ໃນວັນທີ 9 ກັນຍາ 2024 ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນຂຶ້ນທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ຄະນະປະຈຳພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ ຜູ້ຊີ້ນຳວຽກງານຊາວໜຸ່ມ ມຊ ພ້ອມດ້ວຍອົງການຈັດຕັ້ງພາຄີ ສະຫະພັນແມ່ຍິງ ແລະສະຫະພັນກຳມະບານ, ມີບັນດາແຂກຖືກເຊີນ, ຄະນະບໍລິຫານງານຊາວໜຸ່ມຮາກຖານ ແລະສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນທີ່ປະຊຸມ, ສະຫາຍ ສີສຸພັນ ພົມມະນີວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຂອງຄະນະບໍລິຫານງານຊາວໜຸ່ມຄັ້ງທີ VI ໂດຍສະຫາຍໄດ້ຍົກໃຫ້ເຫັນພາບລວມ ແລະຜົນງານທີ່ພົ້ນເດັ່ນເຊັ່ນ: ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ ແມ່ນຮາກຖານໜຶ່ງທີ່ຂຶ້ນກັບຄະນະຊາວ ໜຸ່ມກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການຊີ້ນຳນຳພາໂດຍກົງຈາກຄະນະພັກ ມຊ, ມີການຄົ້ນຄວ້າເຊື່ອມຊຶມ ແລະ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມຂັ້ນເທິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເອງ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມຊ ມີຄະນະບໍລິຫານງານທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ, ລວມມີ 16 ຮາກຖານ, 1 ໜ່ວຍຮາກຖານ ປະກອບມີ 98 ໜ່ວຍ 628 ຈຸ, ມີຈຳນວນ ສະມາຊິກຊາວໜຸ່ມທັງໝົດ 13,864 ສະຫາຍ, ຍິງ 7,457 ສະຫາຍ, ເປັນຊາວໜຸ່ມພະນັກງານ ຈຳນວນ 856 ສະຫາຍ, ຍິງ 425 ສະຫາຍ; ເປັນສະມາຊິກພັກສົມບູນ 557 ສະຫາຍ, ຍິງ 253 ສະຫາຍ; ເປັນສະມາຊິກພັກສຳຮອງ 145 ສະຫາຍ, ຍິງ 74 ສະຫາຍ, ມີກອງເຍົາວະຊົນ 3 ກອງ ມີສະມາຊິກຈຳນວນ 1,137 ນ້ອງ, ຍິງ 755 ນ້ອງ; ດ້ານວຽກງານສຶກສາອົບຮົມການເມືອງແນວຄິດໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດ ເປັນບັນຫາສຳຄັນ ໂດຍຕິດພັນກັບຂະບວນການເຄື່ອນໄຫວຂອງວຽກງານຊາວໜຸ່ມ ໂດຍສະເພາະແມ່ນສະມາຊິກຊາວໜຸ່ມທີ່ເປັນນັກຮຽນ-ນັກສຶກສາໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາ, ມີຄຸນສົມບັດສິນທຳປະຕິວັດມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເລັ່ງໃສ່ສະມາຊິກໃຫ້ມີສະຕິຕໍ່ການຈັດຕັ້ງ, ມີຄວາມຫ້າວຫັນ ແລະ ມີຄວາມຕື່ນຕົວສູງເພຶ່ອສະໝັກເຂົ້າຮ່ວມຂະບວນການສໍາຄັນຕ່າງໆຂອງຊາດ; ດ້ານວຽກງານວິຊາສະເພາະເປັນວຽກງານໃຈກາງທີ່ສຳຄັນໂດຍເສີມຂະຫຍາຍບົດບາດການນຳພາໃນຖັນແຖວຊາວໜຸ່ມພະນັກງານ, ຄູ - ອາຈານ, ນັກຮຽນນັກສຶກສາ ເຊິ່ງມັນສະແດງອອກໃນການເອົາໃຈໃສ່ສຶກສາຄົ້ນຄວ້າ, ການຮຽນ - ການສອນຢ່າງເປັນປົກກະຕິ, ການຍົກລະດັບຄວາມຮູ້-ຄວາມສາມາດ ໃນດ້ານຕ່າງໆ; ຄະນະຊາວໜຸ່ມແຕ່ລະຂັ້ນໄດ້ຖືເອົາວຽກງານປຸກລະດົມຂະບວນການ ເປັນພາລະບົດບາດຕົ້ນຕໍໃນການເຄື່ອນໄຫວວຽກງານຂອງຕົນ. ເຊິ່ງໄລຍະ 5 ປີ ຜ່ານມາໄດ້ຈັດຕັ້ງປະຕິບັດຂະບວນການຢ່າງເປັນຂະບວນຟົດຟື້ນ, ຫ້າວຫັນໂດຍສະເພາະຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃນນີ້, ໄດ້ສຳເລັດໃນການເປີດຂະບວນການແຂ່ງຂັນ 4 ບຸກ ຂັ້ນຮາກຖານ ຈໍານວນ 13 ຮາກຖານ, 114 ໜ່ວຍ, ໄດ້ເອົາໃຈໃສ່ຊີ້ນຳນຳພາສະມາຊິກຊາວໜຸ່ມໃຫ້ເອົາໃຈໃສ່ໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ເປັນຕົ້ນ.
ໃນພິທີສໍາຄັນນີ້, ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງກ່ອນອື່ນສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານຕ່າງໆ ທີ່ຄະນະບໍລິຫານຊາວໜຸ່ມ ມຊ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ທ່າມການສະພາບການໃນປັດຈຸບັນ ທີ່ມີສິ່ງທ້າທາຍຫຼາຍຢ່າງ ແຕ່ຄະນະບໍລິຫານງານຊາວໜຸ່ມ ມຊ ກໍໄດ້ສຸມທຸກກຳລັງແຮງ ແລະສະຕິປັນຍາເຂົ້າໃນການພັດທະນາ ແລະສ້າງຂະບວນການຊາວໜຸ່ມໃຫ້ມີຄວາມຟົດຟື້ນ ໂດຍສະແດງອອກຜ່ານກິດຈະກຳຕ່າງໆທັງພາຍໃນ ແລະຕ່າງແຂວງ ແລະບັນດາການຍ້ອງຍໍແຕ່ລະຂັ້ນທີ່ຍາດມາໄດ້.
ຈາກນັ້ນ, ທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກ ຄະນະບໍລິຫານຊາວໜຸ່ມ ມຊ ຊຸດໃໝ່ໂດຍມີຜູ້ລົງສະໝັກທັງໝົດ 26 ສະຫາຍ ຄັດເລືອກເອົາ 19 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມຄັ້ງປະຖົມມະເລິກທີ່ປະຊຸມໄດ້ເຫັນດີເປັນກະພາບເລືອກເອົາ 7 ສະຫາຍ ເປັນຄະນະປະຈຳໂດຍມີ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ເປັນເລຂາ, ສະຫາຍ ໜູເບ ທິບພົນເລືອງ ເປັນຮອງເລຂາ, ສະຫາຍ ນາງ ນີວັນ ສາຍນາວົງ ເປັນຮອງເລຂາ, ສະຫາຍ ນາງ ສາຍຄີມ ສີຫາວົງ ເປັນປະທານກວດກາ, ສະຫາຍ ມາລາວັນ ຈິດຕະວົງ ເປັນຄະນະປະຈຳ, ສະຫາຍ ບຸນຖ້າຍ ຄັດທະວົງ ເປັນຄະນະປະຈຳ, ສະຫາຍ ນາງ ຈິດຕະນາ ພົມພິລາ ເປັນຄະນະປະຈຳ ແລະອີກ 10 ສະຫາຍເປັນຄະນະບໍລິຫານງານ, ພ້ອມນັ້ນ ທີ່ປະຊຸມຍັງໄດ້ຕົກລົງເຫັນດີເລືອກເອົາ ສະຫາຍ ນາງ ຈິດນາວັນ ພອນຄຳມາ ແລະສະຫາຍ ປອ. ໃຈລາສີ ຍໍພັນໄຊ ເປັນຮອງປະທານກວດກາ.
ສຳນັກພິມ ແລະ ຈຳໜ່າຍພາສາຕ່າງປະເທດຈີນ ຮ່ວມກັບສູນໂຄສະນາອາຊີ-ປາຊີຟິກ, ກຸ່ມການສື່ສານສາກົນຈີນ, ສຳນັກພິມ ແລະ ຈຳໜ່າຍປະຊາຊົນຟູຈ້ຽນ, ສູນຄົ້ນຄວ້າຈີນ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບປຶ້ມ ຫຼຸດພົ້ນອອກຈາກຄວາມທຸກຍາກສະບັບພາສາລາວຄັ້ງທຳອິດ ແລະ ກອງປະຊຸມສົນທະນາຊາວໜຸ່ມ ລາວ-ຈີນ ໃນວັນທີ 4 ກັນຍາ 2024 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການໃຫ້ກຽດມອບ ຂອງທ່ານ ຕູ້ຈ້ານຢວນ ປະທານກຸ່ມການສື່ສານສາກົນຈີນ ແລະ ເປັນກຽດຮັບໂດຍ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ໂດຍມີທ່ານ ຫູ ໄຄມິນ ຫົວໜ້າສຳນັກພີມ ພາສາຕ່າງປະເທດ ສປ ຈີນ, ທ່ານ ເສີນ ເວີຍເກີ້ ຫົວໜ້າຫ້ອງການ ສູນໂຄສະນາອາຊີ-ປາຊີຟິກ, ມີບັນດາທ່ານ ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ແລະນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ກ່າວວ່າ: ລັດຖະບານ ສ ປປ ລາວ ເວົ້າລວມ; ເວົ້າສະເພາະ ກໍແມ່ນ ມຊ ໄດ້ມີການພົວພັນຮ່ວມມືດ້ານວຽກງານການສຶກສາ ກັບບັນດາສະຖາບັນການສຶກສາ, ມະຫາວິທະຍາໄລຕ່າງໆ ໃນ ສປ ຈີນ ໂດຍມີການແລກປ່ຽນທາງດ້ານວິຊາການ, ການຄົ້ນຄວ້າ ແລະການຈັດກອງປະຊຸມສຳມະນາວິຊາການຮ່ວມກັນ. ສູນຄົ້ນຄວ້າຈີນ ມຊ. ກໍຖືເປັນຂົວຕໍ່ ໃນການຊຸກຍູ້ສົ່ງເສີມມິດຕະພາບ ແລະການພົວພັນຮ່ວມມືທີ່ສຳຄັນ ກັບ ສປ ຈີນ. ການມອບປຶ້ມໃນຄັ້ງນີ້, ເປັນການປະກອບສ່ວນ ແລະ ເສີມຂະຫຍາຍສາຍພົວພັນຂອງສອງປະເທດລາວ - ຈີນ, ຊຶ່ງປຶ້ມດັ່ງກ່າວຖືເປັນບົດຮຽນທີ່ລໍ້າຄ່າໃຫ້ແກ່ ສ ປປ ລາວ ໄດ້ສຶກສາ ແລະ ຄົ້ນຄວ້າຕໍ່ກັບນະໂຍບາຍຂອງປະທານ ສີຈິ້ນຜິງ ໃນວຽກງານ ການແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ເປັນໝາກຜົນແຫ່ງຄວາມສໍາເລັດທີ່ຍິ່ງໃຫຍ່ຂອງ ສປ ຈີນ.
ຈໍານວນປຶ້ມທີ່ໄດ້ນໍາມາມອບໃຫ້ ມຊ ໃນຄັ້ງນີ້ມີຈຳນວນ 1,000 ຫົວ ເຊິ່ງຈະໄດ້ນໍາໄປມອບຕໍ່ໃຫ້ບັນດາ ຄະນະວິຊາ, ຫ້ອງການ, ສະຖາບັນ ແລະ ຫໍສະໝຸດກາງ ມຊ ເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໄດ້ສຶກສາຄົ້ນຄວ້າ. ໃນໂອກາດສໍາຄັນນີ້, ຍັງໄດ້ມີການຈັດກອງປະຊຸມສົນທະນາຊາວໜຸ່ມ ລາວ-ຈີນ ໂດຍມີອາຈານ ແລະ ນັກສຶກສາ ຈາກສະຖາບັນຂົງຈື ເຂົ້າຮ່ວມໂອ້ລົມ ແລະສົນທະນາເຊິ່ງກັນ ແລະກັນໃນຫົວຂໍ້ດັ່ງກ່າວ.
ໃນວັນທີ 28 ສິງຫາ 2024 ຜ່ານມາ, ສະຫະພັນແມ່ຍິງຮາກຖານ ສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານພົ້ນເດັ່ນປະຈຳໄຕມາດທີ 2 ປີ 2024 ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານສະຫະພັນແມ່ຍິງໃນໄລຍະເວລາ 5 ປີ (2019-2024) ທີ່ຫ້ອງປະຊຸມ ຕຶກສຳນັກງານ ອະທິການບໍດີ ມຊ, ໂດຍການເປັນປະທານຂອງ ສະຫາຍ ນາງ ບົວພັນ ບຸນລາວົງ ຄະນະບໍລິຫານງານ ສະຫະພັນແມ່ຍິງ ມຊ ປະທານສະຫະພັນແມ່ຍິງ ຮາກຖານສຳນັກງານອະທິການບໍດີ, ມີຄະນະບໍລິຫານງານ, ຫົວໜ້າໜ່ວຍແມ່ຍິງທີ່ຂຶ້ນກັບຮາກຖານສຳນັກງານ ອະທິການບໍດີເຂົ້າຮ່ວມ.
ໃນທີ່ປະຊຸມ, ສະຫາຍ ນາງ ບົວພັນ ບຸນລາວົງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຂອງສະຫະພັນແມ່ຍິງຮາກຖານສຳນັກງານອະທິການບໍດີ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນໃນຫຼາຍວຽກງານເປັນຕົ້ນ: ໄດ້ຈັດກິດຈະກຳຫຍິບຂັນໝາກເບັງ, ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແມ່ຍິງ ມຊ ຄັ້ງທີ V, ປະກອບສ່ວນວຽກງານຄັດເລືອກນັກສຶກສາສອບເສັງເຂົ້າ ມຊ ປະຈຳສົກສຶກສາ 2024-2025 ແລະເຂົ້າຮ່ວມກິດຈະກຳຕ່າງໆທີ່ສຳຄັນຢ່າງເປັນປົກກະຕິ. ສຳລັບແຜນງານໃໝ່ໃນໄຕມາດ ຕໍ່ໄປ ແມ່ຍິງຮາກຖານສຳນັກງານ ອະທິການບໍດີ ມຊ ຈະຈັດຕັ້ງກຸ່ມຂາຍສິນຄ້າອອນລາຍ (ກຸ່ມວອດແອັບ) ເພື່ອເປີດໃຫ້ສະມາຊິກເອື້ອຍນ້ອງແມ່ຍິງໄດ້ແລກປ່ຽນຊື້-ຂາຍສິນຄ້າເຊິ່ງກັນ ແລະກັນ.
ສຳລັບການຍ້ອງຍໍຜົນງານການເຄື່ອນໄຫວວຽກງານສະຫະພັນແມ່ຍິງໃນໄລຍະ 5 ປີ (2019-2024) ມີສະມາຊິກແມ່ຍິງທີ່ໄດ້ຮັບການຍ້ອງຍໍຂັ້ນກະຊວງ (ປະເພດ 1) ຈຳນວນ 132 ສະຫາຍ ແລະຂັ້ນ ມຊ (ປະເພດ 2) ຈຳນວນ 7 ສະຫາຍ.
ໃນວັນທີ 23 ສິງຫາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສຳມະນາ ແລະ ແຂ່ງຂັນອອກແບບຕົວລະຄອນ ທີ່ເປັນເອກະລັກທ້ອງຖິ່ນປະຈຳແຂວງຕ່າງໆໃນປະເທດລາວ ເພື່ອສົ່ງເສີມປີທ່ອງທ່ຽວໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ທະນູສອນ ວົງປຣະເສີດ ຮອງຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາຕີ, ພ້ອມດ້ວຍທ່ານຄະນະກຳມະການຈາກ ສ. ເກົາຫຼີ, ກຸ່ມບໍລິສັດຫຍ້າສີຟ້າອອກແບບ, ສະຖາບັນວິຈິດສິນແຫ່ງຊາດ, ຄະນະສະຖາປັດຕະຍະກຳສາດ, ຄະນະວິສະວະກຳສາດ (K-Lab) ແລະ ນັກສຶກສາຫຼາຍຄະນະວິຊາໃນ ມຊເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້ແມ່ນເພື່ອສ້າງສັນສັນຜົນງານການອອກແບບຜ່ານຕົວລະຄອນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນຕ່າງໆໃນປະເທດລາວ ພ້ອມດ້ວຍເອກະລັກສະເພາະຂອງ ມຊ ເພື່ອຍົກສູງດ້ານຄວາມຮັບຮູ້ຂອງຄົນໃນສັງຄົມ ພາຍໃຕ້ຫົວຂໍ້: “Character Design for Sustainable Tourism Promotion in Lao PDR” ເຊິ່ງມີນັກສຶກສາເຂົ້າຮ່ວມສົ່ງຜົນງານການປະກວດທັງໝົດ 37ຜົນງານໃນຮອບທຳອິດ ແລະ ຜ່ານການຄັດເລືອກເຫຼືອ 30 ຜົນງານໃນຮອບຄັດເລືອກ, ເຊິ່ງຜູ້ເຂົ້້າແຂ່ງຂັນແມ່ນມາຈາກຫຼາກຫຼາຍສະຖາບັນເຊັ່ນ: ສະຖາບັນວິຈິດສິນແຫ່ງຊາດ, ສະຖາບັນເຕັກໂນໂລຊີສຸດສະກະ, ມະຫາວິທະຍາໄລຈຳປາສັກ, ຄະນະລັດຖະສາດ ແລະ ນິຕິສາດ (ຄນລ), ຄະນະວິສະວະກຳສາດ (ຄວສ), ຄະນະສະຖາປັດຕະຍະກຳສາດ (ຄສປ) ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ); ຜ່ານການແຂ່ງຂັນຜົນປະກົດວ່າ ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໄດ້ແກ່ ທ້າວ ຄຳສະຫວັນ ຈັນທະລັງສີ ນັກສຶກສາຈາກ ຄສປ ໃນຜົນງານທີ່ມີຊື່ວ່າ “ຈຳປາວະດີ” ເປັນຮູບແບບຂອງປາຂ່າທີ່ສວມໃສ່ຊຸດຊົນເຜົ່າຈາກແຂວງຈຳປາສັກ ໄດ້ຮັບລາງວັນເປັນຄອມພິວເຕີ 1 ເຄື່ອງພ້ອມດ້ວຍໃບຢັ້ງຢືນ; ລາງວັນທີ 2 ໄດ້ແກ່ ນາງ ພັນນິພາ ແສງແກ້ວ ແລະ ນາງ ສາຍລົມ ເພັດບົວທອງ ນັກສຶກສາຈາກ ຄສປ ໃນຜົນງານທີ່ຊື່ວ່າ “ນ້ອງວາລີ” ໄດ້ຮັບລາງວັນເປັນຄອມພິວເຕີ 1 ເຄື່ອງພ້ອມດ້ວຍໃບຢັ້ງຢືນ; ແລະ ທີມໄດ້ລາງວັນອັນດັບທີ 3 ໄດ້ແກ່ ທ້າວ ພຸດທະວົງ ພູມິວົງ ນັກສຶກສາ ຄສບ ແລະ ນາງ ສຸພັດສະລິນ ດວງພະຈັນລາ ນັກສຶກສາ ຄສປ ໃນຜົນງານການອອກແບບເອກະສະເພາະຂອງແຂວງສາລະວັນທີ່ມີຊື່ວ່າ “ທ້າວ ປົກປ້ອງ ແລະ ນາງ ກະໄລ” ໄດ້ຮັບລາງວັນເປັນຄອມພິວເຕີ 1 ເຄື່ອງພ້ອມດ້ວຍໃບຢັ້ງຢືນ,ນອກຈາກນີ້ກໍ່ຍັງມີລາງວັນຄວາມຄິດສ້າງສັນອີກເປັນຈຳນວນ 7 ລາງວັນ ເຊິ່ງລວມມູນຄ່າລາງວັນທັງໝົດ 3,000 ໂດລາສະຫະລັດ.
ການຈັດກິດຈະກຳສຳມະນາ ແລະ ແຂ່ງຂັນໃນຄັ້ງນີ້ເປັນການຮ່ວມມືລະຫວ່າງ ມຊ ຮ່ວມກັບສະຖາບັນການສຶກສາຈາກ ສ.ເກົາຫຼີ ແລະ ພາກສ່ວນບໍລິສັດເອກະຊົນໃນ ສປປ ລາວ ເພື່ອສົ່ງເສີມໃຫ້ມີເວທີແລກປ່ຽນດ້ານວິຊາການ, ການສ້າງສາຍພົວພັນລະຫວ່າງສະຖາບັນການສຶກສາທັງພາຍໃນ ແລະ ສາກົນ ແລະ ທັງເປັນການສ້າງແຮງຜັກດັນໃຫ້ນັກສຶກສາໄດ້ສະແດງຄວາມຄິດລິເລີ່ມເພື່ອພັດທະນາເສດຖະກິດ-ສັງຄົມໄປພ້ອມກັນ.
ກອງປະຊຸມໃຫຍ່ຄັ້ງທີ V ຄະນະພັກຮາກຖານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະບາໄລແຫ່ງຊາດ(ມຊ) ໄດ້ຈັດຂຶ້ນໃນວັນທີ 23 ສິງຫານີ້ ທີ່ ຄສບ ເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາຄະນະພັກ ວ່າການແທນອະທິການບໍດີ (ມຊ), ມີ ຄະນະບໍລິຫານງານພັກຮາກຖານ ຄສບ, ບັນດາເລຂາຄະນະພັກຮາກຖານ, ຄະນະພັກຮາກຖານ, ເລຂາໜ່ວຍພັກ, ຜູ້ຕາງໜ້າອົງການຈັດຕັ້ງແມ່ຍິງ, ຊາວໜຸ່ມ, ກຳມະບານ ແລະສະມາຊິກພັກ ຄສບ ເຂົ້າຮ່ວມ.
ໃນພິທີ ສະຫາຍ ຄໍາພັນ ພົມມະຈັນ ເລຂາຄະນະພັກຮາກຖານ ຄສບ ໄດ້ໃຫ້ກຽດກ່າວເປີດກອງປະຊຸມໃຫຍ່ ແລະ ຜ່ານບົດລາຍງານການເມືອງວ່າ: ຮາກຖານພັກ ຄສບ ເປັນຮາກຖານໜຶ່ງທີ່ຂຶ້ນກັບການຊີ້ນຳໂດຍກົງຂອງ ອົງຄະນະພັກ ມຊ, ມີໜ້າທີ່ຜັນຂະຫຍາຍມະຕິຄໍາສັ່ງຂອງຄະນະພັກຂັ້ນເທິງ, ຊີ້ນໍາໆພາທຸກວຽກກງານ ແລະ ສຶກສາອົບຮົມສະມາຊິກພັກໃນຮາກຖານ ຄສບ. ປັດຈຸບັນຮາກຖານພັກ ຄສບ ມີຄະນະພັກຮາກຖານທັງໝົດ 3 ສະຫາຍ, ມີ 7 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 92 ສະຫາຍ, ຍິງ 44 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ, ມີສະມາຊິກພັກທີ່ເປັນນັກສຶກສາ 3 ສະຫາຍ, ຍິງ 2 ສະຫາຍ, ສະມາຊິກພັກບຳນານ 8 ສະຫາຍ, ຍິງ 3 ສະຫາຍ, ຮອງສາດສະດາຈານ 17 ສະຫາຍ, ຍິງ 6 ສະຫາຍ; ອາຈານ 40 ສະຫາຍ, ຍິງ 22 ສະຫາຍ; ມີຜູ້ຊ່ວຍອາຈານ 16 ສະຫາຍ, ຍິງ 11 ສະຫາຍ, ປະລິນຍາເອກ 17 ສະຫາຍ, ຍິງ 3 ສະຫາຍ, ປະລິນຍາໂທ 65 ສະຫາຍ, ຍິງ 36 ສະຫາຍ; ປະລິນຍາຕີ 1 ສະຫາຍ, ຮຽນຕໍ່ຕ່າງປະເທດ 5 ສະຫາຍ, ຍິງ 4 ສະຫາຍ, ລະດັບທິດສະດີການເມືອງບຳລຸງໄລຍະສັ້ນ 45 ວັນຈໍານວນ 76 ສະຫາຍ, ຍິງ 35 ສະຫາຍ.
ໃນໄລຍະ 1 ສະໄໝ ( 5 ປີຜ່ານມາ ) ຄະນະພັກຮາກຖານ ຄສບ ໄດ້ມີການພັດທະນາ, ປັບປຸງ ແລະ ສ້າງບັນດາຫຼັກສູດຕາມມາດຕະຖານຫຼັກສູດແຫ່ງຊາດທີ່ກະຊວງສຶກສາທິການ ແລະ ກີລາ ວາງອອກ, ປັດຈຸບັນ ຄສບ ໄດ້ເປີດສອນທັງໝົດ 25 ຫຼັກສູດ, ໃນນັ້ນ, ມີຫຼັກສູດລະດັບປະລິນຍາເອກ 2 ຫຼັກສູດ, ປະລິນຍາໂທ 7 ຫຼັກສູດ, ປະລິນຍາຕີ 16 ຫຼັກສູດ, (ມີຫຼັກສູດປະລິນຍາຕີປົກກະຕິ 12 ຫຼັກສູດ, ປະລິນຍາຕີຕໍ່ເນື່ອງ 4 ຫຼັກສູດ ແລະ ຫຼັກສູດນາໆຊາດທີ່ສອນເປັນພາສາອັງກິດ 2 ຫຼັກສູດ ຊຶ່ງແມ່ນສາຂາເສດຖະສາດພັດທະນາ ແລະ ການວາງແຜນ ແລະ ສາຂາບໍລິຫານທຸລະກິດ.
ໃນທີ່ປະຊຸມ ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານ ຄສບ ຊຸດໃໝ່, ຊຶ່ງມີຜູ້ສະໜັກ 8 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມຄັ້ງປະຖົມມະລຶກ ໄດ້ມີມະຕິເປັນເອກະສັນເລືອກເອົາສະຫາຍ ຮສ. ນາງ ວາດສະໜາ ຈັນທະນະສິນ ເປັນເລຂາ, ສະຫາຍ ຮສ. ຄຳນີກອນ ສີປະເສີດ ເປັນຮອງເລຂາ, ສະຫາຍນາງ ພອນເພັດ ມີແພງລາວັນ ເປັນປະທານກວດກາ, ສະຫາຍ ຮສ. ປອ. ບຸນເລີດ ວັນນະລາດ ແລະ ສະຫາຍນາງ ລິນດາຣາ ວົງພະຈັນ ເປັນຄະນະ ແລະໃນທີ່ປະຊຸມ ຍັງໄດ້ເລືອກ ສະຫາຍ ຮສ. ປອ ບຸນທອນ ສຸຂະວົງ ເປັນຜູ້ຊ່ວຍວຽກກວດກາຕື່ມອີກ.