ໃນວັນທີ 16 ກັນຍາ 2026 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ 205 ຕຶກສໍານັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີກອງປະຊຸມປຶກສາຫາລືການຮ່ວມມື ແລະ ຕ້ອນຮັບຄະນະຜູ້ແທນຈາກ ສະຖາບັນວິສະວະກຳສາດ ແລະ ເຕັກໂນໂລຊີອາຄານ (KICT) ແລະ ສະຖາບັນການສຶກສາເຕັກໂນໂລຊີການກໍ່ສ້າງ (KICTE) ແຫ່ງ ສ. ເກົາຫຼີ, ໃຫ້ການຕ້ອນຮັບຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້ ໂດຍ ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ; ທ່ານ ຮສ. ປອ. ທະນູສອນ ວົງປຣະເສີດ ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ມຊ, ພ້ອມດ້ວຍ ພະນັກງານ-ຄູອາຈານ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອລ້າ (ODA Project) ຈາກກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຂົນສົ່ງ ແຫ່ງ ສ. ເກົາຫຼີ (MOLIT) ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ, ເຊິ່ງເປັນໂຄງການໄລຍະຍາວ 4 ປີ (2026–2030) ໂດຍມີເປົ້າໝາຍຕົ້ນຕໍສູ່ການຍົກລະດັບພື້ນຖານໂຄງລ່າງທາງຫຼວງ ແລະ ການສ້າງພັດທະນາບຸກຄະລາກອນຮຸ່ນໃໝ່ໃຫ້ມີຄວາມເຂັ້ມແຂງ.
ເນື້ອໃນການປຶກສາຫາລື ແລະ ທິດທາງການຮ່ວມມື 5 ດ້ານຕົ້ນຕໍ: 1. ການພັດທະນາຫຼັກສູດ ແລະ ເຕັກນິກການຮຽນ-ການສອນ: ຮ່ວມມືກັບຄູອາຈານສອນ ຂະແໜງວິສະວະກຳຂົວທາງ ໃນການປັບປຸງ ແລະ ພັດທະນາຫຼັກສູດສະເພາະດ້ານ (Road Pavement Engineering) ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ສິ່ງໃໝ່ໆ, ເຕັກໂນໂລຊີທີ່ທັນສະໄໝ ແລະ ເຂົ້າເຖິງຄວາມຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, 2. ການຍົກລະດັບ ແລະ ຝຶກອົບຮົມບຸກຄະລາກອນ: ເນັ້ນການຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ, ຄູອາຈານ ແລະ ເຕັກນິກວິຊາການ ໂດຍຈະມີການຄັດເລືອກຄູອາຈານຫຼັກແຫຼ່ງ ເພື່ອຮ່ວມທີມພັດທະນາຫຼັກສູດກັບຊ່ຽວຊານເກົາຫຼີຢ່າງໃກ້ຊິດ, 3. ການເຮັດປຶ້ມຄູ່ມືການຮຽນ-ການສອນ: ສ້າງ ແລະ ຮຽບຮຽງປຶ້ມຄູ່ມືວິຊາການ (Training Manuals/Handbooks) ປະຈຳໂຄງການ ເພື່ອໃຊ້ເປັນເຄື່ອງມື ແລະ ບ່ອນອີງໃນການຮຽນ-ການສອນ ແລະ ການຄົ້ນຄວ້າໃນໄລຍະຍາວ, 4. ຄວາມຢືນຢົງ ແລະ ການສ້າງຜູ້ສືບທອດ: ໃຫ້ຄວາມສຳຄັນເປັນພິເສດຕໍ່ຄວາມຢືນຢົງຂອງໂຄງການ (Sustainability), ໂດຍມຸ່ງເນັ້ນໃຫ້ເກີດການຖ່າຍທອດຄວາມຮູ້ ແລະ ສ້າງຄູອາຈານຮຸ່ນສືບທອດ ທີ່ຈະສາມາດດຳເນີນການສອນ ແລະ ພັດທະນາຫຼັກສູດຕໍ່ໄປໄດ້ຢ່າງຕໍ່ເນື່ອງ ເຖິງວ່າໂຄງການຈະສິ້ນສຸດລົງ, 5. ທິດທາງການຮ່ວມມືໃນຕໍ່ໜ້າ: ທັງສອງຝ່າຍມີແຜນຈະຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳໃນມໍ່ໆນີ້ ໂດຍຜ່ານການເຊັນສົນທິສັນຍາ ຫຼື ບັນທຶກຄວາມເຂົ້າໃຈຢ່າງເປັນທາງການ (MOA – Memorandum of Agreement) ເພື່ອເປັນກອບການຮ່ວມມືໄລຍະຍາວ.
ກອງປະຊຸມຕ້ອນຮັບ ແລະ ປຶກສາຫາລືໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອົບອຸ່ນ, ເລິກເຊິ່ງ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເຊິ່ງຖືເປັນກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາດ້ານວິສະວະກຳສາດ ຂອງ ມຊ ສູ່ລະດັບສາກົນ.
ໃນວັນທີ 3 ກັນຍາ 2026 ທີ່ຜ່ານມາ, ທີ່ຫ້ອງຮັບແຂກ VIP ຕຶກສໍານັກງານ ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີຫົວໜ້າຄະນະວິຊາ ອັກສອນສາດ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ອາເລັກຊານເດີ ຣັດກອບ (Alexander Radkov) ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ການພົບປະຄັ້ງນີ້ ມີຈຸດປະສົງເພື່ອທົບທວນ, ຮັດແໜ້ນ ແລະ ຂະຫຍາຍສາຍພົວພັນການຮ່ວມມື ພ້ອມທັງການແລກປ່ຽນທາງດ້ານການສຶກສາ ແລະ ວັດທະນະທຳ ລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໃຫ້ມີຄວາມເລິກເຊິ່ງກວ່າເກົ່າ. ເຊິ່ງສອງຝ່າຍໄດ້ຍົກໃຫ້ເຫັນ ກ່ຽວກັບການສະໜັບສະໜູນດ້ານການສຶກສາຢ່າງຮອບດ້ານ ໂດຍສະຫະພັນລັດເຊຍ ໄດ້ມອບທຶນການສຶກສາໃຫ້ແກ່ ສປປ ລາວ ຫຼາຍກວ່າ 100 ທຶນ ຕໍ່ປີ ເພື່ອສ້າງໂອກາດໃຫ້ນັກສຶກສາລາວໄດ້ໄປສຶກສາຕໍ່ໃນລະດັບທີ່ຊ່ຽວຊານ. ພ້ອມນັ້ນ, ທາງລັດເຊຍຍັງໄດ້ສະໜັບສະໜູນທຶນການສຶກສາສະເພາະທາງດ້ານການກະເສດ ໂດຍຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ລວມມີ: ປີ້ຍົນໄປ-ກັບ, ຄ່າທີ່ພັກອາໄສ, ຄ່າຄອງຊີບ ແລະ ທຶນການສຶກສາຕະຫຼອດຫຼັກສູດ. ຂະນະດຽວກັນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບໂຄງການກໍ່ສ້າງ "ໂຮງຮຽນມັດທະຍົມຄົບວົງຈອນມິດຕະພາບ ລາວ-ລັດເຊຍ" ເຊິ່ງເປັນໂຮງຮຽນຂອງລັດຖະບານ ໂດຍລັດຖະບານລາວໄດ້ຕອບສະໜອງເນື້ອທີ່ດິນສຳລັບການກໍ່ສ້າງ ແລະ ລັດຖະບານລັດເຊຍເປັນຜູ້ສະໜັບສະໜູນທຶນກໍ່ສ້າງທັງໝົດ. ໂຮງຮຽນດັ່ງກ່າວ ຈະນຳໃຊ້ພາສາລັດເຊຍໃນການຮຽນ-ການສອນທັງໝົດ ໂດຍສະເພາະແມ່ນສາຍວິທະຍາສາດທຳມະຊາດ, ເຊິ່ງຈະມີຄູອາຈານຊ່ຽວຊານຈາກສະຫະພັນລັດເຊຍ ຈຳນວນ 100 ທ່ານ ເດີນທາງມາປະຈຳການສອນ. ເມື່ອນັກຮຽນຮຽນຈົບຕາມຫຼັກສູດ ຈະໄດ້ຮັບໃບຢັ້ງຢືນການສຶກສາ 2 ໃບ ຄື: ໃບຢັ້ງຢືນພາສາລັດເຊຍ ແລະ ພາສາລາວ. ທັງນີ້, ເພື່ອເປັນການສືບຕໍ່ ແລະ ຂະຫຍາຍຜົນຈາກໂຄງການຮຽນພາສາລັດເຊຍ ໃນຊັ້ນປະຖົມສຶກສາ 6 ແຫ່ງໃນລາວ ທີ່ໄດ້ເລີ່ມຕົ້ນຈັດການຮຽນ-ການສອນຕັ້ງແຕ່ຊັ້ນ ປ.1 ມາຕັ້ງແຕ່ປີ 2013.
ໃນໂອກາດດຽວກັນ, ທ່ານ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ໄດ້ສະເໜີຂໍຄວາມຮ່ວມມື ແລະ ຊ່ວຍເຫຼືອຈາກ ມຊ ໂດຍສະເພາະແມ່ນ ສູນວິທະຍາສາດສອນພາສາລັດເຊຍ ປະຈຳ ຄະນະອັກສອນສາດ ມຊ ໃນການເລັ່ງສ້າງ ແລະ ຜະລິດຄູອາຈານສອນພາສາລັດເຊຍຄົນລາວ ເພື່ອໃຫ້ສາມາດປະຕິບັດງານສອນຄຽງບ່າຄຽງໄຫລ່ກັບຄູອາຈານຈາກລັດເຊຍຢ່າງມີປະສິດທິພາບ, ເພາະການສ້າງ ແລະ ພັດທະນາບຸກຄະລາກອນ ຖືເປັນການລົງທຶນທີ່ມີຄຸນຄ່າມະຫາສານໃຫ້ແກ່ການພັດທະນາປະເທດຊາດ. ພ້ອມກັນນັ້ນ, ເພື່ອສ້າງບັນຍາກາດຄວາມສາມັກຄີ, ໃນເດືອນກັນຍານີ້ ຈະມີກອງກາຍະສິນຈາກສະຫະພັນລັດເຊຍ ເດີນທາງມາຈັດການສະແດງຢູ່ ສປປ ລາວ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນວັດທະນະທຳ ລະຫວ່າງ ຊາວໜຸ່ມລາວ ແລະ ລັດເຊຍ.
ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ໄດ້ຕາງໜ້າໃຫ້ແກ່ຄະນະນຳ, ຄູອາຈານ ມຊ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ເລິກຊຶ້ງເຖິງນ້ຳໃຈອັນດີງາມ ຂອງລັດຖະບານ ແລະ ປະຊາຊົນສະຫະພັນລັດເຊຍ, ກໍຄື ສູນວິທະຍາສາດ ແລະ ວັດທະນະທຳລັດເຊຍ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຄຽງບ່າຄຽງໄຫລ່ ກັບ ສປປ ລາວ ໃນດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຢ່າງສະເໝີຕົ້ນສະເໝີປາຍຕະຫຼອດມາ. ທ່ານໄດ້ເນັ້ນຢ້ຳວ່າ: ມຊ, ໂດຍສະເພາະ ຄະນະອັກສອນສາດ ແມ່ນມີຄວາມກຽມພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນທຸກໆດ້ານ ບໍ່ວ່າຈະເປັນການຍົກລະດັບການຜະລິດຄູສອນພາສາລັດເຊຍ, ການກໍ່ສ້າງໂຮງຮຽນມັດທະຍົມຄົບວົງຈອນມິດຕະພາບ ລາວ-ລັດເຊຍ ຕະຫຼອດຮອດກິດຈະກຳແລກປ່ຽນວັດທະນະທຳຕ່າງໆ ເພື່ອໃຫ້ໂຄງການຮ່ວມມືທັງໝົດ ປະກົດຜົນເປັນຮູບປະທຳ ແລະ ເປັນເນື້ອໃນອັນແທ້ຈິງ, ເຊິ່ງຈະເປັນມໍລະດົກຕົກທອດອັນສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງຊາດ ລາວ-ລັດເຊຍ ໃຫ້ຢັ້ນຢືນ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນທີ 31 ສິງຫາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຕ້ອນຮັບຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າອົງການສະຫະພາບເອີຣົບ ປະຈໍາ ສປປ ລາວ, ພ້ອມດ້ວຍສະຖາບັນຄູ່ຮ່ວມມືທັງພາຍໃນ ສປປ ລາວ ແລະ ຈາກປະເທດເນເທີແລນ, ແອັດສະປາຍ, ແລະ ຝຣັ່ງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 5 (REAL GM5) ຂອງໂຄງການ REAL, ເຊິ່ງຈັດຂຶ້ນທີ່ ພາກວິຊາພາສາຢີ່ປຸ່ນ, ຄະນະອັກສອນສາດ, ມຊ, ໃນໄລຍະວັນທີ 31 ສິງຫາ - 3 ກັນຍາ 2026. ໂຄງການ REAL ໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ ພາຍໃຕ້ແຜນງານ Erasmus+ ເພື່ອການສ້າງຂີດຄວາມສາມາດໃນຂົງຂະແໜງການສຶກສາຊັ້ນສູງ. ໂຄງການນີ້ມີຈຸດປະສົງເພື່ອສ້າງວັດທະນະທໍາການປະກັນຄຸນນະພາບພາຍໃນ (IQA) ຮອບດ້ານ ເພື່ອສະໜັບສະໜູນການຈັດກິດຈະກໍາການຮຽນ-ການສອນທີ່ເນັ້ນຜົນຮັບການຮຽນ (Outcome-Based Education ຫຼື OBE) ໃນສະຖາບັນການສຶກສາຊັ້ນສູງຂອງລາວ.
ທ່ານ ຮສ. ປອ. ສິນທະວອນ ດາລາວົງ, ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໄດ້ສະແດງຄວາມຂອບໃຈຕໍ່ຄູ່ຮ່ວມມືທຸກພາກສ່ວນທີ່ສະໜັບສະໜູນດ້ານວິຊາການ ແລະ ງົບປະມານໃນການປັບປຸງຄຸນນະພາບການສຶກສາ. ທ່ານກ່າວວ່າ: “ການປັບປຸງຄຸນນະພາບການສຶກສາ ແລະ ຮັບປະກັນຄວາມສອດຄ່ອງຂອງຫຼັກສູດ ແມ່ນຄວາມຈໍາເປັນຢ່າງຍິ່ງສໍາລັບການສຶກສາຊັນສູງຂອງລາວ ເພື່ອຮັບປະກັນໃຫ້ຜູ້ສໍາເລັດການສຶກສາ ສາມາດຕອບສະໜອງຕໍ່ຄວາມຕ້ອງການທີ່ແທ້ຈິງຂອງຕະຫຼາດແຮງງານ ແລະ ສັງຄົມ.” ທ່ານຍັງໄດ້ກ່າວຕື່ມວ່າ ຄວາມພະຍາຍາມດັ່ງກ່າວນີ້ຍັງຊ່ວຍສ້າງຄວາມເຂັ້ມແຂງການຮ່ວມມືກັບພາກພື້ນ ແລະ ສາກົນອີກດ້ວຍ.
ສືບເນື່ອງຈາກຜົນໂຄງການຂອງກອງປະຊຸມໃຫຍ່ ຄັ້ງທີ 4, ກອງປະຊຸມ REAL GM5 ທົບທວນຂໍ້ມູນ ແລະ ຜົນໄດ້ຮັບຈາກເກັບກໍາຂໍ້ມູນຈາກຜູ້ມີສ່ວນຮ່ວມຕ່າງໆ ກ່ຽວກັບຄຸນລັກສະນະຂອງຜູ້ສໍາເລັດການສຶກສາ (Graduate Profile), ການເຊື່ອມໂຍງຜົນການຮຽນລະດັບລາຍວິຊາ (CLOs) ກັບຜົນການຮຽນລະດັບຫຼັກສູດ (PLOs), ແລະ ການກໍານົດພາລະການຮຽນຂອງນັກສຶກສາ (Student Workload Estimation (SWL). ການສ້າງຄວາມສອດຄ່ອງລະຫວ່າງ CLOs, PLOs ແລະ SWL ແມ່ນເປັນບາດກ້າວສໍາຄັນໃນການສ້າງກົນໄກການປະກັນຄຸນນະພາບພາຍໃນ (Internal Quality Assurance (IQA) ເພື່ອເຮັດໃຫ້ມະຫາວິທະຍາໄລ ສາມາດບັນລຸເປົ້າໝາຍການຮຽນ-ການສອນແບບ OBE.
ໃນພິທີເປີດກອງປະຊຸມ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃຫ້ການຮ່ວມມືຢ່າງຕໍ່ເນື່ອງ ແລະ ເຮັດວຽກຮ່ວມກັນຢ່າງຕັ້ງໜ້າເພື່ອໃຫ້ບັນລຸເປົ້າໝາຍຂອງໂຄງການ REAL ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາຊັ້ນສູງຂອງ ສປປ ລາວ ໃນການສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ຕະຫຼາດແຮງງານ ແລະ ສັງຄົມລາວ ກໍຄືພາກພື້ນອາຊຽນ ແລະ ໃນທົ່ວໂລກ.
ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະຈາລຶກ ຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງການນໍາຂັ້ນສູງ, ອະດີດການນໍາ ໃນການພັດທະນາປະເທດຊາດ ແລະ ຜູ້ທີ່ມີຜົນງານອັນດີຕໍ່ປະເທດຊາດ ແລະປະຊາຊົນ ໃນວັນທີ 04 ກັນຍາ 2026, ຢູ່ທີ່ສະໂມສອນ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳ ຂັ້ນສາດສະດາຈານກິດຕິມະສັກ, ຂັ້ນສາດສະດາຈານພິເສດ ແລະປະລິນຍາເອກກິດຕິມະສັກ ມຊ ປະຈຳປີ 2026 ຂຶ້ນຢ່າງສົມກຽດ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານສະພາ ມຊ, ມີບັນດາອະດີດການນໍາຂັ້ນສູງ, ມີຄະນະພັກ-ຄະນະນຳ, ບັນດາຄະນະກຳມະການສະພາ ມຊ, ພະນັກງານ, ຄູ-ອາຈານ, ນັກຄົ້ນຄວ້າ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່, ເລຂາທິການສະພາ ມຊ ໄດ້ກ່າວລາຍງານກ່ຽວກັບການເຄື່ອນໄຫວ ແລະ ຂະບວນການກັ່ນຕອງ-ຄັດເລືອກ. ການພິຈາລະນາຕຳແໜ່ງວິຊາການຄູບໍ່ປະຈຳໃນຊຸດປີ 2026 ນີ້ ແມ່ນໄດ້ຈັດຕັ້ງປະຕິບັດຢ່າງເປັນລະບົບ, ເປີດເຜີຍ, ໂປ່ງໃສ ແລະ ຖືກຕ້ອງຕາມດຳລັດ ເລກທີ 503/ລບ ແລະ ຄຳແນະນຳ ເລກທີ 1054/ສສກ. ໂດຍຜ່ານການປະເມີນຈາກຄະນະກຳມະການວິຊາການແຕ່ລະຂັ້ນ ຕັ້ງແຕ່ຂັ້ນຄະນະວິຊາ, ຂັ້ນມະຫາວິທະຍາໄລ ຈົນເຖິງການຮັບຮອງໃນກອງປະຊຸມສະພາ ມຊ ສະໄໝສາມັນ ຄັ້ງທີ 1 ປະຈຳປີ 2026 (ມະຕິຕົກລົງ ເລກທີ 07/ສພມຊ, ລົງວັນທີ 15 ກໍລະກົດ 2026). ຈາກນັ້ນ, ໄດ້ອອກຂໍ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະກາສະນີຍະບັດ ໃຫ້ແກ່ຜູ້ທີ່ມີຜົນງານໂດດເດັ່ນ ທັງໝົດ 06 ທ່ານ (ຂໍ້ຕົກລົງ ເລກທີ 2372/ມຊ, 2373/ມຊ ແລະ 01-02/ມຊ, ລົງວັນທີ 12 ສິງຫາ 2026) ເຊິ່ງປະກອບມີ: ຂັ້ນສາດສະດາຈານກິດຕິມະສັກ ຈຳນວນ 2 ທ່ານ, ຂັ້ນສາດສະດາຈານພິເສດ ຈຳນວນ 2 ທ່ານ ແລະ ປະລິນຍາເອກກິດຕິມະສັກ ຈຳນວນ 2 ທ່ານ, ເຊິ່ງລາຍລະອຽດດັ່ງນີ້: ໄດ້ຜ່ານຂໍ້ຕົກລົງ ຂອງສະພາມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 01/ສພມຊ, ລົງວັນທີ 12 ສິງຫາ 2026 ຕົກລົງມອບຕໍາແໜ່ງວິຊາການຄູ ບໍ່ປະຈໍາ ຂັ້ນສາດສະດາຈານກິດຕິມະສັກ ສາຂາ ບໍລິຫານລັດ ແລະການພັດທະນາ ໃຫ້ແກ່ທ່ານ ສາດສະດາຈານກິດຕິມະສັກ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສ ປປ.ລາວ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 02/ສພມຊ, ລົງວັນທີ 12 ສິງຫາ 2026 ຕົກລົງມອບ ສາດສະດາຈານກິດຕິມະສັກ ສາຂາ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແບບຍືນຍົງ ໃຫ້ແກ່ທ່ານ ສາດສະດາຈານກິດຕິມະສັກ ສົມມາດ ພົນເສນາ ເພື່ອຢັ້ງຢືນຜົນງານດີເດັ່ນຂອງທັງ 2 ທ່ານ ໃນການພັດທະນາ ປະເທດຊາດ, ຂະແໜງການສຶກສາ ແລະ ມຊ ແລະໃຫ້ກຽດມອບໂດຍ ທ່ານ ຮສ.ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ປະທານສະພາ ມຊ; ຜ່ານຂໍ້ຕົກລົງ ຂອງສະພາ ມຊ ສະບັບເລກທີ 01/ສພມຊ, ລົງວັນທີ 12 ສິງຫາ 2026 ຕົກລົງມອບຕໍາແໜ່ງວິຊາການຄູ ບໍ່ປະຈໍາ ຂັ້ນ ສາດສະດາຈານພິເສດ ສາຂາ ວິສະວະກໍາ ຊົນລະປະທານ ແກ່ທ່ານ ສາດສະດາຈານພິເສດ ປອ. ຄໍາຜາດ ສຸລິນພູມີ ແລະ ຜ່ານຂໍ້ຕົກລົງ ເລກທີ 02/ສພມຊ, ລົງວັນທີ 12 ສິງຫາ 2026 ຕົກລົງມອບຕໍາແໜ່ງວິຊາການຄູ ບໍ່ປະຈໍາ ຂັ້ນສາດສະດາຈານພິເສດ ແກ່ທ່ານ ສາດສະດາຈານພິເສດ ປອ. ວັນທອງ ສີຣິວັນ ເພື່ອຢັ້ງຢືນຜົນງານດີເດັ່ນຂອງທັງ 2 ທ່ານ ໃນການພັດທະນາ ປະເທດຊາດ, ຂະແໜງການສຶກສາ ແລະ ມຊ ເປັນກຽດມອບໂດຍທ່ານ ຮສ.ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະສິ່ງແວດລ້ອມ ປະທານສະພາ ມຊ. ຂະນະດຽວກັນ ກໍໄດ້ຜ່ານຂໍ້ຕົກລົງ ຂອງ ມຊ ທະບຽນເລກທີ 01/ມຊ 2026; ລົງວັນທີ 12 ສິງຫາ 2026 ເຫັນດີມອບ ປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ວຽງທະວີສອນ ເທບພະຈັນ ເພື່ອເປັນການຈາລຶກ ຜົນງານດີເດັ່ນຕໍ່ການວາງແຜນນະໂຍບາຍລັດ ແລະ ຜ່ານຂໍ້ຕົກລົງ ຂອງ ມຊ ທະບຽນເລກທີ 02/ມຊ 2026, ລົງວັນທີ 12 ສິງຫາ 2026 ເຫັນດີມອບ ປະລິນຍາເອກກິດຕິມະສັກ ໃຫ້ແກ່ ທ່ານ ໂອ ມຽງ ຮວັນ ເພື່ອເປັນການຈາລຶກ ຜົນງານດີເດັ່ນ ຕໍ່ສັງຄົມສົງເຄາະ ແລະ ພັດທະນາ. ໂດຍການເປັນກຽດມອບ ຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ.
ໂອກາດສໍາຄັນນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊິ່ງເປັນໜຶ່ງໃນຜູ້ທີ່ໄດ້ຮັບຕຳແໜ່ງ ສາດສະດາຈານກິດຕິມະສັກ ໃນຄັ້ງນີ້ ໄດ້ໃຫ້ກຽດກ່າວຄຳເຫັນ ແລະ ໂອ້ລົມ. ທ່ານໄດ້ສະແດງຄວາມເປັນກຽດ ແລະ ຄວາມຮັບຜິດຊອບອັນສູງສົ່ງ, ພ້ອມທັງໄດ້ເນັ້ນໃສ່ 5 ທິດຊີ້ນຳສຳຄັນ ໃນການພັດທະນາ ມຊ ໃນໄລຍະໃໝ່ ເພື່ອຫ້າງຫາກະກຽມສະເຫຼີມ-ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ໃນທ້າຍປີ 2026 ດັ່ງນີ້: ການປັບຕົວໃນຍຸກໂລກາພິວັດ: ມຊ ຕ້ອງຮັກສາໃຫ້ໄດ້ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາລາວ, ສ້າງຄົນສັງຄົມນິຍົມທີ່ມີຄຸນສົມບັດສິນທຳປະຕິວັດ, ມີລະດັບຄວາມຮູ້ສູງ, ມີຫຼັກໝັ້ນການເມືອງໜັກແໜ້ນ ແລະ ເປັນເອກະພາບຕໍ່ແນວທາງຂອງພັກ-ລັດ. ການຍົກສູງຄຸນນະພາບການສຶກສາ ແລະ ປະຕິຮູບຫຼັກສູດ: ເນັ້ນໃສ່ການປັບປຸງຫຼັກສູດການຮຽນ-ການສອນໃຫ້ທັນສະໄໝ, ສອດຄ່ອງກັບຕະຫຼາດແຮງງານ, ຮອງຮັບການພັດທະນາເສດຖະກິດ-ສັງຄົມ ແລະ ປັນຍາປະດິດ (AI) ພ້ອມທັງເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ການຍົກບົດບາດວຽກງານຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ: ໃຫ້ຫັນປ່ຽນຈາກ "ຄົ້ນຄວ້າເພື່ອມີຜົນງານ" ໄປສູ່ "ຄົ້ນຄວ້າເພື່ອສ້າງຜົນກະທົບ" ທີ່ສາມາດນຳໄປໃຊ້ໄດ້ຕົວຈິງ, ເປັນນະໂຍບາຍ, ຜະລິດຕະພັນ ຫຼື ມູນຄ່າທາງເສດຖະກິດ ເພື່ອຊຸກຍູ້ການຂ້າມຜ່ານຈາກປະເທດດ້ອຍພັດທະນາ (LDC) ໄປສູ່ປະເທດກຳລັງພັດທະນາ (2026-2029). ການປັບປຸງພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ: ເລັ່ງສ້າງລະບົບ Digital University, ຫ້ອງຮຽນອັດສະລິຍະ, ຫ້ອງສະໝຸດດິຈິຕອນ, ລະບົບອິນເຕີເນັດຄວາມໄວສູງ ພ້ອມທັງປັບປຸງສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກໃຫ້ຄົບຖ້ວນ. ການເສີມຂະຫຍາຍການຮ່ວມມືສາກົນ: ເພີ່ມພູນການພົວພັນ ແລະ ຍາດແຍ່ງການສະໜັບສະໜູນຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຢ່າງເປັນເຈົ້າການ.
ທ່ານ ຮສ. ປອ. ສິນທະວອນ ດາລາວົງ ເລຂາຄະນະພັກ, ຮອງປະທານສະພາ ມຊ, ຜູ້ອຳນວຍການໃຫຍ່ ມຊ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ກ່າວຮັບຄຳໂອວາດ. ໂດຍໄດ້ສະແດງຄວາມຊາບຊຶ້ງ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາທິດຊີ້ນຳອັນປະເສີດຂອງ ທ່ານ ນາຍົກລັດຖະມົນຕີໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານ ແລະ ໂຄງການຈັດຕັ້ງປະຕິບັດຕົວຈິງໃຫ້ປະກົດຜົນເປັນຮູບປະທຳຢ່າງຈົບງາມ.
ໃນວັນທີ 1 ກັນຍາ 2026 ຜ່ານມານີ້, ທີ່ຫ້ອງຮັບແຂກ VIP ສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫົວໜ້າຄະນະວິຊາທີ່ກ່ຽວ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນຈາກ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ.
ໂອກາດດັ່ງກ່າວ, ສອງຝ່າຍໄດ້ພົບປະໂອ້ລົມ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງການຮ່ວມມືໃນໄລຍະຜ່ານມາ; ເຊິ່ງອົງການ JICA ໄດ້ໃຫ້ການສະໜັບສະໜູນ ມຊ ຢ່າງຕໍ່ເນື່ອງ. ຈຸດເດັ່ນທີ່ສຳຄັນແມ່ນການສົ່ງຊ່ຽວຊານມາປະຈໍາຢູ່ ຄະນະວິສະວະກຳສາດ ພ້ອມທັງມອບທຶນຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນຮູບປະທຳ. ທ່ານຜູ້ອຳນວຍການໃຫຍ່ ມຊ ໄດ້ເນັ້ນໜັກປະໂຫຍກທີ່ມີຄວາມໝາຍເລິກເຊິ່ງວ່າ "ການລົງທຶນໃສ່ການສຶກສາ ແມ່ນການສະແດງອອກເຖິງຄວາມຮັກຊາດຢ່າງແທ້ຈິງ". ທ່ານ ກ່າວຕື່ມວ່າ: ຜ່ານມາ ໂຄງການຮ່ວມມືລະຫວ່າງ ອົງການ JICA, ສະຖາບັນລາວ-ຍີ່ປຸ່ນ (LJI) ແລະ ມຊ ສາມາດສ້າງບຸກຄະລາກອນລາວອອກຮັບໃຊ້ສັງຄົມໄດ້ແລ້ວຫຼາຍກວ່າ 20,000 ຄົນ. ນອກຈາກນີ້, ຍັງໄດ້ສົ່ງພະນັກງານລາວຈໍານວນ 250 ທ່ານ ໄປຝຶກອົບຮົມ ແລະ ແລກປ່ຽນວັດທະນະທຳຢູ່ປະເທດຍີ່ປຸ່ນ; ປະກອບສ່ວນສ້າງຊັບພະຍາກອນມະນຸດຂັ້ນສູງໂດຍການມອບທຶນການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ລວມເຖິງການສົ່ງອາສາສະໝັກຍີ່ປຸ່ນ ເຂົ້າມາປະຕິບັດງານຢູ່ ມຊ ເຖິງ 43 ທ່ານ. ເປັນໜ້າພາກພູມໃຈທີ່ອາສາສະໝັກ JICA ໄດ້ດໍາເນີນງານຢູ່ ສປປ ລາວ ມາເປັນເວລາກວ່າ 60 ປີ ເຊິ່ງໄດ້ກາຍເປັນທັງຊ່ຽວຊານສະເພາະດ້ານ ແລະ ເປັນຂົວຕໍ່ແຫ່ງມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ລາວ ແລະ ຍີ່ປຸ່ນ.
ໃນຕອນທ້າຍ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ອົງການ JICA ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາການສຶກສາຂອງລາວ ໂດຍສະເພາະແມ່ນການຊ່ວຍເຫຼືອຫຼາຍໆຄະນະວິຊາພາຍໃນ ມຊ. ພ້ອມກັນນັ້ນ, ທ່ານຍັງໄດ້ເປີດເຜີຍວິໄສທັດວ່າ ໃນອະນາຄົດອັນໃກ້ນີ້ ມຊ ມີແຜນຈະນໍາໃຊ້ລະບົບປັນຍາປະດິດ (AI) ເຂົ້າໃນການຮຽນ-ການສອນ ເພື່ອຍົກລະດັບຄຸນນະພາບການສຶກສາ. ດັ່ງນັ້ນ, ຈຶ່ງໄດ້ສະ
ເໜີມາຍັງອົງການ JICA ໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອໃນການສ້າງຫ້ອງຄົ້ນຄວ້າທີ່ທັນສະໄໝ, ການຫັນປ່ຽນລະບົບການສຶກສາໄປສູ່ຍຸກດິຈິຕອລ (Digital Transformation), ພ້ອມທັງສະໜັບສະໜູນການປັບປຸງຫຼັກສູດການຮຽນ-ການສອນໃຫ້ທັນສະໄໝ ສອດຄ່ອງກັບແຜນພັດທະນາແຫ່ງຊາດ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ.
ໃນວັນທີ 27 ສິງຫາ 2026, ທີ່ຫ້ອງປະຊຸມ 213 ຕຶກຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຕ້ອນຮັບການຢ້ຽມຢາມ ແລະ ພົບປະຂອງຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກໍ່ສ້າງ ແລະ ບັນດາມະຫາວິທະຍາໄລ ຈາກ ສສ. ຫວຽດນາມນີ້ ນຳໂດຍ ທ່ານ ຮອງຫົວໜ້າກົມຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ອຳນວຍການ ແລະ ຕົວແທນຈາກ 10 ມະຫາວິທະຍາໄລຊັ້ນນຳຂອງ ສສ. ຫວຽດນາມ ເຊັ່ນ: ມະຫາວິທະຍາໄລ ເຕບັກ (Trường Đại học Tây Bắc - TBU), ມະຫາວິທະຍາໄລ ກັ້ນເທີ (Trường Đại học Cần Thơ - CTU), ມະຫາວິທະຍາໄລ ໄທງວຽນ (Trường Đại học Thái Nguyên - TNU), ມະຫາວິທະຍາໄລ ສ້າງຄູຮ່າໂນ້ຍ (Trường Đại học Sư phạm Hà Nội - HNUE), ມະຫາວິທະຍາໄລ ກໍ່ສ້າງຮ່າໂນ້ຍ (Trường Đại học Xây dựng Hà Nội - HUCE), ມະຫາວິທະຍາໄລ ພາສາຕ່າງປະເທດ - ມະຫາວິທະຍາໄລ ດານັງ (Trường Đại học Ngoại ngữ - Đại học Đà Nẵng - UFLS), ມະຫາວິທະຍາໄລ ຄົມມະນາຄົມ ແລະ ຂົນສົ່ງ (Trường Đại học Giao thông Vận tải - UTC), ແລະ ສະຖາບັນວິທະຍາສາດກະສິກຳຫວຽດນາມ (Viện Khoa học Nông nghiệp Việt Nam - VAAS). ໃຫ້ກຽດຕ້ອນຮັບໂດຍ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍບັນດາຫົວໜ້າຄະນະວິຊາ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການພົບປະ ແລະຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວຄັ້ງນີ້, ແມ່ນເພື່ອສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືແບບອ້າຍນ້ອງທີ່ສະໜິດແໜ້ນ ລະຫວ່າງສອງຊາດ, ພ້ອມທັງປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບ ພາລະບົດບາດ ແລະ ຄວາມສຳຄັນ ລະຫວ່າງ ມຊ ກັບ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ. ໃນທີ່ປະຊຸມ ໄດ້ເປີດໂອກາດໃຫ້ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ໄດ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຕົວຈິງກັບ ມຊ, ໂດຍສະເພາະແມ່ນການສົ່ງເສີມການຮ່ວມມືດ້ານການສິດສອນລະຫວ່າງຄູລາວ ແລະ ຄູຫວຽດນາມ. ທັງທາງດ້ານຮູບແບບການຄຸ້ມຄອງບໍລິຫານ ໂດຍມີທິດທາງໃຫ້ໂຄງສ້າງການບໍລິຫານປະກອບມີ ຜູ້ອຳນວຍການລາວ ແລະ ຜູ້ອຳນວຍການ ຝ່າຍຫວຽດນາມ ເຮັດວຽກຮ່ວມກັນຢ່າງໃກ້ຊິດ. ສຳລັບວຽກງານເນື້ອໃນວິຊາການນັ້ນ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບກັນວ່າ ຕ້ອງມີການສ້າງຕັ້ງໜ່ວຍງານສະເພາະຂຶ້ນມາ ເພື່ອຮັບຜິດຊອບໃນການພັດທະນາຫຼັກສູດຮ່ວມກັນໂດຍກົງ, ແນໃສ່ຮັບປະກັນຄຸນນະພາບການສຶກສາ ແລະ ຕອບສະໜອງໄດ້ຕາມມາດຕະຖານການສຶກສາຊັ້ນສູງ ໃນການສ້າງຊັບພະຍາກອນມະນຸດຂອງທັງສອງປະເທດໃນອະນາຄົດ.