ມຊ ຈັດກອງປະຊຸມສະຫຼຸບ ແຜນພັດທະນາການສຶກສາ ໄລຍະ 5 ປີ 2021 – 2025 ແລະ ທິດ ທາງແຜນພັດທະນາການສຶກສາໄລຍະ 5 ປີ 2026 – 2030
ໃນລະຫວ່າງວັນທີ 2-4 ກໍລະກົດ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ມຊ ຈັດກອງປະຊຸມສະຫຼຸບ ແຜນພັດທະນາການສຶກສາ ໄລຍະ 5 ປີ 2021 – 2025 ແລະ ທິດທາງແຜນພັດທະນາການສຶກສາໄລຍະ 5 ປີ 2026 – 2030 ທີ່ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີທ່ານຮອງອະທິການບໍດີ, ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອຜ່ານບົດສະຫຼຸບແຜນພັດທະນາການສຶກສາ ໄລຍະ5 ປີ (2021 - 2025) ແລະຜ່ານຮ່າງທິດທາງການສ້ງແຜນພັດທະນາໄລຍະ 5 ປີ (2026-2030) ວຽກຈຸດສຸມ 7 ແຜນງານ 37 ໂຄງການ, ພ້ອມທັງຈັດແບ່ງກຸ່ມເຮັດວຽກເພື່ອລະດົມຄວາມຄິດເຂົ້າໃສ່ໃນແຜນງານໃນອີກ 5 ປີຂ້າງໜ້າ.
ໃນໂອກາດນີ້ ທ່ານ ບົວພັນ ບຸນໄຊທິບ ຮອງຫົວໜ້າຫ້ອງການແຜນການ ແລະການເງິນ ມຊ ກໍໄດ້ຂຶ້ນຜ່ານ ຜ່ານບສະຫຼຸບແຜນພັດທະນາການສຶກສາ ໄລຍະ5 ປີ (2021 - 2025) ປະກອບມີ: ແຜນງານທີ I: ການສ້າງ ແລະ ພັດທະນາບຸກຄະລາກອນ ປະກອບມີ 2 ໂຄງການຄື: ໂຄງການຍົກລະດັບໄລຍະຍາວທັງພາຍໃນ ແລະຕ່າງປະເທດ ມີ: 3 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດມີ 2 ກິດຈະກໍາ ແລະ ໂຄງການຍົກລະດັບໄລຍະສັ້ນທັງພາຍໃນ ແລະ ຕ່າງປະເທດ ມີ 28 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 23 ກິດຈະກໍາ; ແຜນງານທີ II: ພັດທະນາໃຫ້ເປັນສູນກາງການສຶກສາທີ່ມີຄຸນນະພາບ ມີ 5 ໂຄງການຄື: 1. ໂຄງການຄຸ້ມຄອງ ແລະ ພັດທະນາກົນໄກບໍລິຫານວິຊາການ ມີ 19 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 9 ກິດຈະກໍາ, 2. ໂຄງການພັດທະນາຫຼັກສູດ (ປະລິນຍາຕີຮອດປະລິນຍາເອກ) ມີ 17 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 15 ກິດຈະກໍາ, ໂຄງການພັດທະນາລະບົບ ການສຶກສາຜ່ານ ສື່ອີເລັກໂຕນິກ ມີ 23 ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 9 ກິດຈະກໍາ, 4. ໂຄງການປະກັນຄຸນນະພາບ ມີ 31 ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 21 ກິດຈະກໍາ, 5. ໂຄງການການສຶກສາຮຽນຮ່ວມ ມີ ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 13 ກິດຈະກໍ; ແຜນງານທີ III: ພັດທະນາຄວາມເປັນສູນກາງດ້ານການຄົ້ນຄວ້າວິທະຍາສາດແລະການບໍລິການວິຊາການ ມີ 10 ໂຄງການຄື: 1. ສ້າງແຜນແມ່ບົດການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີ 4 ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 4 ກິດຈະກໍາ, 2. ປັບປຸງ ແລະ ພັດທະນາກົນໄກຄຸ້ມຄອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມີ 19 ກິດຈະກໍາ, 3. ສ້າງເຄືອຂ່າຍການຄົ້ນຄວ້າວິທະຍາສາດ (LERNET/Inter-REN) ມີ 5 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 5 ກິດຈະກໍາ, 4. ສ້າງສະຖາບັນ ແລະ ສູນຄົ້ນຄວ້າວິທະຍາສາດ ມີ 7 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 7 ກິດຈະກໍາ, 5. ໂຄງການພັດທະນາຂິດຄວາມສາມາດຂອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການມີ 9 ກິດຈະກໍາ, 6. ສົ່ງເສີມສ້າງຜະລິດຕະພັນ, ຢັ້ງຢືນ ແລະ ຮັບຮອງຜົນຜະລິດຕະພັນວິທະຍາສາດ ມີ 3 ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດມີ 1 ກິດຈະກໍາ, 7. ໂຄງການສົ່ງເສີມ ແລະ ຄຸ້ມຄອງຊັບສິນທາງປັນຍາມີ 5 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 3 ກິດຈະກໍາ, 8. ໂຄງການສ້າງສູນ AI (ປັນຍາປະດິດ) ແລ ະບົ່ມເພາະຜູ້ປະກອບການ ແລະ ນະວັດຕະກຳ ມີ 4 ກິດຈະກໍາ, 9. ສົ່ງເສີມການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດທັງພາຍໃນ ແລະ ຕ່າງປະເທດມີ 7 ກິດຈະກໍາ, 10. ໂຄງການສົ່ງເສີມການບໍລິການວິຊາການ ແລະ ແລກປ່ຽນວິຊາການກັບສາກົນມີ 11 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 11 ກິດຈະກໍາ; ແຜນງານທີ IV: ປັບປຸງ, ສ້າງ ແລະ ພັດທະນາກົນໄກຄຸ້ມຄອງບໍລິຫານ, ການບໍລິການທີ່ດີ ແລະ ທັນສະໄໝ ມີ 4 ໂຄງການຄື: 1. ສ້າງ, ປັບປຸງກົງຈັກການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ - ລັດຖະກອນ ໃຫ້ສອດຄ່ອງ ແລະ ມີປະສິດທິພາບມີ 7 ກິດຈະກໍາ, 2. ໂຄງການປັບປຸງ ແລະ ສ້າງນິຕິກໍາກ່ຽວກັບການຄຸ້ມຄອງບໍລິຫານໃຫ້ເປັນລະບົບຄົບຊຸດ ມີ 4 ກິດຈະກໍາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດມີ 4 ກິດຈະກໍາ, 3. ໂຄງການພັດທະນາລະບົບການບໍລິຫານ ດ້ວຍການນໍາໃຊ້ໂປຣແກຣມທີ່ທັນສະໄໝມີ 7 ກິດຈະກໍາ ກິດຈະກຳທີ່ບໍ່ໄດ້ຈັດຕັ້ງປະຕິບັດ ມີ 7 ກິດຈະກໍາ, 4. ຄູ້ມຄອງ ແລະ ເຜີຍແຜ່ຂ່າວສານໃຫ້ເປັນປົກກະຕິ ມີ 7 ກິດຈະກໍາ ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 1 ກິດຈະກໍາ; ແຜນງານທີ V: ປັບປຸງ , ຂະຫຍາຍ ແລະ ພັດທະນາ ພື້ນຖານໂຄງລ່າງສູ້ຄວາມເປັນສາກົນ ມີ 9 ໂຄງການ: 1. ໂຄງການສ້າງ ແລະ ຈັດຕັ້ງປະຕິບັດແຜນແມ່ບົດເຂດແດນທີ່ຂຶ້ນກັບ ມຊ. ກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ມີ 1 ກິດຈະກໍາ, 2. ໂຄງການປະເມີນ, ສ້າງ, ປັບປຸງ ແລະ ສະໜອງສິ່ງອຳນວຍຄວາມສະດວກຮັບໃຊ້ການຮຽນ - ການສອນມີ 9 ກິດຈະກໍາ, 3. ໂຄງການສ້າງ ແລະ ປັບປຸງຫໍພັກພະນັກງານ- ລັດຖະກອນຄູອາຈານ ແລະ ນັກສຶກສາ ມີ 3 ກິດຈະກໍາ, 4. ໂຄງການປັບປູງ ແລະ ສ້າງເສັ້ນທາງໃໝ່ພາຍໃນແຕ່ລະວິທະຍາເຂດມີ 3 ກິດຈະກໍາ ກິດຈະກຳທີ່ໄດ້ປະຕິບັດ ມີ 3 ກິດຈະກໍາ, 5. ໂຄງການພັດທະນາລະບົບໄຟຟ້າ ແລະ ນ້ໍາປະປາ ມີ 2 ກິດຈະກໍາ ກິດຈະກຳທີ່ໄດ້ປະຕິບັດ ມີ 2 ກິດຈະກໍາ, 6. ໂຄງການພັດທະນາວິທະຍາເຂດໃຫ້ສະອາດ, ສວຍງາມ, ສີຂຽວ ແລະ ມີຄວາມສະຫງົບມີ 8 ກິດຈະກໍາກິດຈະກຳທີ່ໄດ້ປະຕິບັດ ມີ 8 ກິດຈະກໍາ, 7. ໂຄງການພັດທະນາລະບົບ ICT ມີ 5 ກິດຈະກໍາກິດຈະກຳທີ່ບໍ່ໄດ້ປະຕິບັດ ມີ 5 ກິດຈະກໍາ, 8. ໂຄງການກໍ່ສ້າງສູນບໍລິການດ້ານສຸຂະພາບ ມີ 3 ກິດຈະກໍາກິດຈະກໍາທີ່ບໍ່ໄດ້ປະຕິບັດ ມີ 3 ກິດຈະກໍາ, 9. ສ້ອມແປງ ແລະ ສະໜອງພາຫະນະຮັບໃຊ້ການບໍລິຫານ ແລະ ການຮຽນ - ການສອນ ມີ 3 ກິດຈະ ກໍາກິດຈະກໍາທີ່ໄດ້ປະຕິບັດ ມີ 3 ກິດຈະກໍາ; ແຜນງານທີ VI: ການສ້າງຄວາມເຂັ້ມແຂງທາງດ້ານການເງິນ ມີ 4 ໂຄງການຄື: 1. ໂຄງການສ້າງແຫຼ່ງລາຍຮັບຈາກການບໍລິການວິຊາການ ມີ 5 ກິດຈະກໍາ ກິດຈະກໍາທີ່ໄດ້ປະຕິບັດ ມີ 1 ກິດຈະກໍາ, 2. ໂຄງການສ້າງແຫຼ່ງຮັບຈາກການບໍລິການຊັບສິນມີ 3 ກິດຈະກໍາກິດຈະກໍາທີ່ກໍາລັງປະຕິບັດ ມີ 2 ກິດຈະກໍາ, 3. ໂຄງການສ້າງລາຍຮັບ - ລາຍຈ່າຍ ຜ່ານປະຕູດຽວ ມີ 2 ກິດຈະກໍາກິດຈະກໍາທີ່ກໍາລົງຈັດຕັ້ງປະຕິບັດ ມີ 2 ກິດຈະກໍາ, 4. ໂຄງການຫັນຊັບສິນເປັນທຶນ ມີ 2 ກິດຈະກໍາກິດຈະກໍາທີ່ຈັດຕັ້ງປະຕິບັດ ມີ 2 ກິດຈະກໍາ; ແຜນງານທີ VII: ການສ້າງຄວາມເຂັ້ມແຂງວຽກງານພົວພັນຕ່າງປະເທດເພື່ອຫັນໄປສູ່ຄວາມເປັນສາກົນມີ 3 ໂຄງການຄື: 1. ໂຄງການພັດທະນາການຮ່ວມມືກັບຂະແໜງການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ມີ 9 ກິດຈະກໍາ ກິດຈະກໍາທີ່ຈັດຕັ້ງປະຕິບັດ ມີ 9 ກິດຈະກໍາ, 2. ໂຄງການແລກປ່ຽນພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມີ 6 ກິດຈະກໍາກິດຈະກໍາທີ່ຈັດຕັ້ງປະຕິບັດ ມີ 4 ກິດຈະກໍາ, 3. ໂຄງການສ້າງຄວາມເຂັ້ມແຂງທາງດ້ານການຮ່ວມມືຕ່າງປະເທດ ເພື່ອຫັນໄປສູ່ຄວາມເປັນສາກົນ ມີ 7 ກິດຈະກໍາ.