ງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ແລະ ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການ ໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ກໍໄດ້ຂຶ້ນຕ້ອນຮັບພ້ອມລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງ ຄສບເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄສບ ໄດ້ຮັບການສ້າງຕັ້ງພອ້ອມໆກັບການສ້າງຕັ້ງ ມຊ ເຊິ່ງເບື້ອງຕົ້ນໄດ້ຈັດຕັ້ງການຮຽນ-ການສອນພຽງແຕ່ສອງຫຼັກສູດເທົ່ານັ້ນ, ຕະຫຼອດໄລຍະ 3 ທົດສະວັດຜ່ານມາ ຄສບ ໄດ້ມຸ່ງໝັ້ນຍົກສູງຄຸນນພາບການສຶກສາ ແລະ ການຄົ້ນຄວ້າໃຫ້ກ້າວໄປສູ່ມາດຕະຖານສາກົນ ຄສບ ໄດ້ຂັບເຄື່ອນຜ່ານພາລະກິດ 5 ດ້ານຄື: ການພັດທະນາຄະນະອາຈານ, ການສ້າງຜູ້ນຳເສດຖະກິິດ, ການສົ່ງເສີມການຄົ້ນຄວ້າ, ການສ້າງເຄືອຂ່າຍສາກົນ ແລະ ການສືບສານວັດທະນະທຳ, ຕະຫຼອດໄວຍະ 30 ປີຜ່ານມາ ຄສບ ໄດ້ສ້າງຜົນງານ ແລະ ຄວາມສຳເລັດອັນໂດດເດັ່ນໃນຫຼາຍໆດ້ານ ໂດຍປັດຈຸໄດ້ເປີດການຮຽນ-ການສອນທັງໝົດ 31 ຫຼັກສູດ ໃນ 5 ພາກວິຊາຫຼັກ, ມີນັກສຶກສາທັງໝົດ 3,987 ຄົນ (ນັກສຶກສາລະດັບປະລິນຍາຕີທັງໝົດ 3,788 ຄົນ, ລະດັບປະລິນຍາໂທ 182 ຄົນ ແລະ ລະດັບປະລິນຍາເອກ 17 ຄົນ). ນອກຈາກນີ້ ຍັງມີຫຼັກສູດຝຶກອົບຮົມໄລຍະສັ້ນຫຼາຍກວ່າ 20 ວິຊາ, ຫຼັກສູດ ຄສບ ໄດ້ຖືກຮັບຮອງມາດຕະຖານ AUN-QA ເຄືອຂ່າຍມະຫາວິທະຍາໄລອາຊຽນຄື ຫຼັກສູດເສດຖະສາດພັດທະນາ ແລະ ການວາງແຜນ, ຫຼັກສູດບໍລິຫານທຸລະກິດ ແລະ ຫຼັກສູດການຄ້າການລົງທຶນ. ນອກນັ້ນ ຄສບ ຍັງມີຫຼັກສູດຮ່ວມມືກັບສາກົນເຊັ່ນ: ຫຼັກສູດ 1 + 2 ລະດັບປະລິນຍາໂທ (ບໍລິຫານທຸລະກິດ ແລະ ບັນຊີການເງິນ) ຮ່ວມກັບ ມະຫາວິທະຍາໄລເຮີຮາຍ ສປ ຈີນ, ຫຼັກສູດ 2 + 2 ລະດັບປະລິນຍາຕີ ຮ່ວມກັບ ມະຫາວິທະຍາໄລເຕກຽວປະເທດຍີ່ປຸ່ນ (ແຕ່ປີ 2017), ຫຼັກສູດ 2 + 3 ລະດັບປະລິນຍາຕີຮ່ວມກັບ ຄະນະເສດຖະກິດ ຈາກປະເທດເຢຍລະມັນ; ໃນໄລຍະປີ 2016 – 2019 ແລະ ນັບແຕ່ປີ 2023 ເຖິງປັດຈຸບັນ ນັກສຶກສາ ຄສບ ແມ່ນໄດ້ເຂົ້າຮ່ວມໂຄງການແຂ່ງຂັນນະວັດຕະກຳຜູ້ປະກອບກິດຈະການຊາວໜຸ່ມ 6 ປະເທດແມ່ນນໍ້າຂອງແມ່ນໍ້າລ້ານຊ້າງ ເຊິ່ງລິເລີ່ມນັບແຕ່ປີ 2016 ເປັນຕົ້ນມາ ຄສບ ໄດ້ເຂົ້າຮ່ວມຕ່າງໜ້າໃຫ້ ມຊ ກໍຄືປະເທດລາວ ແລະ ຍາດໄດ້ລາງວັນທຸກປີໃນລະດັບ 1-3;
ໃນຕໍ່ໜ້າ ຄສບ ຍັງຄົງມຸ່ງໝັ້ນທີ່ຈະເປັນຮາກຖານແຫ່ງປັນຍາເພື່ອການພັດທະນາທີ່ຍືນຍົງສືບຕໍ່ຍົກລະດັບຄຸນນະພາບການສຶກສາ, ການວິໄຈ ແລະ ການນຳໃຊ້ເທັກໂນໂລຊີເພື່ອສ້າງຊັບພະຍາກອນມະນຸດທີ່ມີຄວາມພ້ອມໃນການແຂ່ງຂັນ ແລະ ການນຳພາປະເທດກ້າວສູ່ເວທີສາກົນ. ເປົ້າໝາຍແຕ່ປີ 2026-2030 ຄສບ ຈະສ້າງພາກວິຊານາໆຊາດ, ສ້າງຫຼັກສູດນາໆຊາດລະດັບປະລິນຍາໂທ 2 ຫຼັກສູດ ແລະ ຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ, ສ້າງຫຼັກສູດຮຽນແບບສະສົມໜ່ວຍກິດ. ພ້ອມນີ້, ໃຫ້ໄດ້ນຳເອົາ 3 ຫຼັກສູດໃໝ່ຂອງ ຄສບ ຜ່ານການປະເມີນມາດຕະຖານຂອງ AUN-QA ຈາກເຄືອນຂ່າຍມະຫາວິທະຍາໄລອາຊຽນ.
ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ “ທ່າອ່ຽງອຸດສະຫະກຳ ພາຍຫຼັງ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ” ນໍາສະເໜີໂດຍ: ທ່ານ ມະໄລທອງ ກົມມະສິດ; ຫົວຂໍ້ “ອະນາຄົດຂອງການສຶກສາໃນຂະແໜງການສຶກສາຊັ້ນສູງ ຂອງ ສປປ ລາວ” ນຳສະເໜີໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ແລະ ຫົວຂໍ້ “ທ່າອ່ຽງນະໂຍບາຍງົບປະມານ-ການເງິນ ຂອງ ສປປ ລາວ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ” ນຳສະເໜີໂດຍ ທ່ານ ປອ. ສິດທິລົດ ລາຊະພົນ ຮອງລັດຖະມົນຕີກະຊວງການເງິນ.
ໃນທ້າຍພິທີ, ຍັງໄດ້ມີພິທີມອບໃບຍ້ອງຍໍ ແລະ ຂອງທີ່ລະນຶກໃຫ້ກັບອະດີດຄະນະບໍດີ ແລະ ອະດີດນັກສຶກສາຂອງ ຄສບ ແລະ ຊົມການສະແດງຜົນງານການສຶກສາ ອີກດ້ວຍ.
ໃນວັນທີ 26 ຕຸລາ 2026, ຄະນະນຳ ມະຫາວິທະຍາໄລແຫ່ງຊາດ ນຳໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ສຈ. ດຣ. ຟູຈິຊາວະ ມາຊາໂຕະ ອະທິການບໍດີ ມະຫາວິທະຍາໄລໂກເບ (Kobe University) ປະເທດຍີ່ປຸ່ນ, ມີບັນດາທ່ານຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ອະດີດນັກສຶກສາລາວ ທີ່ເຄີຍສຶກສາຢູ່ ມະຫາວິມະຫາວິທະຍາໄລໂກເບປະເທດຍີ່ປຸ່ນ ກໍເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ ທີ່ຫ້ອງປະຊຸມສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.
ຈຸດປະສົງຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືການຮ່ວມມືດ້ານວິຊາການ, ໃຫ້ທຶນການສຶກສາ ແລະ ການວຽກງານຄົ້ນຄວ້າຮ່ວມກັນ, ໃນໂອກາດນີ້ ສຈ. ປອ. ພູເພັດ ກ້ຽວພິລາວົງ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານໂດຍຫຍໍ່້ກ່ຽວກັບ ມະຫາວິທະຍາໄລແຫ່ງຊາດ.
ພ້ອມດຽວກັນນັ້ນ, ທ່ານ ສຈ. ດຣ. ຟູຈິຊາວະ ມາຊາໂຕະ ກໍໄດ້ນຳສະເໜີປະຫວັດຄວາມເປັນມາ ຂອງມະຫາວິທະຍາໄລໂກເບໂດຍຫຍໍ້ ພ້ອມທັງໄດ້ຫວນຄືນການຮ່ວມຂອງສອງມະຫາວິທະຍາໄລ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລໂກເບ ປະເທດຍີ່ປູ່ນ ທີ່ໄດ້ມີການຮ່ວມມືກັນຢ່າງຍາວນານ ໂດຍສະເພາະກໍແມ່ນການຮ່ວມມືກັບ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ດ້ານວິຊາການທີ່ໄດ້ສົ່ງຄູ-ອາຈານ ໄປຍົກລະດັບການສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ, ແລກປ່ຽນນັກສຶກສາເຊິ່ງແຕ່ລະປີຈະມີການສອບເສັງຄັດເລືອກເອົານັກສຶກສາຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄປສຶກສາຕໍ່ໃນຫຼັກສູດປະລິນຍາຕີ ລະບົບ 2+2 ແລະ ອີກຫຼາຍໂຄງການ ເຊິ່ງການຮ່ວມຂອງສອງຝ່າຍຖືເປັນຂີດໝາຍທີ່ສຳຄັນ ແລະ ມີຄວາມໝາຍຢ່າງເລິກເຊິ່ງ. ພ້ອມດຽວກັນນັ້ນ ທ່ານກໍໄດ້ກ່າວສະແດງຄວາມຍິນດີເນື່ອງໃນໂອກາດທີ່ມະຫາວິທະຍາໄລແຫ່ງຊາດ ທີ່ກຳລັງກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ທີ່ຈະມາເຖິງນີ້.
ງານພົບປະອະດີດນັກສຶກສາຄະນະວິສະວະກຳສາດ (ຄວສ) ວັນວິສະວະກຳ 2026
ແລະ ສະເຫຼີມ ສະຫຼອງສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ (1996-2026) ພາຍໃຕ້ຫົວຂໍ້ “ມຸ່ງໝັ້ນສ້າງນັກວິຊາ ການ ສືບສານວັດທະນະທຳນໍາໜ້າ ຄົ້ນຄວ້າວິທະຍາສາດ ແລະ ສ້າງບາດກ້າວໃໝ່ສູ່ສາກົນ” ໄດ້ຈັດຂຶ້ນວັນທີ 23 ຕຸລາ 2026 ທີ່ ຄວສ (ໂສກປ່າຫຼວງ) ເມືອງສີສັດຕະນາກ ນະຄອນຫຼວງວຽງວັນ ມີທ່ານ ສຈ. ປອ. ສົມກົດ ມັງໜໍ່ເມກ ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິ ການເສດຖະກິດ ແລະ ແຜນການສະພາແຫ່ຊາດ, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍບັນດາອະດີດຄູ-ອາຈານ, ອະດີດນັກສຶກສາ ເພື່ອນຮ່ວມງານ ແລະ ນັກສຶກສາເຂົ້າຮ່ວມ.
ງານຄັ້ງນີ້ໄດ້ຈັດໃຫ້ມີຫຼາຍກິດຈະກຳເປັນຕົ້ນການບັນຍາຍ:ຈາກພື້ນຖານບັນດາສະຖາບັນດ້ານວິສະ ວະກຳ (ມສ 2) ທັນວາ ໂຮງຮຽນຂົວທາງ ໂຮງຮຽນເອເລັກໂຕຣນິກ ສູ່ ຄວສ ມຊ ຮາກຖານ ຄຸນຄ່າ ແລະ ຈິດໃຈວິສະ ວະກຳລາວ ສະເໜີໂດຍທ່ານ ສຈ. ປອ. ສົມກົດ ມັງໜໍ່ເມກ ການບັນຍາຍ: 30 ປີການສ້າງວິສະວະກອນລາວ ຈາກຫຼັກສູດສູ່ຄຸນນະພາບລະດັບພາກພື້ນ ສະເໜີໂດຍທ່ານ ຮສ. ປອ. ສາຍຂອງ ສາຍນະສິນ ອະດີດຫົວໜ້າກົມການສຶກສາຊັ້ນສູງ ການບັນຍາຍ:ວິສະວະກອນລາວກັບແຜນຍຸດທະສາດການພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ ສະເໜີໂດຍທ່ານ ຈັນທະບູນ ສຸກອາລຸນ ການບັນຍາຍ:ຈາກພາກວິຊາວິສະວະກຳຄອມພີວເຕີ ແລະ ໄອທີ ຄວສ-ມຊ ສູ່ເວທີດີຈີຕອນສາກົນ Startup AI ແລະ ໂອກາດຂອງຄົນຮຸ່ນໃໝ່ ສະເໜີໂດຍທ່ານ ວິຣະສັກ ວິຣະວົງ ອຳນວຍການບໍລິສັດ ບິດຄິກສູນຊື້ຂາຍດິຈີຕອນ ອະດີດນັກສຶກສາພາກວິສະວະກຳຄອມພີວເຕີ ແລະ ໄອທີ ແລະ ການບັນຍາຍ:ຄະນະວິສະວະກຳສາດ ມຊ 2026-2030 ວິໄສທັດ ແລະ ບາດກ້າວຄະ ນະວິສະວະກຳຊັ້ນນໍາທຽບເທົ່າພາກພື້ນ ແລະ ສາກົນ ສະເໜີໂດຍທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ຄະນະບໍດີ ຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ ສົນທະນາໃນຫົວຂໍ້ການສຶກສາດ້ານວິສະວະກຳ ແລະ ການຮ່ວມມືກັບອະດີດນັກສຶກສາໃນ 30 ປີຂ້າງໜ້າ ສະຫຼຸບຜົນ ແລະ ປະກາດຂໍ້ລິເລີ່ມເພື່ອສົ່ງເສີມການຮ່ວມມືກັບອະດີດນັກສຶກສາ ຄວສ ຢ້ຽມຊົມບູດວາງສະແດງນະວັດຕະກຳດ້ານວິສະວະກຳ ແລະ ຫ້ອງທົດລອງທັນສະໄໝ ແລະ ຢ້ຽມຊົມສູນວິສະວະກຳເພື່ອການພັດທະນາແບບຍືນຍົງ ນໍາສະເໜີວຽກງານຄົ້ນຄວ້າ ການບໍລິການ ແລະ ການຮ່ວມມື.
ການເຝິກອົບຮົມໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຕ້ານອັກຄີໄພ ແກ່ຄູ-ອາຈານ ແລະ ນັກສຶກສາ ຂອງຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ປອ. ສີສະຫວາດ ໂສມມະລັດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ທ່ານຜູ້ຕາງໜ້າຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນໄດ້ຄວາມສຳຄັນຂອງຄວາມປອດໄພທາງດ້ານອັກຄີໄພ ເຊິ່ງບໍ່ພຽງແຕ່ເຂົ້າໃຈດ້ານທິດສະດີເທົ່ານັ້ນ, ແຕ່ຍັງສາມາດປະຕິບັດຕົວຈິງ ບໍ່ວ່າຈະເປັນ ການຊ້ອມໜີໄຟ, ມອດໄຟໃນເວລາເກີດອັກຄີໄພ ລວມທັງການເລືອກເຟັ້ນຜະລິດຕະພັນ ແລະ ອຸປະກອນດັບເພີງທີ່ໄດ້ມາດຕະຖານ.
ພ້ອມກັນນັ້ນ, ຜ່ານກິດຈະກຳຄັ້ງນີ້, ຄູ-ອາຈານ ແລະ ນັກສຶກສາ ຍັງໄດ້ຮູ້ຈັກກັບບໍລິສັດຄູ່ຮ່ວມງານທີ່ເປັນທາງການຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເພື່ອຂໍຄຳປຶກສາດ້ານການບໍລິການອັກຄີໄພ ແລະ ສັ່ງຊື້ອຸປະກອນດັບເພີງທີ່ມີຄຸນນະພາບໄດ້ຢ່າງສະດວກສະບາຍ ເຊິ່ງເປັນສິນຄ້າ ແລະ ການບໍລິການກ່ຽວກັບອັກຄີໄພ ທີ່ໄດ້ຮັບການຢັ້ງຢືນການເປັນຄູ່ຮ່ວມງານຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ເຊິ່ງຮັບປະກັນໄດ້ເຖິງຄວາມປອດໄພ ແລະ ຄຸນນະພາບຢ່າງເຂັ້ມງວດ. ຫຼັງຈາກນັ້ນ, ນັກສຶກສາທີ່ເຂົ້າຮ່ວມຝຶກອົບຮົມຍັງໄດ້ຊົມ ແລະ ທົດລອງນຳໃຊ້ບັ້ງດັບເພີງໃນກໍລະນີທີ່ເກີດອັກຄີໄພຕົວຈິງ ໃຫ້ຖືກຕ້ອງ ແລະ ປອດໄພອີກດ້ວຍ.
ເນື່ອງໃນໂອກາດສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (07 ຕຸລາ 1994-07 ຕຸລາ 2026) ແລະ ວັນປະກາດເອກະລາດ 12 ຕຸລາ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ຄະນະພັກຮາກຖານ ຄະນະອັກສອນສາດ ໄດ້ຈັດພິທີປາຖະກະຖາ ຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ແລະ ມອບ-ຮັບຫຼຽນກາທີລະນຶກ 50 ປີ ຂຶ້ນ ໃນວັນທີ 21 ຕຸລາ 2026 ທີ່ ຫ້ອງປະຊຸມຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ ເລຂາຄະນະພັກຮາກຖານ ຫົວໜ້າຄະນະວິຊາຄະນະອັກສອນສາດ ພ້ອມດ້ວຍຄະນະພັກ, ຄູອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ງານປາຖະກະຖາຄັ້ງນີ້ຈັດຂຶ້ນເພື່ອສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາໄດ້ຮໍ່າຮຽນເອົາບົດຮຽນທີ່ດີເດັ່ນຂອງຄູປະຕິວັດ ອາວຸໂສ, ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກຕໍ່ການສຶກສາໃຫ້ເຂົ້າໃຈຢ່າງເລິກເຊິ່ງຖືກຕ້ອງ ແລະ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນພິທີສະເຫຼີມ-ສະຫຼອງ ມຊ ຄົບຮອບ 30 ປີ, ຄອສ ຄົບຮອບ 26 ປີ.
ໃນພິທີ ທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດບັນຍາຍ ໃນຫົວຂໍ້: “ການປັບຕົວດ້ານການສຶກສາຢູ່ໃນໄລຍະໃໝ່” ທ່ານໄດ້ກ່າວວ່າ ແມ່ນການຫັນປ່ຽນການສຶກສາລາວ ຈາກຮູບແບບດັ້ງເດີມໄປສູ່ການສຶກສາທີ່ທັນສະໄໝ, ມີຄຸນນະພາບ, ເທົ່າທຽມ ແລະ ສາມາດສ້າງຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ ເພື່ອເປັນກຳລັງຮັກໃນການພັດທະນາປະເທດຊາດຢ່າງຍືນຍົງ ໂດຍເນັ້ນໃສ່ ການຫັນເປັນດິຈິຕອນ ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນການຮຽນ-ການສອນ ແລະ ການຄຸ້ມຄອງບໍລິຫານການສຶກສາ ເພື່ອຂະຫຍາຍໂອກາດການຮຽນຮູ້ຢ່າງທົ່ວເຖິງ, ການພັດທະນາຫຼັກສູດ ແລະ ທັກສະ ປັບປຸງເນື້ອໃນການສຶກສາໃຫ້ເນັ້ນການປະຕິບັດຈິງ (STEM/STEAM) ແລະ ພັດທະນາທັກສະໃນສະຕະວັດທີ 21 ເຊັ່ນ: ການຄິດວິເຄາະ, ການແກ້ໄຂບັນຫາ ແລະ ທັກສະດ້ານພາສາ/ດິຈິຕອນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ການຍົກລະດັບຄຸນນະພາບຄູ ແລະ ບຸກຄະລາກອນ ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດຂອງຄູ-ອາຈານ ໃຫ້ມີຄວາມຮູ້, ທັກສະດ້ານການສອນແບບໃໝ່ ແລະ ທັນກັບການປ່ຽນແປງ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການຍົກລະດັບມາດຕະຖານການສຶກສາ ເພື່ອໃຫ້ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບບັນດາປະເທດໃນອາຊຽນ ແລະ ສາກົນ ຢ່າງມີປະສິດທິພາບ.
ໃນພິທີຍັງໄດ້ມີການມອບ-ຮັບ ຫຼຽນກາທີ່ລະນຶກ 50 ປີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ໃຫ້ແກ່ພະນັກງານ, ຄູ-ອາຈານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດ ຈຳນວນ 135 ຄົນ ລວມມີພະນັກງານບຳນານ ແລະ ພະນັກງານ, ຄູ-ອາຈານ ທີ່ປະຈຳການ ມອບໂດຍສະຫາຍ. ປອ. ນາງ ທອງມາລາ ໂພສີຄໍາ.
ໃນວັນທີ 21 ຕຸລາ 2026, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI), ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການ JICA ໄດ້ຈັດ "ງານພົບປະເພື່ອສົ່ງເສີມການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ" (Study in Japan Fair 2026) ຄັ້ງທີ 18 ປະຈໍາປີ 2026 ຂຶ້ນ. ໂດຍໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ເປີດງານຢ່າງເປັນທາງການໂດຍ ທ່ານ ນາງ ສຸກສາຄອນ ແສງສຸລິວົງ, ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ.
ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແສງສະເດັດ ບຸນລາວົງ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ; ທ່ານ ຈິກຸຊະ ເຊກິ (Chikusa Seki), ທີ່ປຶກສາໂຄງການ JICA ປະຈໍາສະຖາບັນ ລາວ-ຍີ່ປຸ່ນ; ທ່ານ ຍາຊຸນໂນບຸ ຊິບາຕະ (Yasunobu Shibata), ເລຂານຸການທີ 3 ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ; ທ່ານ ໂຍຊິຮິໂຣ ອິໂມໂຕະ (Yoshihiro Imoto), ຜູ້ຕາງໜ້າຈາກຫ້ອງການ JICA ປະຈໍາ ສປປ ລາວ. ພ້ອມດ້ວຍ ຜູ້ຕາງໜ້າຈາກ 5 ສະຖາບັນການສຶກສາ ແລະ ມະຫາວິທະຍາໄລຈາກປະເທດຍີ່ປຸ່ນ, ອົງການ JASSO, ສະມາຄົມອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ (JAOL), ຄະນະບໍດີ, ຄູ-ອາຈານ, ນັກສຶກສາ ແລະ ນັກຮຽນໂຮງຮຽນມັດທະຍົມສົມບູນ ທັງຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຟົດຟື້ນ.
ງານພົບປະໃນຄັ້ງນີ້ ຈັດຂຶ້ນໃນຮູບແບບປະສົມປະສານ (Hybrid) ທັງແບບເຊິ່ງໜ້າ (Onsite) ແລະ ແບບອອນລາຍ (Online) ເພື່ອແລກປ່ຽນບົດຮຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການໄປສຶກສາຕໍ່ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ. ພາຍໃນງານ ມີການແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ, ທຶນຈາກມະຫາວິທະຍາໄລຍີ່ປຸ່ນ, ການນໍາສະເໜີຂໍ້ມູນຈາກມະຫາວິທະຍາໄລຊັ້ນນໍາ ເຊັ່ນ: Asia University, Nagasaki University, Waseda Edu Japanese Language School (Oji School), Okayama University, Musashino University, ພ້ອມທັງການແລກປ່ຽນປະສົບການກົງຈາກອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາລາວໄດ້ມີຄວາມກຽມພ້ອມໃນການສະໝັກຮັບທຶນການສຶກສາໃນອະນາຄົດ.