ວັນທີ 6 ສິງຫາ 2026: ທີ່ຫ້ອງຮັບແຂກ 213 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ທ່ານ ອຳເຄັງ ເພັງລາສີ ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ຕ້ອນຮັບ ການມາຢ້ຽມຢາມຂອງຄະນະຜູ້ແທນຈາກ ມະຫາວິທະຍາໄລແຫ່ງຊາດ ຄັງວອນ (Kangwon National University - KNU), ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ)
ຈຸດປະສົງການມາຢ້ຽມຢາມ ມຊ ຂອງຄະນະຜູ້ແທນ ມະຫາວິທະຍາໄລແຫ່ງຊາດ ຄັງວອນ ສ.ເກົາຫຼີ ໃນຄັ້ງນີ້, ແມ່ນເພື່ອປຶກສາຫາລືການຮ່ວມມືທາງດ້ານວິຊາການ ແລະທົບທວນຄືນຂອບການຮ່ວມມື ແລະ ກະກຽມຄວາມພ້ອມໃນການຮ່າງຂໍ້ຕົກລົງການຮ່ວມມື (MOU / MOA) ສະບັບໃໝ່ຮ່ວມກັນ, ການພົບປະກັນໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດ-ມິດຕະພາບແຫ່ງການຮ່ວມມືທາງດ້ານວິຊາການ. ເຊິ່ງການປຶກສາຫາລື, ທັງສອງຝ່າຍໄດ້ທົບທວນຄືນຜົນການດຳເນີນງານຕາມຂອບການຮ່ວມມືໃນໄລຍະທີ່ຜ່ານມາ, ພ້ອມທັງແລກປ່ຽນທັດສະນະ ແລະ ທິດທາງໃນການຊຸກຍູ້ສົ່ງເສີມກິດຈະກຳການແລກປ່ຽນທາງວິຊາການໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ໂດຍໄດ້ມຸ່ງເນັ້ນໃສ່ການສົ່ງເສີມ: 1) ການແລກປ່ຽນນັກສຶກສາ, ຄູ-ອາຈານ ແລະ ພະນັກງານຄຸ້ມຄອງການສຶກສາລະຫວ່າງສອງສະຖາບັນ, 2) ການຮ່ວມມືທາງດ້ານການຄົ້ນຄວ້າ-ວິໄຈ ແລະ ການຈັດກິດຈະກຳທາງວິຊາການຮ່ວມກັນ ແລະ 3) ການກະກຽມຮ່າງ ແລະ ລົງນາມໃນຂໍ້ຕົກລົງຄວາມຮ່ວມມື (MOA / MOU) ສະບັບໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານການສຶກສາໃນປັດຈຸບັນ.
ການຮ່ວມມືດ້ານວິຊາການ ລະຫວ່າງ ມຊ ແລະ ມະຫາວິທະຍາໄລແຫ່ງຊາດ ຄັງວອນ (KNU) ແມ່ນໄດ້ເລີ່ມຕົ້ນສ້າງສາຍພົວພັນ ແລະ ລົງນາມໃນສັນຍາຮ່ວມມື ເຊິ່ງກັນ ແລະກັນມາແຕ່ວັນທີ 14 ມີນາ 2003 ເປັນຕົ້ນມາ. ຕະຫຼອດໄລຍະເວລາທີ່ຜ່ານມາ, KNU ໄດ້ຈັດໃຫ້ ມຊ ເປັນໜຶ່ງໃນມະຫາວິທະຍາໄລຄູ່ຮ່ວມມື (Partner University) ທີ່ສຳຄັນໃນພາກພື້ນອາຊີ. ສະນັ້ນ, ການພົບປະ ແລະ ທົບທວນຄືນສັນຍາການຮ່ວມມືສະບັບໃໝ່ໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການຍົກລະດັບການຮ່ວມມືດ້ານການສຶກສາລະຫວ່າງ ລາວ ແລະ ສ.ເກົາຫຼີເວົ້າລວມ; ເວົ້າສະເພາະ ແມ່ນ ມຊ ລາວ ແລະມະຫາວິທະຍາໄລແຫ່ງຊາດຄັງວອນ ສ.ເກົາຫຼີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ທັງເປັນການເພີ່ມໂອກາດໃນການພັດທະນາທັກສະ ແລະ ຄວາມຮູ້ໃຫ້ແກ່ນັກສຶກສາ ລວມເຖິງບຸກຄະລາກອນຂອງທັງສອງສະຖາບັນຢ່າງຍືນຍົງ.
ໃນວັນທີ 05 ສິງຫາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມຊັ້ນ 2 ອາຄານ ຫົວໜ້າຄະນະວິຊາ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດພິທີມອບ-ຮັບການສະໜັບສະໜູນ ແລະ ໃບກຽດຕິຄຸນ ຂັ້ນກະຊວງສຶກສາທິການ ແລະ ກີລາ ຈາກບັນດາບໍລິສັດ ແລະ ອະດີດນັກສຶກສາ ເນື່ອງໃນໂອກາດສະເຫຼີມສະຫຼອງ ມຊ ຄົບຮອບ 30 ປີ. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບໃບກຽດຕິຄຸນໂດຍ ທ່ານ ຮສ ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ໃນພິທີມີ ຫົວໜ້າຄະນະວິຊາ, ຫົວໜ້າພາກວິຊາ, ຕົວແທນຈາກ 7 ບໍລິສັດຜູ້ໃຫ້ການສະໜັບສະໜູນ, ບັນດາອະດີດນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການຮັບຟັງການລາຍງານ ແລະ ນຳສະເໜີແຜນການພັດທະນາ ຄະນະວິສະວະກຳສາດ ຈາກ ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະວິຊາ. ຫຼັງຈາກນັ້ນ, ໄດ້ມີພິທີມອບ-ຮັບການສະໜັບສະໜູນທັງເປັນທຶນຮອນ ແລະ ອຸປະກອນການສຶກສາ ຈາກ 7 ບໍລິສັດ ເຊິ່ງເປັນຕົວແທນຂອງອະດີດນັກສຶກສາຈາກພາກວິຊາຕ່າງໆ ຂອງຄະນະວິສະວະກຳສາດ ມຊ, ລວມມູນຄ່າການສະໜັບສະໜູນທັງໝົດແມ່ນ 647,601,950 ກີບ(ຫົກຮ້ອຍສີ່ສິບເຈັດລ້ານ ຫົກແສນນຶ່ງພັນ ເກົ້າຮ້ອຍຫ້າສິບກີບ). ເຊິ່ງແບ່ງອອກເປັນ 3 ພາກສ່ວນຄື:
1. ພາກວິຊາວິສະວະກຳໄຟຟ້າ (ອະດີດນັກສຶກສາ ປ.ຕີ ຮຸ່ນທີ 13): ໄດ້ມອບອຸປະກອນໄຟຟ້າ ລວມມູນຄ່າ 372,601,950 ກີບ. ປະກອບມີ: ບໍລິສັດ Extra Link Sole Co., LTD (209,037,950 ກີບ) ແລະ ບໍລິສັດ Antech Co., LTD (163,564,000 ກີບ).
2. ພາກວິຊາວິສະວະກຳໂຍທາ (ອະດີດນັກສຶກສາ ປ.ຕີ ຮຸ່ນ 16 ແລະ ປ.ໂທ ຮຸ່ນ 4): ໄດ້ມອບທຶນສະໜັບສະໜູນ ລວມມູນຄ່າ 110,000,000 ກີບ. ປະກອບມີ: ບໍລິສັດ ບຸນທະວີ ຈຳກັດ (40 ລ້ານກີບ), ບໍລິສັດ ຊີວີເຄ ກໍ່ສ້າງ ຈຳກັດຜູ້ດຽວ 25 ລ້ານກີບ, ບໍລິສັດ LN ອະສັງຫາລິມະຊັບ ແລະ ອອກແບບຕົກແຕ່ງ ຈຳກັດຜູ້ດຽວ 25 ລ້ານກີບ ແລະ ບໍລິສັດ ພອນປະເສີດ ອອກແບບກໍ່ສ້າງ ຈຳກັດຜູ້ດຽວ 20 ລ້ານກີບ.
3. ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ: ໄດ້ມອບອຸປະກອນ SSN32 Dev Kit (10 ຊຸດ) ແລະ Sensorcloud AIoT Platform ໄລຍະ 3 ປີ ຈາກ ບໍລິສັດ ເຊັນເຊີໂໝດ ໄອໂອທີ ເຕັກໂນໂລຊີ ຈຳກັດຜູ້ດຽວ (Sensormode IoT Technology Sole Co., Ltd) ລວມມູນຄ່າ 165,000,000 ກີບ.
ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານການປະກອບສ່ວນດັ່ງກ່າວ, ທ່ານ ຮສ. ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ ໄດ້ໃຫ້ກຽດມອບໃບກຽດຕິຄຸນ ຂັ້ນກະຊວງສຶກສາທິການ ແລະ ກີລາ ໃຫ້ແກ່ທັງ 7 ບໍລິສັດ ແລະ ຕົວແທນອະດີດນັກສຶກສາ ແລະ ໃນໂອກາດສໍາຄັນ, ທ່ານ ຮສ. ປອ ສິນທະວອນ ດາລາວົງ ຍັງໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍທ່ານໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ນໍ້າໃຈອັນປະເສີດຂອງບັນດາອະດີດນັກສຶກສາ ແລະ ພາກສ່ວນທຸລະກິດ ທີ່ຍາມໃດກໍມີຄວາມຜູກພັນ, ໃຫ້ຄວາມສຳຄັນ ແລະ ກັບຄືນມາປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາການຮຽນ-ການສອນ ແລະ ພື້ນຖານໂຄງລ່າງຂອງ ມຊ ໃຫ້ມີຄວາມກ້າວໜ້າ ແລະ ເຂັ້ມແຂງຍິ່ງຂຶ້ນເລື້ອຍໆ.
ວັນທີ 04 ສິງຫາ 2026, ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ອຈ. ທອງສຸກ ແກ້ວມະນີ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຈາກ Henan Polytechnic University, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຍ້ຽມຢາມ ແລະ ປຶກສາຫາລືການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າວິທະຍາສາດ.
ການພົບປະກັນຂອງທັງສອງຝ່າຍແມ່ນ ເພື່ອແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືດ້ານວິຊາການ ເຊິ່ງກັນ ແລະກັນຢ່າງເປັນຮູບປະທຳ. ໂດຍສະເພາະແມ່ນການແລກປ່ຽນຄໍາເຫັນກ່ຽວກັບການເປີດສູນຄົ້ນຄວ້າວິທະຍາສາດສູນບໍ່ແຮ່ປະຈຳລາວ ແລະ ການຄົ້ນຄວ້າວິໄຈດ້ານການຂຸດຄົ້ນບໍ່ແຮ່ ເຊິ່ງເປັນຂະແໜງການທີ່ມີຄວາມສຳຄັນຫຼາຍໃນປັດຈຸບັນ, ໄດ້ປຶກສາຫາລືກ່ຽວກັບການສົ່ງເສີມການຮ່ວມມືແລກປ່ຽນດ້ານວິຊາການ ລະຫວ່າງ ຄູ-ອາຈານ ແລະ ນັກສຶກສາ ຂອງທັງສອງສະຖາບັນ, ລວມທັງການສະໜອງທຶນການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ເພື່ອພັດທະນາ ແລະ ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາ.
ການພົບປະກັນຂອງທັງສອງຝ່າຍຄັ້ງນີ້ ນັບເປັນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ມຊ ໃຫ້ມີຄວາມກ້າວໜ້າ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືດ້ານການສຶກສາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.
ໃນວັນທີ 04 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ 213 ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ໄດ້ມີພິທີລົງນາມໃນບົດບັນທຶກຂໍ້ຕົກລົງການຮ່ວມມື (MOA) ລະຫວ່າງ ຄະນະສຶກສາສາດ ມຊ (ສປປ ລາວ) ແລະ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ຣາຊອານາຈັກໄທ, ໃຫ້ກຽດເຂົ້າຮ່ວມໃນພິທີລົງນາມຄັ້ງນີ້ ມີ ທ່ານ ຮສ. ປອ. ອຸ່ນຫລ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ; ທ່ານ ຄຳເຟືອງ ລໍວັນໄຊ, ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ; ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ ບາງກອກ ຣາຊອານາຈັກໄທ, ມີ ທ່ານ ຮສ. ປອ. ບຸນທອນ ສຸຂະວົງ, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ມຊ, ບັນດາຮອງຫົວໜ້າຄະນະວິຊາ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ຄູອາຈານ ຈາກທັງສອງຝ່າຍເຂົ້າຮ່ວມ.
ການລົງນາມ (MOA) ຂອງທັງສອງຝ່າຍໃນຄັ້ງນີ້, ມີຈຸດປະສົງເພື່ອຈັດຕັ້ງປະຕິບັດການຮ່ວມມືທາງດ້ານວິຊາການ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ທັງສອງຝ່າຍຕ່າງກໍມີຜົນປະໂຫຍດຮ່ວມກັນ, ເຊິ່ງຝ່າຍ ຄະນະສຶກສາສາດ ມຊ ລົງນາມໂດຍ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ ແລະ ຝ່າຍຄະນະສຶກສາສາດ ມະຫາວິທະຍາໄລ ສີນະຂະລິນວິໂລດ ລົງນາມໂດຍ ທ່ານ ຜູ້ຊ່ວຍສາດສະດາຈານ ວ່າທີ ຮ້ອຍຕີ ດຣ. ກິດຕິຄຸນ ຮຸ່ງເຮືອງ, ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລ ສີນະຄະລິນວິໂລດ. ເຊິ່ງເນື້ອໃນເອກະສານການລົງນາມການຮ່ວມມືທັງສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການພັດທະນາ ແລະ ດຳເນີນ 06 ກິດຈະກຳດັ່ງນີ້: 1) ການຄົ້ນຄວ້າ ແລະພັດທະນາຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ; 2)ການແລກປ່ຽນທຶນການສຶກສາສຳລັບຄູ-ອາຈານ ແລະ ນັກສຶກສາ; 3)ກິດຈະກຳແລກປ່ຽນນັກສຶກສາ; 4) ການແລກປ່ຽນບຸກຄະລາກອນທາງວິຊາການ; 5)ການຄົ້ນຄວ້າ ແລະ ຈັດພິມຜົນງານທາງວິຊາການຮ່ວມກັນ ແລະ 6) ການຮ່ວມມືໃນການພັດທະນາຫຼັກສູດການຮຽນ-ການສອນ.
ສູນສົ່ງເສີມວາລະສານວິທະຍາສາດ, ຫໍສະໝຸດກາງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ສໍາມະນາວິຊາການ ຄັ້ງທີ 1 ຂຶ້ນຢ່າງເປັນທາງການ ໃນວັນທີ 28 ກໍລະກົດ 2026 ຢູ່ທີ່ສະໂມສອນໃຫຍ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ; ພາຍໃຕ້ການເປັນປະທານຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອໍານວຍການໃຫຍ່ ມຊ. ກອງປະຊຸມດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ການພັດທະນາແບບຍືນຍົງໃນ ສປປ ລາວ” ເພື່ອຮວບຮວມ ແລະ ຕີພີມຜົນງານການຄົ້ນຄວ້າທາງວິຊາການໃນວາລະສານສະບັບພິເສດ (Special Issue) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996-2026). ກອງປະຊຸມໃນຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 148 ທ່ານ, ຍິງ 48 ທ່ານ; ຈາກ 5 ພາກສ່ວນກ່ຽວຂ້ອ ປະກອບມີ: 13 ຄະນະວິຊາ ແລະ 2 ສະຖາບັນ ທີ່ຂຶ້ນກັບ ມຊ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງການເງິນ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ, ທ່ານ ພຣະ ອາຈານ ອະທິປະໄຕ ໄມຕີຈິດ, ຮອງປະທານອົງການພຣະພຸດທະສາສະໜາສໍາພັນ ປະຈໍາ ສປປ ລາວ; ທ່ານ ພັນເອກ ວິໄລ ເພັດມີໄຊ, ອະດີດຮອງອໍານວຍການໂຮງຮຽນທິດສະດີການເມືອງກອງທັບ ພ້ອມດ້ວຍຜູ້ຕາງໜ້າຈາກບໍລິສັດ ລາວກໍ່ສ້າງ, ຫົວໜ້າຄະນະວິຊາ, ຫົວໜ້າສະຖາບັນ, ນັກຄົ້ນຄວ້າ, ນັກສຶກສາປະລິນຍາໂທ ແລະ ປະລິນຍາເອກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເປີດກອງປະຊຸມ, ໄດ້ມີການບັນຍາຍພິເສດໃນຫົວຂໍ້ “ບົດບາດຂອງ ມຊ ກັບການພັດທະນາເສດຖະກິດ ແລະ ສັງຄົມ ໃນໄລຍະ 30 ປີ” ພ້ອມທັງໄດ້ມີພິທີມອບໃບຢັ້ງຢືນການເປັນຮອງຫົວໜ້າບັນນາທິການ ແລະ ຄະນະບັນນາທິການ. ທັງນີ້, ເພື່ອຮັບປະກັນຄຸນນະພາບທາງວິຊາການຂອງວາລະສານສະບັບພິເສດ, ຄະນະຮັບຜິດຊອບໄດ້ກໍານົດໂຄງສ້າງບັນນາທິການ ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮັບໜ້າທີ່ເປັນ ບັນນາທິການໃຫຍ່ (ສາຍສັງຄົມ), ທ່ານ ຮສ. ປອ. ວັນແສງ ຈຸນລະມະນີ ເປັນບັນນາທິການໃຫຍ່ (ສາຍທໍາມະຊາດ) ແລະ ທ່ານ ຜູ້ຊ່ວຍອາຈານ ປທ. ແກ້ວພູທອນ ຫາທາລົງ ເປັນ ຜູ້ຊ່ວຍຫົວໜ້າບັນນາທິການໃຫຍ່. ສໍາລັບການນໍາສະເໜີບົດຄົ້ນຄວ້າ ມີທັງໝົດ 36 ບົດຄວາມ, ໂດຍເນັ້ນໃສ່ 2 ຫົວຂໍ້ຫຍ່ອຍຫຼັກ ຄື: “ການພັດທະນາລັດວິສາຫະກິດໃນ ສປປ ລາວ ໃຫ້ເຂັ້ມແຂງ” ແລະ “ເຕັກໂນໂລຊີ ແລະ ນະວັດຕະກໍາ”. ຮູບແບບການນໍາສະເໜີໄດ້ແບ່ງອອກເປັນ 2 ສ່ວນ ຄື: ການນໍາສະເໜີເທິງເວທີ (Oral Presentation): ຈໍານວນ 11 ຫົວຂໍ້, ແບ່ງອອກເປັນ 2 Session (Session 1 ຢູ່ສະໂມສອນໃຫຍ່ ຄສບ ແລະ Session 2 ຢູ່ຫ້ອງ MR) ເຊິ່ງປະກອບດ້ວຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ການພັດທະນາວິສາຫະກິດລັດໃຫ້ເຂັ້ມແຂງ, ທັກສະຊີວິດຂອງພຣະສົງ, ຕົວແບບການພັດທະນາເສດຖະກິດຮ່ວມມື, ການບໍລິຫານຈັດການຕ່ອງໂສ້ການສະໜອງນໍ້າມັນເຊື້ອໄຟ, ການກຽມຄວາມພ້ອມຕໍ່ເຕັກໂນໂລຊີປັນຍາປະດິດ (AI) ໃນການສຶກສາ ແລະ ລະບົບຕິດຕາມກວດກາຄຸນນະພາບດິນດ້ວຍເຕັກໂນໂລຊີອອນໄລນ໌ ສໍາລັບການຄຸ້ມຄອງສິ່ງແວດລ້ອມໃນເຂດຂຸດຄົ້ນບໍ່ແຮ່. ການນໍາສະເໜີແບບໂປສເຕີ (Poster Presentation): ຈໍານວນ 25 ບົດຄວາມ, ເຊິ່ງໄດ້ຈັດສະແດງໃຫ້ຜູ້ເຂົ້າຮ່ວມໄດ້ຊົມ ແລະ ແລກປ່ຽນຄວາມຄິດເຫັນທາງວິຊາການ.
ກອງປະຊຸມສໍາມະນາວິຊາການຄັ້ງນີ້ ຖືເປັນກ້າວສໍາຄັນໃນການສົ່ງເສີມ ແລະ ຍົກລະດັບວຽກງານການຄົ້ນຄວ້າວິທະຍາສາດຂອງ ມຊ, ທັງເປັນເວທີຮວບຮວມຜົນງານທາງວິຊາການທີ່ມີຄຸນນະພາບ ເພື່ອຕີພີມໃສ່ວາລະສານສະບັບພິເສດ ຕ້ອນຮັບວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ໃຫ້ມີເນື້ອໃນອຸດົມສົມບູນ, ມີມາດຕະຖານວິຊາການລະດັບສູງ ແລະ ເປັນບາດກ້າວສໍາຄັນໃນການນໍາເອົາຜົນງານວິໄຈໄປນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.
ໃນວັນທີ 27 ກໍລະກົດ 2026, ທີ່ຜ່ານມາ ທີ່ຫ້ອງຮັບແຂກ VIP ຕຶກສຳນັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືດ້ານວິຊາການຂອງຄະນະຜູ້ແທນຕາງໜ້າສະຖານທູດອຽກລັງ (Embassy of Ireland) ແລະ ມະຫາວິທະຍາໄລດູບບິນ (University College Dublin - UCD),
ເນື່ອງໃນໂອກາດເດີນທາງມາຮ່ວມພິທີເປີດການຝຶກອົບຮົມ ແລະ ສົ່ງເສີມການຮ່ວມມືດ້ານວິຊາການ ພາຍໃຕ້ໂຄງການ VIBE Project. ການພົບປະກັນຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນທັດສະນະ ແລະ ທິດທາງການຮ່ວມມືດ້ານວິຊາການການເຊິ່ງກັນ ແລະກັນ ເຊັ່ນ ການຄົ້ນຄວ້າວິໄຈ, ການພັດທະນາຊັບພະຍາກອນມະນຸດ. ການຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວຄັ້ງນີ້ ຍັງໄດ້ເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມວິຊາການຢູ່ ມຊ ພ້ອມທັງຫາລືແຜນງານຂະຫຍາຍການຮ່ວມມື ພາຍໃຕ້ໂຄງການ VIBE Project ເຊິ່ງເປັນໂຄງການຮ່ວມມືສາມຝ່າຍ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດຫວຽດນາມ ຢູ່ຮາໂນ້ຍ (Vietnam National University - VNU), ມະຫາວິທະຍາໄລດູບບິນ (University College Dublin - UCD) ປະເທດອຽກລັງ ແລະ ມະຫາວິທະຍາໄລແຫ່ງຊາດ (National University of Laos - NUOL)..
ໂຄງການ VIBE Project ຖືເປັນກົນໄກການຮ່ວມມືສຳຄັນ ທີ່ຊ່ວຍຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ການແລກປ່ຽນຄວາມຮູ້ ແລະ ເຕັກໂນໂລຊີ ລະຫວ່າງ ສະຖາບັນການສຶກສາຊັ້ນນຳຂອງອຽກລັງ, ຫວຽດນາມ ແລະ ລາວ. ຂະນະດຽວກັນ ທັງສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜົນການປະຊຸມ ແລະ ກິດຈະກຳຝຶກອົບຮົມໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານການສຶກສາໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິພາບ ແລະ ຍືນຍົງໃນອະນາຄົດ.