ມຊ ຈັດກອງປະຊຸມເຜີຍແຜ່ຂໍ້ມູນລາຍວິຊາສອນດ້ານການທ່ອງທ່ຽວ ແລະບໍລິການ
ກອງປະຊຸມເຜີຍແຜ່ຂໍ້ມູນລາຍວິຊາສອນດ້ານການທ່ອງທ່ຽວ ແລະບໍລິການ ເປັນສ່ວນໜຶ່ງໃນໂຄງການ ພັດທະນາຫຼັກສູດ ນະວັດຕະກຳເພື່ອການຮຽນຮູ້ຕະຫຼອດຊີວິດຂອງກຳລັງແຮງງານໃນຂະແໜງການທ່ອງທ່ຽວແບບຍືນຍົງ “Innovation Curricula for Life-Long Learning of Sustainable Tourism Workforce (INNO4Tourism)” ໄດ້ຮັບທຶນຈາກສະຫະພາບເອີຣົບ, ໃນວັນທີ 20 ສິງຫາ 2025 ທີ່ຫ້ອງປະຊຸມໂຮງແຮມວັນດາວິດຕ້າລາດຊະວົງ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ), ມີຜູ້ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ບັນດາແຂກຖືກເຊິີນ, ພະນັກງານ, ຄູ-ອາຈານຈາກ ຄະນະວິທະຍາສາດສັງຄົມ, ຄະນະວິທະຍາສາດປ່າໄມ້ ມຊ ເຂົ້າຮ່ວມ.
ໃນທີ່ປະຊຸມທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໄດ້ມີຄຳເຫັນໃນທີ່ປະຊຸມໂດຍທ່ານໄດ້ກ່າວວ່າ: ສະເພາະໃນໂຄງການ INNO4Tourism ແມ່ນລົງເລິກໃນການພັດທະນາຫຼັກສູດນະວັດຕະກຳເພື່ອການຮຽນຮູ້ຕະຫຼອດຊີວິດຂອງກຳລັງແຮງງານໃນຂະແໜງການທ່ອງທ່ຽວ ແລະສ້າງກົນໄກການຮ່ວມມືລະຫວ່າງ ມະຫາວິທະຍາໄລ ແລະພາກທຸລະກິດ ໂດຍໄດ້ເລີ່ມປະຕິບັດໂຄງການມາໄດ້ 18 ເດືອນ ເຊິ່ງຄະນະຮັບຜິດຊອບໂຄງການ ໄດ້ປະຕິບັດຫຼາຍກິດຈະກຳທີ່ສຳຄັນເຊັ່ນ: ການປະເມີນຊ່ອງວ່າງ ແລະຄວາມຕ້ອງການດ້ານທັກສະໃນຂະແໜງການທ່ອງທ່ຽວ ແລະບໍລິການຢູ່ ສປປ ລາວ, ສ້າງລາຍວິຊາສອນ ແລະ ສື່ການຮຽນ-ການສອນທີ່ກ່ຽວຂ້ອງກັບການທ່ອງທ່ຽວ ແລະການບໍລິການແບບຍືນຍົງ ທີ່ສອດຄ່ອງກັບຄວາມຕ້ອງການຂອງແຮງງານ ເຊິ່ງຈະໄດ້ທົດລອງສອນທັງລະບົບອອນລາຍ ແລະເຊິ່ງໜ້າ.
ສຳລັບການສ້າງລາຍວິຊາສອນ ແລະ ສື່ການຮຽນ-ການສອນທີ່ກ່ຽວກັບການທ່ອງທ່ຽວ ແລະການບໍລິການແບບຍືນຍົງປະກອບມີ 8 ລາຍວິຊາ, ເຊິ່ງຈະໄດ້ດຳເນີນການຮຽນ-ການສອນໃນໄລຍະເດືອນກັນຍາ ຫາ ເດືອນຕຸລາ 2025 ນີ້ ໂດຍເປີດໂອກາດໃຫ້ນັກສຶກສາຂອງ ມຊ, ພະນັກງານຈາກພາກທຸລະກິດການທ່ອງທ່ຽວ ແລະການບໍລິການ ສາມາດສະໝັກເຂົ້າຮຽນໄດ້ ໂດຍຈະເນັ້ນເນື້ອໃນບົດຮຽນເປັນພາກທິດສະດີ 10-30% (ສອນໂດຍອາຈານຂອງ ມຊ ແລະ ອາຈານ ຮັບເຊີນຈາກພາຍນອກ), ເນັ້ນພາກປະຕິບັດຕົວຈິງ 70-90% ລາຍວິຊາການສອນປະກອບມີ: 1. ການດຳເນີນງານ ແລະ ການຈັດການທຸລະກິດການບໍລິການ ແລະການທ່ອງທ່ຽວແບບຍືນຍົງ; 2. ການເປັນຜູ້ປະກອບການດ້ານການບໍລິການ ແລະທ່ອງທ່ຽວ; 3. ບົດນຳກ່ຽວກັບອີເລັກໂຕຣນິກ; 4. ລະບົບຂໍ້ມູນຂ່າວສານສຳລັບລະບົບຕ່ອງໂສ້ງການສະໜອງ ແລະການບໍລິຫານຄວາມສຳພັນກັບລູກຄ້າ; 5. ໄອຊີທີໃນອຸດສະຫະກຳການທ່ອງທ່ຽວ ແລະເສດຖະສາດ; 6. ການວິເຄາະຕະຫຼາດແຮງງານ ແລະການຊອກວຽກໃນຂະເແໜງການທ່ອງທ່ຽວ; 7. ການຕະຫຼາດດີຈີຕອນສຳລັບການທ່ອງທ່ຽວ; 8. ບຸກຄະລິກກະພາບການບໍລິການ ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສົນທະນາໃນຫົວຂໍ້: “ຄວາມຕ້ອງການທັກສະການເຮັດວຽກໃນຕະຫຼາດແຮງງານ ແລະສອດຄ່ອງຂອງຫຼັກສູດການສຶກສາ 8 ລາຍວິຊາ”