ມຊ ຈັດກອງປະຊຸມວິທະຍາສາດລະດັບຊາດ ແລະສະເຫຼີມສະຫຼອງວັນສ້າງຕັ້ງ ມຊ
ກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ຈັດຂຶ້ນເນື່ອງໃນໂອກາດ ສະເຫຼີມ-ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ. ໄດ້ຈັດຂຶ້ນໃນວັນທີ 6 ພະຈິກນີ້ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເປັນປະທານ ຂອງທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ແກ້ວວິສຸກ ໂສລາພົນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຮອງຜູ້ອຳນວຍການໃຫຍ່, ນັກຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍອາຈານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ລາຍງານວຽກງານການຄົ້ນຄວ້າວິທະຍາສາດວ່າ: ໃນໄລຍະ 1 ປີຜ່ານມາ ທົ່ວ ມຊ ມີໂຄງການຄົ້ນຄວ້າ 114 ໂຄງການ ໄດ້ຍື່ນເອກະສານ ມາຂໍທຶນການຄົ້ນຄວ້ານໍາ ມຊ ແລະ ມຊ ມາຮອດປັດຈຸບັນມີ 64 ໂຄງການ ທີ່ໄດ້ຄົ້ນຄວ້າສໍາເລັດຢ່າງສົມບູນ; ໄດ້ສຳເລັດການຈັດກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດລະດັບຊາດ ຂອງ ມຊ ຄັ້ງທີ 11, ມີນັກຄົ້ນຄວ້າຂຶ້ນນຳສະເໜີໂຄງການຄົ້ນຄວ້າ 54 ໂຄງການ ແລະ ມີຜູ້ເຂົ້າຮ່ວມທັງໝົດ 678 ທ່ານ, ໄດ້ອະນຸມັດຂໍ້ຕົກລົງໃຫ້ທຶນ ແລະ ດຳເນີນການຄົ້ນຄວ້າໃຫ້ແກ່ນັກຄົ້ນຄວ້າ ມຊ ທີ່ໄດ້ຮັບທຶນລັດຖະບານ ປະຈຳປີ 2025 ລວມທັງໝົດ 33 ໂຄງການ ລວມເປັນເງິນທັງໝົດຈໍານວນ 3,500,000,000 ກີບ(ສາມພັນ ຫ້າຮ້ອຍລ້ານກີບ); ສຳເລັດການຈັດຝຶກອົບຮົມການຂຽນບົດຄວາມ ຂອງສາຍວິທະຍາສາດທໍາມະຊາດ ແລະ ວິທະຍາສາດສາຍສັງຄົນພາຍໃນ ມຊ ໄດ້ 3 ຄັ້ງ; ສຳເລັດການຈັດກອງປະຊຸມ ຄະນະກຳມະການຄຸ້ມຄອງ-ສົ່ງເສີມການຄົ້ນຄວ້າວິທະຍາສາດ ມຊ (RMPC) ເພື່ອປະກອບຄວາມຄິດເຫັນໃນການກຳນົດທິດທາງເງື່ອນໄຂໃນການແຈ້ງຮັບບົດຄົ້ນຄວ້າປະຈຳປີ 1 ຄັ້ງ; ສຳເລັດການຈັດກອງປະຊຸມ ຄະນະກຳມະການຄຸ້ມຄອງ-ສົ່ງເສີມການຄົ້ນຄວ້າວິທະຍາສາດ ມຊ (RMPC) ເພື່ອຖອດຖອນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າວິທະຍາສາດ ແລະ ກຳນົດນິຕິກຳກ່ຽວກັບຂໍ້ແນະນຳໃນການຂຶ້ນງົບປະມານຂໍທຶນຄົ້ນຄວ້າໃນ ມຊ 1 ຄັ້ງ; ສຳເລັດບົດໂຄງການຄົ້ນຄວ້າກ່ຽວກັບ ສປ ຈີນ. 1ໂຄງການ ແລະ ສົ່ງລົງຕີພິມໃນວາລະສານສາກົນ China Report; ສຳເລັດວຽກງານປະສານງານ ຫຼັກສູດປະລິນຍາຕີສາຂາ ປັນຍາປະດິດ (AI Double Degree Programe) ລະຫວ່າງ ມຊ ແລະ ມະຫາວິທະຍາໄລວິທະຍາສາດ ເຕັກໂນໂລຊີຄູນໝິງ ສປ ຈີນ. ໄລຍະຜ່ານມາເຖິງປັດຈຸບັນມີນັກຄົ້ນຄວ້າສົ່ງບົດຄົ້ນຄວ້າ ລົງຕີພິມທັງໝົດ 134 ຫົວບົດ. ໃນນັ້ນ, ວາລະສານຕ່າງປະເທດ 68 ບົດ; ວາລະສານລະດັບຄະນະວິຊາ ແລະສະຖາບັນ 40 ບົດ; ວາລະສານວິທະຍາສາດ ມຊ 42 ບົດ; ນັກຄົ້ນຄວ້າຈາກ ມຊ ສາມາດຍາດໄດ້ລາງວັນນັກຄົ້ນຄວ້າດີເດັ່ນ ປະຈຳປີ 2025 ມີ 20 ທ່ານ.
ພ້ອມນັ້ນ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຮສ.ປອ. ທອງສະລິດ ມັງໜໍ່ເມກໂດຍທ່ານໄດ້ກ່າວວ່າ:
ກອງປະຊຸມຄັ້ງນີ້, ມີຄວາມໝາຍ-ຄວາມຄວາມສຳຄັນ ຕໍ່ການສ້າງບົດບາດ ແລະ ຂີດຄວາມສາມາດໃນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ບໍລິການວິຊາການຂອງ ມຊ. ພ້ອມນີ້, ຈະສ້າງໂອກາດໃຫ້ ມຊ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໄດ້ມີໂອກາດມາເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ແລະ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ. ຜ່ານມາ ມຊ ກໍສາມາດຍາດໄດ້ຜົນສໍາເລັດ ໃນຫຼາຍດ້ານທັງໃນເວທີລະດັບຊາດ ແລະ ສາກົນ; ຈາກແນວທາງ, ວິໄສທັດ ແລະ ຍຸດທະສາດ ຂອງພັກ ແລະ ລັດຖະບານ, ມຊ ຕ້ອງໃຫ້ມີຈຸດສຸມໃນການສ້າງຄະນະວິຊາ ແລະ ສະຖາບັນ, ປັບປຸງວຽກບໍລິຫານໃຫ້ມີປະສິດທິພາບ, ປະສິດທິຜົນ, ຕ້ອງສຸມໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງຄວາມເປັນເລີດທາງດ້ານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; ສ້າງນັກຄົ້ນຄວ້າໃຫ້ມີຄວາມຫ້າວຫັນ, ມີຈັນຍາບັນ-ຈັນຍາທໍາສູງ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານ ເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ໃຫ້ປະໂຫຍດສຸງສຸດແກ່ທຸກຝ່າຍ.
ກອງປະຊຸມຍັງໄດ້ຮັບຟັງການບັນຍາຍ 3 ຫົວຂໍ້ສຳຄັນປະກອບມີ: 1. ການຫັນເປັນ Digital Economy ໃນລາວ, ໂອກາດ ແລະສິ່ງທ້າທ້າຍ ບັນຍາຍໂດຍ ທ່ານ ແກ້ວວິສຸກ ໂສລາພົນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; 2. ຍຸດທະສາດ ແລະນະໂຍບາຍເພື່ອສົ່ງເສີມວຽກງານດ້ານການຄົ້ນຄວ້າ ແລະພັດທະນາວິທະຍາສາດໃນລາວ ບັນຍາຍໂດຍ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານກະຊວງການເງິນ ແລະ 3. ການພັດທະນາເສດຖະກິດໃນຍຸກ Digital ຂອງລາວ ໂອກາດ ແລະສິ່່ງທ້າທ້າຍ ບັນຍາຍໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ.
ໂອກາດຕອນທ້າຍພິທີ, ບັນດາການນໍາຂັ້ນກະຊວງ, ຄະນະນໍາ ມຊ ພ້ອມດ້ວຍແຂກທີ່ເຂົ້າຮ່ວມປະຊຸມ ໄດ້ມີພິທີເປີດງານວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ປະຈໍາປີ 2025 ແລະ ສະເຫຼີມສະຫຼອງວັນສ້າງຕັັ້ງ ມຊ ຄົບຮົບ 29 ປີ ທີ່ສະໂມສອນໃຫຍ່ ມຊ ອີກດ້ວຍ.