນັກງານ-ອາຈານພາຍໃນ ມຊ ແລະ ຄວາມພ້ອມຂອງມະຫາວິທະຍາໄລພວກເຮົາທີ່ຈະຫັນເປັນທັນສະໄໝ ແລະ ກ້າວສູ່ສາກົນ, ໂດຍສະເພາະຮັດແໜ້ນການຮ່ວມມືໃນພາກພື້ນອາຊຽນ ແລະ ເອີຣົບ. ສະເພາະໂຄງການ CIRCULAR ແມ່ນລົງເລິກການສຶກສາ ແລະ ການຄົ້ນຄວ້າດ້ານເສດຖະກິດໝູນວຽນເພື່ອສົ່ງເສີມນະວັດຕະກໍາທາງສັງຄົມ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ຕະຫຼອດໄລຍະ 2 ປີຜ່ານມາ, ຄະນະຮັບຜິດຊອບໂຄງການ CIRCULAR ໄດ້ປະຕິບັດຫຼາຍກິດຈະກໍາທີ່ພົ້ນເດັ່ນຄື: ຂຽນບົດລາຍງານວິຊການດ້ານການຈັດການສິ່ງເສດເຫຼືອ, ສ້າງຄູ່ມືສໍາລັບການຮ່ວມມືເພື່ອສົ່ງເສີມນະວັດຕະກໍາທາງສັງຄົມໃນເສດຖະກິດໝູນວຽນ, ສ້າງແຜນປະຕິບັດການສໍາລັບຫ້ອງປະຕິບັດການດ້ານເສດຖະກິດໝູນວຽນ ແລະຈັດເຝິກອົບຮົມໃຫ້ພະນັກງານ-ອາຈານ ພາຍໃນ ມຊ ຮັບຮູ້ກ່ຽວກັບຄວາມສໍາຄັນ ແລະ ກົນໄກດ້ານເສດຖະກິດໝູນວຽນ.
ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຂົ້າຊົມຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນ ທີ່ຢູ່ຄະນະວິທະຍາສາດສິ່ງແວດລ້ອມ ໂດຍເປັນຫ້ອງຮຽນຮູ້ໃນການນຳເອົາສິ່ງເສດເຫຼືອມາໝູນວຽນກັບມານຳໃຊ້ໃໝ່ເພື່ອໃຫ້ເກີດຜົນປະໂຫຍດອີກຄັ້ງໜຶ່ງ ແລະ ໄດ້ຮັບຟັງເວທີການສົນທະນາໃນຫົວຂໍ້: “ການສຶກສາ ແລະການຄົ້ນຄວ້າເພື່ອສົ່ງເສີມເສດຖະກິດໝູນວຽນ, ນະວັດຕະກຳສັງຄົມ ແລະການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ” ອີກດ້ວຍ.
ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກປະຈຳປີ 2025 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ)ໂດຍສະຫະພາບເອີຣົບ ຮ່ວມກັບ ມຊ ແລະ ກຸ່ມອາສາສະໝັກໜ່ວຍປະຕິບັດການ ການສຶກສາ-ພັດທະນາ ແລະ ສິ່ງແວດລ້ອມ (SEED)ຈາກຄະນະວິທະຍາສາດສິ່ງແວດລ້ອມ ແລະມີການມາຮ່ວມເປີດບູດແນະນຳຈາກອົງການສາກົນຕ່າງໆຫຼາຍຫວ່າ 20 ອົງການ ທີ່ເຮັດວຽກຕິດພັນກັບຂົງເຂດສິ່ງແວດລ້ອມ, ໂດຍການເຂົ້າຮ່ວມງານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຜູ້ຕາງໜ້າຈາກສະຫະພາບເອີຣົບ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກອົງການອາຫານໂລກ, ແຂກຖືກເຊີນ, ອົງການຈັດຕັ້ງສາກົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ງານສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກຈັດຂຶ້ນພາຍໃຕ້ຄຳຂວັນ: “ຈົ່ງຊ່ວຍກັນຫຼຸດຜ່ອນມົນລະພິດທາງ ປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໃສ” ໂດຍເນັ້ນໃຫ້ເຫັນບັນຫາເລັ່ງດ່ວນຂອງມົນລະພິດຈາກປລາສະຕິກ ແລະການຫາແນວທາງແກ້ໄຂ ເພື່ອຫຼຸດຜ່ອນການນຳໃຊ້ປລາສະຕິກ ພ້ອມທັງສົ່ງເສີມການນຳກັບໄປຜະລິດຄືນໃໝ່ ເພື່ອອະນາຄົນທີ່ສະອາດ ແລະ ຍືນຍົງຂຶ້ນ.
ໃນພິທີ, ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ໄດ້ຂຶ້ນຜ່ານສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດ ໂດຍມີເນື້ອໃນວ່າ: ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປີນີ້ວັນສິ່ງແວດລ້ອມໂລກແມ່ນຄົບຮອບ 52 ປີ ແລະວັນສິ່ງແວດລ້ອມແຫ່ງຊາດແມ່ນຄົບຮອບ26ປີ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການປູກຈິດສຳນຶກໃຫ້ທົ່ວໂລກ ແລະຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ ແລະຮ່ວມກັນແກ້ໄຂບັນຫາໂລກຮ້ອນຂຶ້ນອັນເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະຮ່ວມແຮງຮ່ວມໃຈກັນຫຼຸດຜ່ອນການນຳໃຊ້ພລາສຕິກ ແລະແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສິ່ງແວດລ້ອມທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຊິວິດຂອງມະນຸດ, ຊີວະນາໆພັນ. ສໍາລັບປີນີ້ສາທາລະນະລັດເກົາຫຼີ ຈະເປັນເຈົ້າພາບຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກພາຍໃຕ້ຄຳຂວັນທີ່ວ່າ“ການຫຼຸດຜ່ອນມົນລະພິດພລາສຕິກໃນທົ່ວໂລກ”. ສໍາລັບ ສປປ ລາວ. ພວກເຮົາກໍໄດ້ຮ່ວມກັບປະເທດຕ່າງໆໃນທົ່ວໂລກສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກແລະວັນສິ່ງແວດລ້ອມແຫ່ງຊາດ ເພື່ອຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນຂອງພັກ ແລະລັດຖະບານລາວໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມກັນແກ້ໄຂບັນຫາສິ່ງແວດລ້ອມທີ່ເສື່ອມໂຊມສົ່ງຜົນກະທົບຕໍ່ເສດຖະກິດ, ການດໍາລົງຊີວິດຂອງມວນມະນຸດ ແລະສິ່ງທີ່ມີຊີວິດຢູ່ໃນໂລກ, ເພື່ອປ້ອງກັນໄພພິບັດ ແລະປັບຕົວເຂົ້າກັບກັບສະພາບການປ່ຽນແປງດິນຟ້າອາກາດຊຶ່ງໃນປີນີ້ ສປປ ລາວ. ໄດ້ກໍານົດຄໍາຂວັນວັນສິ່ງແວດລ້ອມຄື“ຫຼຸດຜ່ອນມົນລະພິດທາງພລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໃສ”.
ພີ່ນ້ອງຮ່ວມຊາດທີ່ຮັກແພງ; ປັດຈຸບັນປະຊາກອນໂລກໃນທຸກພາກພື້ນກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການອັນເນື່ອງມາຈາກການເສື່ອມໂຊມຂອງສິ່ງແວດລ້ອມ, ການສູນເສຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະການປ່ຽນແປງຂອງສະພາບດິນຟ້າອາກາດເປັນຕົ້ນບັນຫາມົນລະພິດ, ໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະອາກາດທີ່ຮ້ອນອົບເອົ້ານັບມື້ນັບເພີ່ມຂຶ້ນ. ເນື່ອງມາຈາກການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດໂລກໃນຊຸມປີຜ່ານມາ,ສັງຄົມເຮົາໄດ້ມີການຜະລິດ ແລະນໍາໃຊ້ຜະລິດຕະພັນທີ່ຜະລິດ ແລະຫຸ້ມຫໍ່ດ້ວຍພລາສຕິກເພີ່ມຂຶ້ນໂດຍສະເພາະໃນບັນດາປະເທດທີ່ກຳລັງພັດທະນາລວມທັງ ສປປ ລາວ ຊຶ່ງເປັນການສ້າງຂີ້ເຫຍື້ອສິ່ງເສດເຫຼືອທີ່ເປັນພິດເພີ່ມຂຶ້ນ ແລະກາຍເປັນບັນຫາໃຫຍ່ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຕາມຂໍ້ມູນຫຼ້າສຸດເຫັນວ່າການນຳໃຊ້ພລາສຕິກໃນທົ່ວໂລກໄດ້ມີການເພີ່ມຂຶ້ນຫຼາຍເທົ່າໂຕຈາກ 6.8 ລ້ານໂຕນ ໃນປີ 2000 ເປັນ 220 ລ້ານໂຕນໃນປີ 2024,ໃນນັ້ນມີພຽງແຕ່ 9%ຖືກນຳມາໃຊ້ຄືນໃໝ່,12%ແມ່ນນຳໄປຈູດເຜົາ ແລະ79%ແມ່ນຖືກນໍາໄປຝັງດິນໃນສະໜາມຂີ້ເຫຍື້ອ ແລະມີຈໍານວນໜຶ່ງຖືກຖິ້ມຊະຊາຍໂດຍບໍ່ມີການກໍາຈັດຢ່າງຖືກວິທີ.
ສິ່ງເສດເຫຼືອຈາກພລາສຕິກມີການຍ່ອຍສະຫຼາຍຍາກ ຊຶ່ງໂດຍທົ່ວໄປຈະໃຊ້ເວລາປະມານ400–450ປີ. ບັນຫາຂີ້ເຫຍື້ອພລາສຕິກສ່ວນໃຫຍ່ທີ່ຖືກຖິ້ມລົງນໍ້າ, ດິນ ແລະການຈູດເຜົາໄດ້ກໍ່ໃຫ້ເກີດມົນລະພິດທາງອາກາດ, ດິນແລະນໍ້ານັບມື້ນັບຫຼາຍ ແລະຮຸນແຮງຂຶ້ນອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງສິ່ງທີ່ມີຊີວິດໂດຍສະເພາະຄົນເຮົາ. ຍິ່ງໄປກວ່ານັ້ນ, ການຈູດຍັງເປັນການປ່ອຍທາດອາຍພິດທໍາລາຍຊັ້ນບັນຍາກາດເຮັດໃຫ້ເກີດພາວະໂລກຮ້ອນດັ່ງທີ່ພວກເຮົາພວມປະເຊີນນໍາກັນດັ່ງທຸກມື້ນີ້.
ປະຊາຊົນລາວສ່ວນຫຼາຍຍັງມີຄວາມຊິນເຄີຍໃນການນຳໃຊ້ພລາສຕິກເຂົ້າໃນການດຳລົງລົງຊີວິດປະຈຳວັນນັບມື້ມີຈຳນວນເພີ່ມຂຶ້ນໃນຄົວເຮືອນ, ສໍານັກງານ, ຫ້າງຮ້ານ, ຮ້ານອາຫານ, ໂຮງແຮມ ແລະຕາມສະຖານທີ່ທ່ອງທ່ຽວຕ່າງໆແຕ່ການຄຸ້ມຄອງ, ການນໍາກັບມາໃຊ້ຄືນ ແລະການທໍາລາຍຢ່າງຖືກວິທີ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ. ໃນສະພາບການດັ່ງທີ່ກ່າວມານີ້, ລັດຖະບານກໍໄດ້ພະຍາຍາມຂົນຂວາຍຫຼາຍວິທີທາງເພື່ອກໍາຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມເຕັກນິກວິທີການ ແລະນໍາກັບມາໃຊ້ຄືນໃຫ້ເກີດປະໂຫຍດສູງສຸດເພື່ອຫຼຸດຜ່ອນບັນຫາສິ່ງແວດລ້ອມ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານມີຄວາມມຸ່ງໝັ້ນແກ້ໄຂບັນຫາສິ່ງແວດລ້ອມໂດຍໄດ້ກໍານົດໃນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມສະບັບປັບປຸງ, ກໍານົດຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການຄຸ້ມຄອງພລາສຕິກຂອງ ສ ປປ ລາວ ປີ 2024-2030 ໄປພ້ອມກັບການຜັນຂະຫຍາຍມາເປັນລະບຽບການ, ຄູ່ມືແນະນໍາເພື່ອຄວບຄຸມ, ຫຼຸດຜ່ອນ ແລະກໍາຈັດຢ່າງຖືກວິທີ. ພ້ອມກັນນັ້ນ, ກໍໄດ້ເຊື່ອມສານວຽກງານສິ່ງແວດລ້ອມເຂົ້າໃນແຜນພັດທະນາຂອງຂະແໜງການຕ່າງໆເປັນຕົ້ນ: ການສຶກສາ,ພື້ນຖານໂຄງລ່າງ, ກະສິກໍາ, ບໍ່ແຮ່, ພະລັງງານ, ທ່ອງທ່ຽວ ແລະອື່ນໆໃຫ້ແກ່ການຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະທ້ອງຖິ່ນເພື່ອແກ້ໄຂບັນຫາມົນລະພິດພລາສະຕິກ ແລະຟື້ນຟູສະພາບແວດລ້ອມຢູ່ ສ ປປ ລາວ. ນອກຈາກນັ້ນກໍມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານ,ອົງການຈັດຕັ້ງສັງຄົມເພື່ອປູກຈິດສໍານຶກໃຫ້ສັງຄົມ ແລະສ້າງຄວາມເຂັ້ມແຂງໃນການຄຸ້ມຄອງ ແລະຫຼຸດຜ່ອນມົນລະພິດຈາກພລາສະຕິກ ກໍຄື ການປະກອບສ່ວນແກ້ໄຂຮ່ວມກັນກັບປະຊາຄົມໂລກໄປພ້ອມກັບການສົ່ງເສີມການພັດທະນາເສດຖະກິດໝູນວຽນ, ເສດຖະກິດສີຂຽວ ແລະຍືນຍົງ ຊຶ່ງເປັນລະບົບເສດຖະກິດເພື່ອຫຼຸດຜ່ອນສິ່ງເສດເຫຼືອ ແລະໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ ແລະໃຫ້ມີຄວາມຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າເສດຖະກິດ-ສັງຄົມທີ່ຈະເລີນຮຸ່ງເຮືອງກັບການມີສິ່ງແວດລ້ອມທີ່ດີແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຄົມໂລກແລະປະຊາຊົນລາວທັງຊາດ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ; ປະຊາຊົນລາວເຮົາມີປະເພນີ-ວັດທະນະທຳອັນເປັນມູນເຊື້ອອັນດີງາມໃນການດໍາລົງຊີວິດທີ່ຕິດພັນກັບທໍາມະຊາດ ແລະວັດສະດຸໃນທຳມະຊາດນໍາໃຊ້ເຂົ້າໃນການປຸງແຕ່ງອາຫານ, ຢາປົວພະຍາດ, ເຄື່ອງໃຊ້ປະຈໍາວັນ ເປັນຕົ້ນຜະລິດຕະພັນທາງເລືອກຈາກໃບໄມ້, ຕົ້ນໄມ້. ສະນັ້ນ, ເນື່ອງໃນໂອກາດວັນສິ່ງແວດລ້ອມປີນີ້, ຂ້າພະເຈົ້າ ຮຽກຮ້ອງໃຫ້ພວກເຮົາພ້ອມໃຈກັນກັບຄືນມານຳໃຊ້ພູມປັນຍາທ້ອງຖິ່ນອັນລ້ຳຄ່າຂອງຊາດລາວເຮົາເພື່ອເປັນການສົ່ງເສີມຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມໂດຍຫັນມານໍາໃຊ້ຜະລິດຕະພັນທາງເລືອກທີ່ບໍ່ທຳລາຍສິ່ງແວດລ້ອມ, ເພື່ອເຮັດໃຫ້ການປະຕິບັດຄາດໝາຍການຫຼຸດຜ່ອນນຳໃຊ້ພລາສຕິກ ໄດ້ຮັບການຈັດຕັ້ງປະຕິບັດ ແລະຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມລາວ ເປັນເຈົ້າການໃນການຮ່ວມກັນແຍກປະເພດຂີ້ເຫຍື້ອ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍແລະປະຕິບັດ 3 ຫຼັກການຄື: (1)ຫຼຸດປະລິມານການນຳໃຊ້, (2)ນຳກັບມາໃຊ້ຄືນ, (3)ນໍາໄປຜະລິດຄືນໃໝ່, ໄປພ້ອມກັບການປະຕິບັດກົດໝາຍ, ລະບຽບການຢ່າງເຂັ້ມງວດເພື່ອສ້າງປະເທດລາວໃຫ້ກາຍເປັນປະເທດທີ່ຂຽວສະອາດງາມຕາ. ທ້າຍນີ້, ຂໍອວຍພອນໃຫ້ການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະວັນສິ່ງແວດລ້ອມແຫ່ງຊາດໃນປີນີ້ພາຍໃຕ້ຄໍາຂວັນ “ຫຼຸດຜ່ອນມົນລະພິດທາງພລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະສົດໄສ” ຈົ່ງເປັນຂະບວນຟົດຟື້ນ ແລະມີຜົນສຳເລັດຢ່າງຈົບງາມ.
ພ້ອມນັ້ນ, ພາຍໃນງານຍັງມີກິດຈະກຳທີ່ແຂ່ງຂັນແນວຄວາມຄິດ ແລະ ນະວັດຕະກຳການແກ້ໄຂບັນຫາສິ່ງແວດລ້ອມ ແລະການນຳສະເໜີກ່ຽວກັບອົງການຈັດຕັ້ງສາກົນກ່ຽວກັບສິ່ງແວດລ້ອມໃນແຕ່ລະໂຄງການອີກດ້ວຍ.
ໃນວັນທີ 6 ມີຖຸນາ 2025 ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດການແຂ່ງຂັນຂົວພາສາຈີນສໍາລັບນັກສຶກສາຂັ້ນມະຫາວິທະຍາໄລ ຄັ້ງທີ 24 ທີ່ສະໂມສອນສະຖາບັນຂົງຈື ມຊ, ໂດຍການເປັນປະທານຂອງທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຕູ້ສາງຊິງ ຫົວໜ້າຫ້ອງການທູດການເມືອງສະຖານທູດ ສປ ຈີນ ປະຈໍາລາວ. ທ່ານ ເສິນເຊຍຊິນ ຫົວໜ້າທະນາຄານ ICBC ສາຂານະຄອນຫຼວງ, ທ່ານ ຜູ້ອໍານວຍການສະຖາບັນຂົງຈືສອງຝ່າຍ ລາວ-ຈີນ, ຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານຄູອາຈານ ມີບັນດາສະຖາບັນການສຶກສາຊັ້ນສູງ ທີ່ມີການຮຽນ-ການສອນເປັນພາສາຈີນໄດ້ສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນຢ່າງເປັນຂະບວນການຟົດຟື້ນ, ໂດຍມີນັກສຶກສາຈາກ ພາກວິຊາພາສາຈີນ ຄອສ, ສະຖາບັນຂົງຈື ມຊ, ສະຖາບັນຂົງຈື ມະຫາວິທະຍາໄລສຸພານຸວົງ(ມສ), ມະຫາວິທະຍາໄລ ລາວຊູໂຈວ ແລະ ວິທະຍາໄລບໍລິຫານຄຸ້ມຄອງຮັງທ່າວເຂົ້າຮ່ວມທັງໝົດ 18 ຄົນ ແລະເພື່ອຄັດເລືອກເອົາພຽງ 1 ຄົນເທົ່ານັ້ນເປັນຜູ້ຕາງໜ້າ ສປປ ລາວ ໄປແຂ່ງຂັນໃນເວທີສາກົນທີ່ ສປ ຈີນ.
ການແຂ່ງຂັນໄດ້ແບ່ງອອກເປັນ 3 ພາກຄື: ການເວົ້າພາສາຈີນ, ການຕອບຄໍາຖາມ ແລະການສະແດງສິລະປະ, ເຊິ່ງການແຂ່ງຂັນຂົວພາສາຈີນໃນປີນີ້ ນັກສຶກສາ ສາຂາ ຄູພາສາຈີນ ຈາກສະຖາບັນຂົງຈື ສາມາດສ້າງຜົນງານໄດ້ຢ່າງພົ້ນເດັ່ນໂດຍແມ່ນ ທ້າວ ກາເຢັ້ງຊົ່ງ ເຍ່ຍຈົວ ສາມາດຍາດໄດ້ລາງວັນຊະນະເລີດ (ລາງວັນທີ 1) ແລະ ນາງ ປິຍະດາ ແສງອະໄພ ຍາດໄດ້ລາງວັນຮອງຊະນະເລີດ (ລາງວັນທີ 2). ເຊິ່ງຜູ້ທີ່ໄດ້ຮັບລາງວັນຊະນະເລີດ ຍັງຈະເປັນຕົວແທນຂອງນັກສຶກສາຂອງ ສປປ ລາວ ໄປຮ່ວມແຂ່ງຂັນຂົວພາສາຈີນ ທົ່ວໂລກທີ່ຈັດຂຶ້ນທີ່ປະເທດຈີນ. ເຊິ່ງຜົນສໍາເລັດດັ່ງກ່າວຖືເປັນຜົນສໍາເລັດອັນຍິ່ງໃຫຍ່ ແລະສ້າງຊື່ສຽງໃຫ້ແກ່ ມຊ ໃນເວທີສາກົນ.
ໃນວັນທີ 26 ພຶດສະພາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນວິຊາການຮ່ວມກັບ ມະຫາວິທະຍາໄລເຕັກໂນໂລຊີຊົງຊິງ ສປ ຈີນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານ ແລະຕ້ອນຮັບຂອງທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ Prof. Hu Hairong ຮອງຜູ້ອຳນວຍການ ໂຮງຮຽນຊັບສິນທາງປັນຍາຊົງຊິງ (Chongqing Intellectual Property School) ພ້ອມດ້ວຍຄະນະ, ພ້ອມນັ້ນ ຍັງມີທ່ານ ໄຊບັນດິນ ໄຊຍະວົງຄຳດີຮອງຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສະຫະກຳ ແລະການຄ້າ, ທ່ານຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ສຳລັບຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນເພື່ອແລກ່ປຽນ ແລະນຳສະເໜີກ່ຽວກັບວຽກງານຊັບສິນທາງປັນຍາ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະເຫັນໄດ້ເຖິງຄວາມສຳຄັນ ໂດຍພາຍໃນງານ ມີການນຳສະເໜີໃນຫົວຂໍ້ “ຊັບສີນທາງປັນຍາ ແລະການສຶກສາ, ຊັບສິນທາງປັນຍາສາມາດປ່ຽນແປງອານາຄົດເຮົາໄດ້” ໂດຍ ທ່ານ ໄຊບັນດິນ ໄຊຍະວົງຄຳ, ຫົວຂໍ້ “ລັກສະນະ ແລະ ແນວທາງປະຕິບັດໃນການປູກຝັງດ້ານຊັບສິນທາງປັນຍາໃນປະເທດຈີນ” ໂດຍ ທ່ານ Prof. Hu Hairong, ຫົວຂໍ້ “ການຖ່າຍທອດເທັກໂນໂລຊີໃນ ມຊ” ໂດຍທ່ານ ຄຳພາ ຫວ່າງດວງນະພາ ຫົວນ້າຫ້ອງການກວດກາ ມຊ, ຫົວຂໍ້ “ກໍລະນີສຶກສາກ່ຽວກັບຊັບສິນທາງປັນຍາໃນ ສປ ຈີນ” ໂດຍ Dr. Tu Meng, ຫົວໜ້າພະແນກການຮ່ວມມືສາກົນ, ມະຫາວິທະຍາໄລຊົງຊີງ ສປ ຈີນ ແລະຫົວຂໍ້ “ການພັດທະນາວຽກງານຊັບສິນທາງປັນຍາໃນມະຫາວິທະຍາໄລ” ໂດຍທ່ານ ສີວິໄລ ບຸດພົມວິຫານ ຫົວໜ້າພະແນກຊັບສິນທາງປັນຍາ ຫ້ອງການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ.