ໃນວັນທີ 25 ມີນາ 2025 ຜ່ານມາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສະເຫຼີມສະຫຼອງວັນສັງຄົມສົງເຄາະອາຊຽນ ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ມາກະລີ ໂຣເມເດັນ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດສຳລັບເດັກ ປະຈຳ ສປປ ລາວ, ພ້ອມນັ້ນ ຍັງມີທ່ານຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະຫວັດດິການສັງຄົມ, ແຂກຖືກເຊີນຈາກພາກສ່ວນຕ່າງໆ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ງານສະເຫຼີມສະຫຼອງວັນສັງຄົມສົງເຄາະອາຊຽນ ປະຈຳປີ 2025 ນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: " ບົດບາດຂອງນັກສັງຄົມສົງເຄາະໃນຫານຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ " ໃນໂອກາດນີ້, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ມີຄຳເຫັນກ່າວວ່າ: ໃນຊຸມປີຜ່ານມາ, ປະເທດລາວເຮົາໄດ້ປະສົບກັບຜົນກະທົບທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທາງທໍາມະຊາດເຊັ່ນ: ໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ດິນເຈື່ອນ ເຊິ່ງບໍ່ພຽງແຕ່ໄດ້ທຳລາຍຊຸມຊົນເທົ່ານັ້ນ ແຕ່ຍັງເປັນສິ່ງທ້າທາຍອັນໃຫຍ່ຫຼວງຕໍ່ສະຖຽນລະພາບທາງດ້ານເສດຖະກິດ ແລະ ສັງຄົມ. ຕໍ່ກັບສິ່ງທ້າທາຍດັ່ງກ່າວ, ນັກສັງຄົມສົງເຄາະ ແລະບຸກຄະລາກອນທາງສັງຄົມສົງເຄາະໄດ້ມີບົດບາດທີ່ສຳຄັນຫຼາຍໃນການຕອບໂຕ້ວິກິດການ, ພ້ອມທັງຊ່ວຍເຫຼືອປະຊາກອນທີ່ມີຄວາມສ່ຽງ ແລະ ຮັບປະກັນວ່າຊຸມຊົນທີ່ຖືກຜົນກະທົບຈະໄດ້ຮັບການເບິ່ງແຍງ, ການປົກປ້ອງ ແລະ ການຊ່ວຍເຫຼືອໃນການສ້າງຄວາມທົນທານທີ່ແທດເໝາະກັບພວກເຂົາ. ໂດຍການຈັດງານໃນຄັ້ງນີ້ ແມ່ນເພື່ອແບ່ງປັນຄວາມຮູ້, ການດຳເນີນງານທີ່ດີທີ່ສຸດ ແລະປະສົບການພວກເຮົາຮັບຮູ້ວ່ານັກສັງຄົມສົງເຄາະບໍ່ພຽງແຕ່ເປັນຜູ້ທີ່ໃຫ້ການຊ່ວຍເຫຼືອໃນເວລາທີ່ເກີດໄພພິບັດເທົ່ານັ້ນ ແຕ່ພວກເຂົາເປັນຜູ້ສະຫນັບສະຫນູນ, ຜູ້ອໍານວຍຄວາມສະດວກ ແລະຜູ້ສ້າງການປ່ຽນແປງ ໂດຍມີບັນດາອົງການຈັດຕັ້ງພາກລັດ, ສະຖາບັນການສຶກສາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານປະຕິບັດວຽກງານສັງຄົມສົງເຄາະ ໄດ້ມີໂອກາດໃນການເຂົ້າຮ່ວມການສົນທະນາທີ່ມີຄວາມໝາຍຄວາມສຳຄັນ ເພື່ອໃຫ້ພວກເຮົາສາມາດເຊື່ອມໂຍງວຽກງານສັງຄົມສົງເຄາະເຂົ້າໃນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ສ້າງຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ.
ພາຍໃນງານຍັງໄດ້ຮັບການນຳສະເໜີ ຄຳແນະນຳຂອງອາຊຽນກ່ຽວກັບ ບົດບາດຂອງນັກສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະຄວາສາມາດໃນປັບຕົວຕໍ່ສະພາບ ດິນຟ້າ ອາກາດ ໂດຍທ່ານ ນາງ ຄຳໃສ ອ່ຽມສຸດທິ ຊ່ຽວຊານປົກປ້ອງເດັກຈາກອົງການ UNICEF; ເວທີສົນມະນາໃນຫົວຂໍ້ “ບົດບາດຂອງບຸກຄະລາກອນສັງຄົມສົງເຄາະໃນວຽກງານໄພພິບັດ ແລະການປ່ຽແປງດິນຟ້າອາກາດ”
ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ VI ທີ່ຈະມາເຖິງນີ້, ຄະນະວິທະຍາສາດການກີລາ-ກາຍະກຳ ມຊ ໄດ້ຈັດການແຂ່ງຂັນກີລາປິ່ງປ່ອງຂຶ້ນທີ່ສູນເຝິກກິລາປິ່ງປ່ອງຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ທ່ານ ນາງ ສົມໃຈ ວົງສາ ເລຂາທິການສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຄະນະບໍດີ-ຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ທີ່ມາຈາກ 13 ຄະນະວິຊາ ແລະ 2 ສະຖາບັນ (ສະຖາບັນຂົງຈື ແລະສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ) ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ສົມໃຈ ວົງສາ ຕາງໜ້າສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ໄດ້ມອບອຸປະກອນການເຝິກຊ້ອມກີລາປິ່ງປ່ອງ ມູນຄ່າ 45,000,000 ກີບ (ສີ່ສິບຫ້າລ້ານກີບ) ເພື່ອໃຫ້ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ໜູນໃຊ້ເຂົ້າໃນການເຝິກຊ້ອມ, ການຮຽນ-ການສອນ ແລະຜູ້ທີ່ມີຄວາມສົນໃຈໃນກີລາປິ່ງປ່ອງ ກໍສາມາດມານໍາໃຊ້ໄດ້, ຕາງໜ້າມອບໂດຍທ່ານ ທອງຈັນ ສີຊົມພູ ຮັກສາການຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກຳ.
ການຈັດການແຂ່ງຂັນກີລາປີ່ງປ໋ອງໃນຄັ້ງນີ້ໄດ້ແບ່ງອອກເປັນ 3 ປະເພດການແຂ່ງຂັນຄື: ປະເພດດ່ຽວຍິງ, ດ່ຽວຊາຍ ແລະຄູ່ປະສົມຍິງ-ຊາຍ. ສຳລັບຜົນການແຂ່ງຂັນປະເພດດ່ຽວຍິງ ອັນດັບທີ 1ໄດ້ແກ່: ຮາກຖານຄະນະເສດຖະສາດ ແລະບໍລິຫານທຸລະກິດ, ອັນດັບທີ 2 ໄດ້ແກ່: ຄະນະກະເສດສາດ, ອັນດັບທີ 3 ໄດ້ແກ່: ຄະນະສຶກສາສາດ; ປະເພດດ່ຽວຊາຍອັນດັບທີ 1 ໄດ້ແກ່: ຄະນະວິທະຍາສາດການກີລາ-ກາຍະກຳ, ອັຍດັບທີ 2 ໄດ້ແກ່ ຄະນະວິທະຍາສາດປ່າໄມ້, ອັບດັບທີ 3 ໄດ້ແກ່ ຄະນະວິສະວະກຳສາດ; ປະເພດຄູ່ປະສົມຍິງ-ຊາຍ ອັນດັບທີ 1 ໄດ້ແກ່: ຄະນະວິສະວະກຳສາດ, ອັນດັບທີ 2 ໄດ້ແກ່ ສຳນັກງານອະທິການບໍດີ ແລະອັບດັບທີ 3 ໄດ້ແກ່ ຄະນະເສດຖະສາດ ແລະບໍລິຫານທຸລະກິດ.