ໃນຕອນບ່າຍຂອງວັນທີ 26 ສິງຫາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດ “ສູນການຮຽນຮູ້ຕະຫຼອດຊີວິດ” ຂຶ້ນຢ່າງເປັນທາງການ ທີ່ ຄະນະສຶກສາສາດ. ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ຮສ. ປອ. ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ Uwe Gartenschlaeger ຜູ້ອໍານວຍການໃຫຍ່ ຫ້ອງການປະຈໍາພາກພື້ນ ເພື່ອການສຶກສາຜູ້ໃຫຍ່ຂອງເຢຍລະມັນ (DVVI), ນອກຈາກນີ້, ຍັງມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ, ຜູ້ອຳນວຍການວິທະຍາໄລຄູທົ່ວປະເທດ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກຂອງການຈັດພິທີໃນຄັ້ງນີ້ ແມ່ນເພື່ອປະກາດແຕ່ງຕັ້ງຄະນະຜູ້ບໍລິຫານງານ ແລະ ປະກາດເປີດສູນການຮຽນຮູ້ຕະຫຼອດຊີວິດ ຄະນະສຶກສາສາດ ມຊ. ຄວາມເປັນມາຂອງການສ້າງຕັ້ງສູນນີ້ ແມ່ນເກີດຈາກໝາກຜົນຂອງການຮ່ວມມືລະຫວ່າງ ຄະນະສຶກສາສາດ ມຊ ແລະ ອົງການ DVVI ທີ່ໄດ້ຮ່ວມກັນສົ່ງເສີມກິດຈະກຳການຮຽນຮູ້ຕະຫຼອດຊີວິດ ມາຕັ້ງແຕ່ປີ 2016 ເປັນຕົ້ນມາ. ສຳລັບ ອົງການ DVVI ແມ່ນສະມາຄົມເພື່ອການສຶກສາຜູ້ໃຫຍ່ຂອງປະເທດເຢຍລະມັນ ທີ່ມີປະຫວັດການກໍ່ຕັ້ງຍາວນານເຖິງ 103 ປີ ໃນປະເທດເຢຍລະມັນ, ເຊິ່ງເປັນອົງການສາກົນທີ່ມີຊື່ສຽງໃນການສົ່ງເສີມການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ ມາຫຼາຍກວ່າ 50 ປີ ໂດຍມີຄູ່ຮ່ວມງານຫຼາຍກວ່າ 200 ພາກສ່ວນ ໃນ 30 ກວ່າປະເທດທົ່ວໂລກ.
ພາຍໃນງານ ຍັງໄດ້ມີການຈັດກິດຈະກຳສົນທະນາວິຊາການ (Panel Discussion) ໃນຫົວຂໍ້: “ການຮຽນຮູ້ຕະຫຼອດຊີວິດເພື່ອອະນາຄົດ: ໂອກາດ, ສິ່ງທ້າທາຍ ແລະ ບົດບາດຂອງມະຫາວິທະຍາໄລ”. ໂດຍມີຜູ້ຊົງຄຸນວຸດທິຈາກຫຼາຍພາກສ່ວນຂຶ້ນຮ່ວມສົນທະນາ ແລກປ່ຽນບົດຮຽນ ເປັນຕົ້ນແມ່ນ: ທ່ານ ປອ. ນາງ ວັນມະນີ ວັນນະສີ, ທ່ານ ປອ. ໄຊ ພອນແກ້ວ, ທ່ານ ປອ. ສາຍສະໝອນ ງາມສີ, ທ່ານ ສຸພາບ ຄຸນວິໄຊ, ທ່ານ ປອ. ລຳພູນ ຫຼວງໄຊ ແລະ ທ່ານ Uwe Gartenschlaeger ໂດຍການດຳເນີນລາຍການຂອງ ທ່ານ Sam Lansdown. ຫຼັງຈາກນັ້ນ, ທ່ານ ປອ. ຊາຍຄໍາ ວັນນະໄຊ, ຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຜູ້ອຳນວຍການໃຫຍ່ ມຊ ວ່າດ້ວຍການອະນຸມັດເປີດສູນການຮຽນຮູ້ຕະຫຼອດຊີວິດ ແລະ ຂໍ້ຕົກລົງແຕ່ງຕັ້ງຮອງຜູ້ອຳນວຍການສູນດັ່ງກ່າວ ພ້ອມທັງມີການມອບ-ຮັບຂໍ້ຕົກລົງຢ່າງເປັນທາງການ, ໃນພິທີໄດ້ແຕ່ງຕັ້ງ ທ່ານ ສຸກສັນ ໄຊຍະວົງ ເປັນຜູ້ຮັບຜິດຊອບວຽກງານຫົວໜ້າສູນການຮຽນຮູ້ຕະຫຼອດຊິວີດ,ທ່ານ ປອ ສຸກສາຄອນ ແສງສຸລິຍາ ເປັນຮອງຫົວໜ້າສູນ ການຮຽນຮູ້ຕະຫຼອດຊິວີດ,ທ່ານ ນາງ ຕຸລາວັນ ສີສະຫັວດ ເປັນຮອງຫົວໜ້າສູນການຮຽນຮູ້ຕະຫຼອດຊິວີດ
ການເປີດສູນໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບພື້ນຖານໂຄງລ່າງທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງເປັນການຕອກຢໍ້າອຸດົມການອັນໜັກແໜ້ນທີ່ວ່າ "ຄູແມ່ນຄົນຂອງພັກ ຄູແມ່ນຄົນຂອງປະຊາຊົນ". ປະໂຫຍກດັ່ງກ່າວມີຄວາມໝາຍເລິກເຊິ່ງ ເຊິ່ງສະທ້ອນໃຫ້ເຫັນວ່າ ຄູ-ອາຈານ ແມ່ນກຳລັງແຮງທີ່ສຳຄັນຂອງພັກ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍດ້ານການສຶກສາໃຫ້ປາກົດຜົນເປັນຈິງ, ເປັນຜູ້ເຜີຍແຜ່ແນວຄິດ ແລະ ສ້າງຄົນຮຸ່ນໃໝ່ໃຫ້ກາຍເປັນພົນລະເມືອງດີຂອງຊາດ. ໃນຂະນະດຽວກັນ, ຄູຍັງເປັນລູກຫຼານ ແລະ ເປັນຜູ້ຮັບໃຊ້ປະຊາຊົນຢ່າງແທ້ຈິງ ໂດຍການມອບຄວາມຮູ້, ແສງສະຫວ່າງທາງປັນຍາ ແລະ ຫຼໍ່ຫຼອມສິນທຳປະຈຳໃຈໃຫ້ແກ່ລູກຫຼານປະຊາຊົນບັນດາເຜົ່າ. ດັ່ງນັ້ນ, ສູນການຮຽນຮູ້ຕະຫຼອດຊີວິດແຫ່ງນີ້ ຈຶ່ງປຽບເໝືອນແຫຼ່ງພະລັງງານທີ່ຈະຊ່ວຍພັດທະນາຊັບພະຍາກອນຄູ ໃຫ້ມີການພັດທະນາຕົນເອງຢ່າງຕໍ່ເນື່ອງ, ມີຄວາມຮູ້ຄວາມສາມາດທີ່ທັນຍຸກທັນສະໄໝຢູ່ສະເໝີ ເພື່ອສາມາດປະຕິບັດໜ້າທີ່ອັນມີກຽດນີ້ໄດ້ຢ່າງສົມບູນແບບ.
ໃນຕອນທ້າຍຂອງພິທີ ໄດ້ມີການຕັດແຖບຜ້າເປີດສູນຢ່າງເປັນທາງການ ໂດຍໄດ້ຮັບກຽດຕັດແຖບຜ້າຈາກ ທ່ານ ຫົວໜ້າຫ້ອງການ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ຜູ້ອຳນວຍການ ຫ້ອງການປະຈຳພາກພື້ນ DVVI ແລະ ຮອງຜູ້ອຳນວຍການໃຫຍ່ ມຊ. ພາຍຫຼັງສຳເລັດພິທີຕັດແຖບຜ້າ, ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ຍ່າງເລາະຊົມການວາງສະແດງຜົນງານ ແລະ ຜົນຜະລິດຈາກກິດຈະກຳສົ່ງເສີມການຮຽນຮູ້ຕະຫຼອດຊີວິດຂອງຄະນະສຶກສາສາດ ຕື່ມອີກ.
ໃນວັນທີ 21 ສິງຫາ 2026 ຜ່ານມາ, ທີ່ຫ້ອງຮັບແຂກ ຕຶກສຳນັກງານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ ແລະ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງທ່ານ ສຈ. Keiichi Ogawa ຮອງຄະນະບໍດີ ວິທະຍາໄລການສຶກສາການຮ່ວມມືສາກົນ (GSICS), ມະຫາວິທະຍາໄລໂກເບ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະຄູອາຈານ-ນັກສຶກສາ.
ການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ແລະ ກໍານົດທິດທາງໃນການຮ່ວມມືໃນຫຼາຍປະເດັນສໍາຄັນ ໂດຍສະເພາະແມ່ນການຮ່ວມມືດ້ານວຽກງານວິຊາການ; ການແລກປ່ຽນນັກສຶກສາ, ພະນັກງານ, ຄູ-ອາຈານ ແລະຮ່ວມກັນໃນໂຄງການຄົ້ນຄວ້າວິໄຈຕ່າງໆ.
ໃນໂອກາດນີ້, ທ່ານ ສຈ. Keiichi Ogawa ກໍໄດ້ກ່າວສະແດງຄວາມດີໃຈ ຕໍ່ການຕ້ອນຮັບ ພ້ອມທັງໄດ້ກ່າວວ່າ: ມະຫາວິທະຍາໄລໂກເບ ປະເທດຍີ່ປຸ່ນ ໄດ້ມີການຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ (ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ) ໃນການຮ່ວມມືທາງດ້ານວິຊາການ ໂດຍສະເພາະແມ່ນການສົ່ງຄູ-ອາຈານ ໄປຍົກລະດັບການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ, ແລກປ່ຽນນັກສຶກສາເຊິ່ງແຕ່ລະປີຈະມີການສອບເສັງຄັດເລືອກເອົານັກສຶກສາຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄປສຶກສາຕໍ່ໃນຫຼັກສູດປະລິນຍາຕີ 2+2 ແລະຫຼາຍໂຄງການທີ່ໄດ້ຮັບການຮ່ວມມືຈາກ ມະຫາວິທະຍາໄລແຫ່ງຊາດ.
ພ້ອມນັ້ນ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການພົວພັນຮ່ວມມືຂອງສອງຝ່າຍ ເຊິ່ງໄດ້ໃຫ້ຮູ້ວ່າ: ການຢ້ຽມຢາມໃນຄັ້ງນີ້ຖືເປັນຂີດໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງຝ່າຍທີ່ມີມາຢ່າງຍາວນານກວ່າ 30 ປີ ເຊິ່ງຕະຫຼອດໄລຍະການຮ່ວມມື ມະຫາວິທະຍາໄລແຫ່ງຊາດ ຕີລາຄາສູງ ແລະ ເປັນໝາກຜົນສຳເລັດອັນຍິ່ງໃຫຍ່, ໂດຍສະເພາະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ໄດ້ຮັບການຊ່ວຍເຫຼືອໂດຍກົງຈາກລັດຖະບານຍີ່ປຸ່ນ ໂດຍຜ່ານການປະສານງານ ແລະອຳນວຍຄວາມສະດວກຈາກ ມະຫາວິທະຍາໂກເບ; ການຊ່ວຍເຫຼືອທີ່ສຳຄັນນັ້ນ ປະກອບມີດ້ານການສ້າງບຸກຄະລາກອນທາງດ້ານເສດຖະສາດ ເພື່ອຕອບສະໜອງໃຫ້ກັບການພັດທະນາ ແລະ ສ້າງສາປະເທດຊາດ, ດ້ານພື້ນຖານໂຄງລ່າງອາຄານຮຽນ ແລະ ດ້ານວິຊາການໃຫ້ແກ່ ມຊ ເປັນຕົ້ນ.
ໃນວັນທີ 25 ສິງຫາ 2026 ທີ່ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບການຢ້ຽມຢາມຂອງທ່ານ ນາງ ມິດຊູ ຍູໂກະ (MITSUI Yuko) ຮອງປະທານອາວຸໂສ ອົງການໄຈກາ ສຳນັກງານໃຫຍ່ ປະເທດຍີ່ປຸ່ນພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອຕິດຕາມ ແລະ ເສີມສ້າງການຮ່ວມມືດ້ານການສຶກສາວິສະວະກຳສາດ ຢູ່ ສປປ ລາວ, ໂດຍມີທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການໄຈກາ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ເຊິ່ງຜົນສຳເລັດທີ່ສຳຄັນແມ່ນການພັດທະນາຫຼັກສູດການຮຽນ-ການສອນ ທີ່ຄຽງຄູ່ກັບພາກປະຕິບັດຕົວຈິງ, ການພັດທະນາທາງດ້ານບຸກຄະລາກອນຄູ ແລະ ການສ້າງໂຄງລ່າງພື້ນຖານທີ່ອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ເປັນຕົ້ນແມ່ນໂຄງການ HUGETECH ເປັນໂຄງການຮ່ວມມືກັນໃນດ້ານວິຊາການເພື່ອເສີມສ້າງການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນຄູ-ອາຈານ ທີ່ກວມເອົາ 6 ພາກວິຊາໃນຄະນະວິສະວະກຳສາດ; ໂຄງການ Grant Aid ປັບປຸງໂຄງລ່າງພື້ນຖານອາຄານ ແລະ ສະໜອງອຸປະກອນຫ້ອງທົດລອງທີ່ທັນສະໄໝ, ສູນວິສະວະກຳເພື່ອການພັດທະນາແບບຍືນຍົງ ຫຼື CESD; ໂຄງການ Enhanced Engineering Education ເສີມສ້າງການນຳໃຊ້ ແລະ ບຳລຸງຮັກສາອຸປະກອນ, ເຄື່ອຂ່າຍມະຫາວິທະຍາໄລໃນຍີ່ປຸ່ນ/ອາຊຽນ ແລະກິດຈະກຳການຮ່ວມມືກັບພາກອຸດສະຫະກຳ. ພ້ອມນັ້ນ, ຍັງໄດ້ສະເໜີມາຍັງອົງການໄຈກາ ສຳລັບແຜນການການຮ່ວມມືໃນໄລຍະໃໝ່ ແຕ່ປີ 2027-2032 ເພື່ອຂະຫຍາຍຜົນສຳເລັດ ແລະ ຍົກລະດັບຄະນະວິສະວະກຳສາດໃຫ້ກາຍເປັນສູນກາງການສຶກສາທາງດ້ານວິສະວະກຳສາດ.
ພ້ອມດຽວກັນນັ້ນ, ທ່ານ ນາງ ມິດຊູ ຍູໂກະ ກໍໄດ້ກ່າວສະແດງຄວາມຍິນດີທີ່ໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ ແລະ ຍິນດີໃນການສະໜັບສະໜູນການຮ່ວມມືໃນໄລຍະໃໝ່ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້. ໃນພິທີ, ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະວິຊາຄະນະວິສະວະກຳສາດ ກໍໄດ້ລາຍງານຜົນການດຳເນີນງານໂຄງການ JICA ທີ່ຄະນະວິສະວະກຳສາດ ແລະ ແຜນດຳເນີນງານການຮ່ວມມືໃນ 5 ປີຕໍ່ໜ້າ 2027-2032.
ພ້ອມນັ້ນ ບັນດາແຂກທີ່ເຂົ້າຮ່ວມຍັງໄດ້ຢ້ຽມຊົມຫ້ອງທົດລອງ (Laboratory block) ແລະ ສູນວິສະວະກຳເພື່ອການພັດທະນາແບບຍືນຍົງ (Center of Engineering for Sustainable Development) ອີກດ້ວຍ.
ໃນວັນທີ 25 ສິງຫາ 2026 ຜ່ານມານີ້, ທີ່ຫ້ອງຮັບແຂກ VIP ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ). ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະປຶກສາຫາລື ຂອງ ທ່ານ ສຈ. ດຣ. Han Yonghui, ປະທານບໍລິຫານ ສະຖາບັນຍຸດທະສາດສາກົນ ກວາງຕຸ້ງ (Guangdong Institute for International Strategies) ສປ ຈີນ ພ້ອມດ້ວຍຄະນະ.
ການມາຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້, ແມ່ນເພື່ອປຶກສາຫາລືວຽກງານການຮ່ວມມືດ້ານວະຊາການ ກັບ ມຊ, ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືທາງດ້ານອຸດສາຫະກຳ ແລະ ການແລກປ່ຽນທາງດ້ານວິຊາການ ລະຫວ່າງ ລາວ ແລະ ຈີນ, ນອກຈາກນີ້, ຍັງໄດ້ແລກປ່ຽນທ່າແຮງການຮ່ວມມືດ້ານ ໂຄງລ່າງພື້ນຖານ, ເສດຖະກິດດິຈິຕອນ, ພະລັງງານສີຂຽວ, ເຕັກໂນໂລຊີການກະເສດ, ການຄ້າຂ້າມແດນ ແລະ ການຕີພິມບົດຄວາມການຄົ້ນຄວ້າວິທະຍາສາດຕ່າງໆ.
ໃນຕອນບ່າຍ ວັນທີ 25 ສິງຫາ 2026, ທີ່ຫ້ອງປະຊຸມ 205 ຕຶກສໍານັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຈາກ ມະຫາວິທະຍາໄລ ຟູດັນ (Fudan University), ສາທາລະນະລັດ ປະຊາຊົນຈີນ(ສປ.ຈີນ) ຢ່າງເປັນທາງການ. ໂດຍແມ່ນ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບ.
ຄະນະຜູ້ແທນຈາກ ມະຫາວິທະຍາໄລ ຟູດັນ ທີ່ເດີນທາງມາຢ້ຽມຢາມໃນຄັ້ງນີ້ ນຳ ໂດຍ ທ່ານ ສຈ. ຈິງ ອີຈ່ຽງ (Prof. JING Yijia), ຄະນະບໍດີ ສະຖາບັນນະໂຍບາຍສາທາລະນະໂລກ (Dean of Institute for Global Public Policy), ພ້ອມດ້ວຍ ທ່ານ ອຈ. ສຽນ ຮ່າວຊີ (Assoc. Prof. QIAN Haoqi), ຮອງຄະນະບໍດີ ແລະ ທ່ານ ນາງ ຈາງ ຣົງ (ZHANG Rong), ຫົວໜ້າຫ້ອງການບໍລິຫານ ຂອງສະຖາບັນດັ່ງກ່າວ.
ຈຸດປະສົງຫຼັກຂອງການມາຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືວຽກງານການຮ່ວມມືລະຫວ່າງ ມະຫາວິທະຍາໄລ ຟູດັນ ແລະ ມຊ. ໃນການພົບປະ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການຮ່ວມມືທາງດ້ານການແລກປ່ຽນທຶນການສຶກສາ ເພື່ອສ້າງໂອກາດໃຫ້ນັກສຶກສາ ແລະ ບຸກຄະລາກອນ ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ພ້ອມດຽວກັນນີ້, ຍັງໄດ້ເນັ້ນໜັກເຖິງການຮ່ວມມືໃນການຄົ້ນຄວ້າວິໄຈຮ່ວມກັນໃນຂົງເຂດທີ່ທັງສອງຝ່າຍມີຄວາມສົນໃຈ ເພື່ອສົ່ງເສີມການພັດທະນາທາງດ້ານວິຊາການ ແລະ ຍົກລະດັບຄຸນນະພາບການສຶກສາໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ການພົບປະໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ເປັນໄມຕີຈິດມິດຕະພາບອັນດີງາມ, ເຊິ່ງເປັນການເປີດກາລະໂອກາດໃໝ່ໃນການເສີມຂະຫຍາຍສາຍພົວພັນການຮ່ວມມືດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນລະຫວ່າງວັນທີ 20–21 ສິງຫາ 2026 ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລມະຫາສາລະຄາມ (Mahasarakham University) ໄດ້ຈັດກອງປະຊຸມສາກົນຄັ້ງທີ 2 The 2nd Collaborative Research Meeting 2026 (CRM 2026) ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ (ນະຄອນຫຼວງວຽງຈັນ), ໂດຍການເປັນປະທານຮ່ວມຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ຮສ. ດຣ. Prayook Srivilai ອະທິການບໍດີ ມະຫາວິທະຍາມະຫາສາລະຄາມ ປະເທດໄທ ມີບັນດາທ່ານຄະນະອາຈານ, ນັກຄົ້ນຄວ້າ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ກອງປະຊຸມມີຈຸດປະສົງເພື່ອສ້າງເວທີແລກປ່ຽນທາງດ້ານວິຊາການສຳລັບນັກຄົ້ນຄວ້າ, ອາຈານ ແລະ ນັກວິຊາການ ໃນການນຳສະເໜີຜົນງານການຄົ້ນຄວ້າ, ແລກປ່ຽນຄວາມຮູ້ ແລະ ພັດທະນາແນວທາງການຮ່ວມມືການຄົ້ນຄວ້າວິທະຍາສາດ ລະຫວ່າງສອງສະຖາບັນ, ພ້ອມທັງສ້າງໂອກາດໃນການພັດທະນາຫົວຂໍ້ ແລະ ໂຄງການຄົ້ນຄວ້າຮ່ວມກັນ, ຂະຫຍາຍເຄືອຂ່າຍນັກຄົ້ນຄວ້າ ແລະ ນັກວິຊາການໃນລະດັບຊາດ-ລະດັບສາກົນ ແລະເພື່ອນຳໃຊ້ຄວາມຮູ້ ແລະ ຜົນຈາກການຄົ້ນຄວ້າໄປສູ່ການແກ້ໄຂບັນຫາ ແລະ ສະໜັບສະໜູນການພັດທະນາຢ່າງຍືນຍົງ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຜົນງານການຄົ້ນຄວ້າວິທະຍາສາດໃນ 3 ຫົວຂໍ້ພິເສດເຊັ່ນ: ຫົວຂໍ້: ຄວາມຫຼາກຫຼາຍທາງພັນທຸກຳຂອງເຂົ້າທ້ອງຖິ່ນ: ແຫຼ່ງຊັບພະຍາກອນເພື່ອຄວາມໝັ້ນຄົງດ້ານອາຫານ (Genetic Diversity of Local Rice: The Resource for Local Food Security) ນໍາສະເໜີໂດຍ ທ່ານ ສຈ. ດຣ. Preecha Prathepha ຄະນະບໍດີ ຄະນະເທັກໂນໂລຢີ ຈາກມະຫາວິທະຍາໄລມະຫາສາລະຄາມ ປະເທດໄທ; ຫົວຂໍ້: ເຊື້ອພະຍາດຈາກສັດສູ່ຄົນທີ່ຖືກລະເລີຍໃນ ຫວຽດນາມ–ລາວ–ໄທ: ຈີໂນມິກ, ຄວາມຫຼາກຫຼາຍ ແລະ ວິວັດທະນາການລະດັບໂມເລກຸນ (Neglected Zoonotic Pathogens in Vietnam, Laos and Thailand: Genomics, Diversity and Molecular Evolution) ນຳສະເໜີໂດຍ ທ່ານ ສຈ. ດຣ. Thanh Hoa Le ຈາກສະຖາບັນວິທະຍາສາດ ແລະ ເຕັກໂນໂລຢີ ປະເທດຫວຽດນາມ (VAST: Vietnam); ຫົວຂໍ້: ການປະເມີນມູນຄ່າທາງເສດຖະສາດຂອງຄວາມຫຼາກຫຼາຍທາງຊີວະພາບໃນ ສປປ ລາວ
(Estimation of Economic Value of Biodiversity in Lao PDR) ນໍາສະເໜີໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມນັ້ນ ກໍຍັງມີອີກ 8 ກຸ່ມການຄົ້ນຄວ້າທີ່ກວມເອົາຂົງເຂດ ວິທະຍາສາດກະສິກຳ (Agricultural Science), ວິທະຍາສາດຊີວະພາບ (Biological Science), ເຄມີສາດ ແລະ ວັດສະດຸສາດ (Chemistry and Materials Science), ວິທະຍາສາດສິ່ງແວດລ້ອມ (Environmental Science), ວິສະວະກຳ ແລະ ເຕັກໂນໂລຊີ (Engineering and Technology), ວິທະຍາສາດສຸຂະພາບ (Health Science), ເສດຖະສາດ, ທຸລະກິດ ແລະ ສັງຄົມສາດ (Economics, Business, and Social Sciences) ແລະການສຶກສາ, ວັດທະນະທຳ ແລະ ມະນຸດສາດ (Education, Culture, and Humanities).