ໃນວັນທີ 20 ຕຸລາ 2026, ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີພົບປະຫາລື ແລະ ລົງນາມໜັງສືເຈດຈຳນົງ (Letter of Intent - LOI) ວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນທາງດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການສູນສື່ສານທາງວັດທະນະທຳສາກົນຂອງມາເລເຊຍ (International Cultural Communication Center Malaysia ຫຼື ICCCM).
ເຂົ້າຮ່ວມໃນພິທີຄັ້ງນີ້ ຝ່າຍມະຫາວິທະຍາໄລແຫ່ງຊາດ ມີ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຮອງຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ພ້ອມດ້ວຍພະນັກງານ ແລະ ວິຊາການທີ່ກ່ຽວຂ້ອງ. ຝ່າຍອົງການ ICCCM ຕາງໜ້າໂດຍ Ms. Loo Hui Ann ,ຜູ້ອຳນວຍການບໍລິຫານ (Managing Director) ພ້ອມດ້ວຍຄະນະປະຕິບັດງານ.
ການພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ສຳຫຼວດທ່າແຮງຄວາມສາມາດໃນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການ ICCCM, ໂດຍສະເພາະການແລກປ່ຽນທາງດ້ານວິຊາການ, ການເຄື່ອນຍ້າຍນັກສຶກສາ, ການພັດທະນາຫຼັກສູດນານາຊາດ, ການສະໜອງທຶນການສຶກສາ, ການຈັດໂຄງການພັດທະນາຫຼັກສູດຮ່ວມກັນ (Joint Program), ການຝຶກອົບຮົມ, ຕະຫຼອດຮອດການແລກປ່ຽນພະນັກງານ, ຄູ-ອາຈານ ແລະ ຜູ້ບໍລິຫານ. ອົງການ ICCCM ເຊິ່ງເຮັດໜ້າທີ່ເປັນກອງເລຂາຂອງສະມາຄົມການສຶກສາລະຫວ່າງປະເທດ (International Transnational Education Association ຫຼື ITEA) ພາຍໃຕ້ການລິເລີ່ມຂອງລັດຖະບານ ສປ ຈີນ, ໄດ້ສະເໜີໂຄງການ ແລະ ໂອກາດດ້ານການສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິຊາການຢູ່ສະຖານການສຶກສາຊັ້ນສູງໃຫ້ມີຄວາມຍືນຍົງ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນລົງນາມໃນໜັງສືເຈດຈຳນົງ (LOI) ເພື່ອຢັ້ງຢືນການຮ່ວມມືໃນອະນາຄົດ, ໂດຍກຳນົດຂອບເຂດການຮ່ວມມືສຳຄັນ 9 ດ້ານ ດັ່ງນີ້:
1. ການເຂົ້າຮ່ວມໂຄງການ "International People-to-People Exchange Friendship Institute".
2. ການຮ່ວມມືຈັດໂຄງການຝຶກອົບຮົມໄລຍະສັ້ນ, ການແລກປ່ຽນໜ່ວຍກິດນັກສຶກສາ ແລະ ການສົ່ງເສີມນັກສຶກສາເຂົ້າຮ່ວມການແຂ່ງຂັນລະດັບສາກົນ.
3. ການຈັດກິດຈະກຳຝຶກອົບຮົມຄູ-ອາຈານ ແລະ ການທັດສະນະສຶກສາ ເພື່ອຍົກລະດັບຄຸນວຸດທິທາງດ້ານວິຊາການ.
4. ການຮ່ວມມືດຳເນີນການຈັດການຮຽນ-ການສອນ ແລະ ການສ້າງບຸກຄະລາກອນ.
5. ການສົ່ງເສີມການຝຶກອົບຮົມ "ພາສາຈີນ + ທັກສະວິຊາຊີບ" (Chinese Language Plus Vocational
Skills) ແລະ ການເຜີຍແຜ່ມາດຕະຖານການສຶກສາອາຊີວະສຶກສາຂອງຈີນ.
6. ການນຳເຂົ້າ ແລະ ແລກປ່ຽນຊັບພະຍາກອນຫຼັກສູດການສຶກສາທີ່ມີຄຸນນະພາບ.
7. ການຮ່ວມກັນຈັດກອງປະຊຸມ ຫຼື ກິດຈະກຳລະດັບສາກົນ.
8. ການສ້າງໂຄງການ ຫຼື ສະຖາບັນການສຶກສາຮ່ວມມືລະຫວ່າງປະເທດ.
9. ການນຳໃຊ້ເວທີການຮຽນຮູ້ ITEA (ITEA Learning Platform) ເພື່ອແບ່ງປັນຊັບພະຍາກອນ ແລະ ເນື້ອໃນຫຼັກສູດ.
ການລົງນາມໃນໜັງສືເຈດຈຳນົງຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສ້າງພັນທະມິດທາງດ້ານການສຶກສາໄລຍະຍາວ, ເຊິ່ງຈະຊ່ວຍສົ່ງເສີມການພັດທະນາວຽກງານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ພ້ອມທັງເປີດໂອກາດໃຫ້ມະຫາວິທະຍາໄລແຫ່ງຊາດ ເຂົ້າເປັນສະມາຊິກຂອງ ITEA ເພື່ອເຂົ້າຮ່ວມໂຄງການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະເທດຢ່າງກວ້າງຂວາງ.
ກອງປະຊຸມສຳມະນາການສຶກສາ ການພັດທະນາຕະຫຼາດທີ່ດິນ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ປອ. ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານນັກຄົ້ນຄວ້າ, ນັກວິຊາການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຮສ. ວາດສະໜາ ຈັນທະນາສິນ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມເຊິ່້ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງການຄົ້ນຄວ້າແບບສົມທຽບທີ່ອີງໃສ່ຫຼັກຖານ ໃນການຊຸກຍູ້ ຫຼື ປືຶກສາຫາລືດ້ານນະໂຍບາຍທີ່ດິນ ເຊິ່ງຜົນຂອງການຄົ້ນຄວ້າບໍ່ພຽງແຕ່ມີຄວາມໝາຍຕໍ່ ສປປ ລາວ ເທົ່ານັ້ນ, ແຕ່ເປັນໝາກຜົນຂອງການຄົ້ນຄວ້າທີ່ສຳຄັນຕໍ່ກັບບັນດາປະເທດໃນພາກພື້ນອາຊີ ເຊັ່ນ: ຫວຽດນາມ ແລະ ກຳປູເຈຍ ທີ່ເມື່ອເວົ້າເຖິງການພັດທະນາທີ່ດິນ ກໍຖືເປັນວຽກງານສຳຄັນໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງແຕ່ລະເທດ, ສະນັ້ນ ການຈັດກອງປະຊຸມໃນນີ້ ຈື່ງເປັນຂີດໝາຍທີ່ສຳຄັນທີ່ມະຫາວິທະຍາໄລແຫ່ງຊາດ ເວົ້າລວມ ເວົ້າສະເພາະ ກໍຄືຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ມີສ່ວນຮ່ວມສຶກສາຄົ້ນຄວ້າໃນຄັ້ງນີ້ອີກດ້ວຍ.
ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນເວທີໃນການປຶກສາຫາລືການພັດທະນາຕະຫຼາດທີ່ດິນ, ເພື່ອນຳສະເໜີວິທີ ແລະ ຜົນການຄົ້ນຄວ້າການພັດທະນາຕະຫຼາດທີ່ດິນຮ່ວມກັບ 3 ປະກອບມີ: ລາວ, ຫວຽດນາມ, ກຳປູເຈຍ ເພື່ຶອສຶກສາກ່ຽວກັບຂໍ້ສະເໜີ ແລະ ການມີສ່ວນຮ່ວມຂອງຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາທີ່ດິນ. ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນຂອງການສຶກສາການພັດທະນາທີ່ດິນ ເຊິ່ງນຳສະເໜີໂດຍ ທ່ານ Dinh Tuan Minh, ຈາກສູນແນວທາງການແກ້ໄຂບັນຫາທາງສັງຄົມ ແລະ ເສດຖະກິດ ໂດຍອາໄສກົນໄກການຕະຫຼາດ (MASSEI) ປະເທດຫວຽດນາມ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນຂອງການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ສປປ ລາວ ຢູ່ໃນຊ່ວງຂອງການພັດທະນາພື້ນຖານໂຄງລ່າງ ໂດຍມີການສ້າງລະບົບ ໃນການເກັບກຳຂໍ້ມູນທີ່ດິນແບບຕິຈິຕອລ ທີ່ສາມາດນຳໃຊ້ໄດ້ຢ່າງສະດວກ ວ່ອງໄວ ຊັດເຈນ ຄຽງຄູ່ກັບການພັດທະນາຊຸມເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ; ກໍລະສຶກສາຈາກປະເທດກຳປູເຈຍ ໃນການພັດທະນາຕະຫຼາດທີ່ດິນ ນຳສະເໜີໂດຍ ທ່ານ ຮສ. ປອ. ວິລິຍະສັກ ສີສຸພັນທອງ ນັກຄົ້ນຄວ້າ ຈາກຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ເວທີສົນທະນາແລກປ່ຽນຄຳເຫັນກັນໃນຫົວຂໍ້ດັ່ງກ່າວ.
ໃນລະຫວ່າງວັນທີ 15-16 ຕຸລາ 2026 ນີ້, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຝຶກອົບຮົມວຽກງານກວດກາໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາ ພາຍໃນ ມຊ ຂຶ້ນທີ່ຫ້ອງປະຊຸມຂອງຄະນະເສດຖະສາດ ແລະບໍລິຫານທຸລະກິດ ໂດຍການເປັນປະທານຂອງ ສະຫາຍ ອຈ. ທອງສຸກ ແກ້ວມະນີ ຄະນະພັກກະຊວງສຶກສາທິການ ແລະ ກີລາ, ປະທານກວດກາພັກ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມທັງໄດ້ຮັບກຽດການບັນຍາຍຈາກ ສະຫາຍ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ, ສະຫາຍ ກໍລະກັນ ສິງອຸດົມ ຫົວໜ້າກົມຕິດຕາມ, ກວດກາການປະຕິບັດຜົນຂອງການກວດກາຄະນະສູນກາງພັກ, ສະຫາຍ ພັນມະຫາ ສິລິພົມເດດ ຫົວໜ້າພະແນກ ກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ, ເຂົ້າຮ່ວມມີບັນດາສະຫາຍປະທານກວດກາພັກຮາກຖານ, ຮອງປະທານກວດກາພັກຮາກຖານ, ຜູ້ກວດກາໜ່ວຍພັກ, ຄະນະຫ້ອງການ ແລະ ສະມາຊິກ ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ມຊ ລວມທັງໝົດ 103 ທ່ານ.
ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2026 ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານກວດກາພາຍໃນ. ທັງນີ້ ກໍເພື່ອຕິດຕາມ ແລະ ກວດກາການເຄື່ອນໄຫວ, ການຄຸ້ມຄອງ, ການບໍລິຫານ ໃຫ້ສອດຄ່ອງກັບກົດລະບຽບພັກ, ກົດໝາຍ ແລະ ນິຕິກຳຕ່າງໆ ຢ່າງເຂັ້ມງວດ. ນອກຈາກນີ້, ຍັງເປັນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງຜັນຂະຫຍາຍແຜນພັດທະນາຍຸດທະສາດການສຶກສາຂອງ ມຊ ໃຫ້ມີການປັບປຸງດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ການອົບຮົມໄດ້ເນັ້ນໃສ່ການເພີ່ມພູນຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການນຳໃຊ້ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກວດກາລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ວຽກງານການຈັດຕັ້ງ-ບຳລຸງພະນັກງານ ເພື່ອນຳໄປໃຊ້ເຂົ້າໃນວຽກງານຕົວຈິງ. ເຊິ່ງປະກອບມີເນື້ອໃນສຳຄັນ 6 ຫົວຂໍ້ຫຼັກຄື 1. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ, 2.ວຽກງານຕິດຕາມກວດກາພັກ, 3. ລະບຽບວິໄນ ແລະ ການກວດກາການລົງວິໄນພັກ, 4. ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາລັດ, 5.ວຽກງານຄົ້ນຄວ້າ, ເກັບກຳ, ແກ້ໄຂ ຄຳຮ້ອງຟ້ອງ, ຮ້ອງທຸກ ແລະ ຄຳສະເໜີ ແລະ 6. ການແກ້ໄຂຜົນຂອງວຽກງານກວດກາ ແລະ ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດຜົນການກວດກາ.
ໃນໂອກາດກ່າວເປີດພິທີ, ສະຫາຍ ອຈ. ທອງສຸກ ແກ້ວມະນີ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ຄະນະຮັບຜິດຊອບ ແລະ ທີມງານວິທະຍາກອນ ທີ່ໄດ້ສະຫຼະເວລາມາຖ່າຍທອດຄວາມຮູ້. ທ່ານໄດ້ເນັ້ນຢ້ຳວ່າ: "ວຽກງານກວດກາ ເປັນວຽກງານທີ່ມີຄວາມໝາຍ-ຄວາມສຳຄັນຍິ່ງ ໃນການຂັບເຄື່ອນວຽກງານທຸກດ້ານໃຫ້ມີໝາກຜົນ ແລະຖືກຕ້ອງຕາມລະບຽບກົດໝາຍ. ຫວັງຢ່າງຍິ່ງວ່າການຝຶກອົບຮົມຄັ້ງນີ້ ຈະເຮັດໃຫ້ວຽກງານກວດກາຂອງ ມຊ ມີຄວາມເປັນເອກະພາບກັນ. ຈຶ່ງຂໍຮຽກຮ້ອງໃຫ້ສຳມະນາກອນທຸກສະຫາຍ ຕັ້ງໃຈຄົ້ນຄວ້າ, ແລກປ່ຽນກັບວິທະຍາກອນຢ່າງກົງໄປກົງມາ, ເຂົ້າຮ່ວມຢ່າງສຸດກົກສຸດປາຍ ແລະ ທີ່ສຳຄັນແມ່ນຕ້ອງມີຄວາມກ້າຫານ, ມີຄວາມກ້າທີ່ຈະເຮັດວຽກງານກວດກາ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ປະສິດທິພາບສູງສຸດ".
ການຝຶກອົບຮົມຄັ້ງນີ້ ແມ່ນດໍາເນີນເປັນເວລາ 2 ວັນເຕັມ ເຊິ່ງຕະຫຼອດໄລຍະການຝຶກອົບຮົມແມ່ນໄດ້ມີການ ຖາມ-ຕອບ ສົນທະນາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ເພື່ອໃຫ້ມີຄວາມເຂົ້າໃຈວຽກງານກວດກາຢ່າງເລິກເຊິ່ງ ແລະສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ໃນພາກສ່ວນຂອງຕົນເອງໄດ້.
ໃນຕອນບ່າຍວັນທີ ວັນທີ 14 ຕຸລາ 2026 ນີ້, ພາກວິຊາຈິດຕະວິທະຍາການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສະເຫຼີມ-ສະຫຼອງວັນສຸຂະພາບຈິດໂລກ (World Mental Health Day) ຄົບຮອບ 34 ປີ (10 ຕຸລາ 1992-10 ຕຸລາ 2026) ຢ່າງເປັນທາງການ ຢູ່ທີ່ເດີ່ນຂ້າງຫຍ້າຂ້າງສູນອາຫານ ມຊ. ໂດຍການເປັນປະທ່ານກ່າວເປີດຂອງທ່ານ ອຈ. ອານຸໄທ ສຸວັນດອນ ຮອງຫົວໜ້າຄະນະວິຊາ ຄະນະສຶກສາສາດ ມຊ, ພ້ອມດ້ວຍ ທ່ານ ປອ. ສີສະອາດ ໂສມມະລັດ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດສັງຄົມ, ທ່ານ ຈິດຕະກອນ ອິນສີຊຽງໃໝ່ ຮອງຫົວໜ້າພາກວິຊາ ຈິດຕະວິທະຍາການສຶກສາ ຄະນະສຶກສາສາດ, ພ້ອມທັງຄະນະນໍາ, ຄູ-ອາຈານ, ຕົວແທນຈາກອົງການຈັດຕັ້ງສັງຄົມ, ຜູ້ສະໜັບສະໜູນ ແລະ ນ້ອງນັກຮຽນ-ນັກສຶກສາເຂົ້າຮ່ວມ.
ການຈັດງານສະເຫຼີມ-ສະຫຼອງວັນສຸຂະພາບຈິດໂລກ ປີ 2026 ນີ້ ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ "ຮັບຟັງປະສົບການຕົວຈິງ: ສຽງທີ່ແທ້ຈິງ, ນໍາໄປການປ່ຽນແປງທີ່ແທ້ຈິງ" (Lived Experiences Heard: Real Voices, Real Change) ເຊິ່ງມີຈຸດປະສົງສໍາຄັນຄື: ເພື່ອສະເຫຼີມສະຫຼອງວັນສຸຂະພາບຈິດໂລກ ຄົບຮອບ 34 ປີ, ເພື່ອປະຕິບັດ ແລະ ຜົນຂະຫຍາຍແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 5 ປີ ຄັ້ງທີ III (2026-2030) ແລະຜົນຂະຫຍາຍຂໍ້ຕົກລົງ ສະບັບເລກທີ 5588/ສສກ, ລົງວັນທີ 31 ສິງຫາ 2026 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ແຜນດໍາເນີນງານ ເພື່ອຄວາມສະເໝີພາບຍິງ-ຊາຍ, ວຽກງານແມ່ ແລະເດັກ ໃນຂະແໜງການສຶກສາ, ວິທະຍາສາດ ແລະກິລາ 5 ປີ ຄັ້ງທີ V (2026-2030), ເພື່ອໂຄສະນາເຜີຍແຜ່, ສ້າງຄວາມຮັບຮູ້ ແລະແກ້ໄຂບັນຫາສຸຂະພາບຈິດໃຫ້ແກ່ນັກສຶກສາ, ຄູ-ອາຈານ, ນັກຮຽນ ແລະປະຊາຊົນບັນດາເຜົ່າ, ເພື່ອລະດົມທຶນສະໜັບສະໜູນການສຶກສາດ້ານສຸຂະພາບຈິດ (Mental Health Education) ໃນໂຮງຮຽນ ແລະເຂດຊຸມຊົນ, ເພື່ອສ້າງກິດຈະກໍາທີ່ສາມາດນໍາມາປັບໃຊ້ໃນໂຮງຮຽນ ແລະສ້າງເຄືອຂ່າຍຄວາມຮ່ວມມືດ້ານສຸຂະພາບຈິດ ລະຫວ່າງ ມຊ, ໂຮງຮຽນ, ຊຸມຊົນ, ພາກລັດ, ອົງການຈັດຕັ້ງ ແລະພາກເອກະຊົນ.
ພາຍໃນງານມີກິດຈະກໍາທີ່ຫຼາກຫຼາຍ ແລະອຸດົມສົມບູນ ເຊັ່ນ: ການສະເໜີປະຫວັດຄວາມເປັນມາຂອງວັນສຸຂະພາບຈິດໂລກ, ການມອບໃບຍ້ອງຍໍ ແລະໃບຂອບໃຈໃຫ້ແກ່ຜູ້ສະໜັບສະໜູນ, ການບັນຍາຍພິເສດໃນຫົວຂໍ້ "ຮັກສາໃຈ, ເຂົ້າໃຈກັນ ໃນຍຸກທີ່ໂລກໝູນໄວ" ໂດຍ ຜູ້ມີປະສົບການ, ຮັບຊົມການສະແດງລະຄອນ "ສິ່ງນ້ອຍໆທີ່ເອີ້ນວ່າ ຄວາມເຂົ້າໃຈ" ຈາກອາສາສະໝັກ, ກິດຈະກໍາຖາມ-ຕອບ ແຈກຂອງລາງວັນ ແລະດົນຕີບໍາບັດ (Music Therapy & Acoustic Session) ເພື່ອຜ່ອນຄາຍຄວາມເຄັ່ງຕຶງ.
ນອກຈາກນັ້ນ, ໃນງານຍັງໄດ້ຮັບການອຸດໜູນ ແລະສະໜັບສະໜູນຢ່າງອົບອຸ່ນຈາກບັນດາບໍລິສັດ, ໂຮງຮຽນ, ຫ້າງຮ້ານ ແລະອົງການຈັດຕັ້ງຕ່າງໆ ເຊັ່ນ: ບໍລິສັດ ADS, ບໍລິສັດ ຫວຍອິນຊີ, ບໍລິສັດ ໂຄຄາ-ໂຄລາ, ໂຮງຮຽນ ພາທອງ, ໂຮງຮຽນ ADS, ເຮືອນພັກຄຸນຊັບ, ທະນາຄານ ພັດທະນາລາວ, ໂຮງຮຽນ ວຽງສະຫວັນ 2, ອົງການ AHF ແລະພາກສ່ວນອື່ນໆ ທີ່ໄດ້ຮ່ວມບໍລິຈາກ ແລະສະໜັບສະໜູນທຶນຮອນ ເພື່ອໃຫ້ງານຄັ້ງນີ້ສໍາເລັດລົງໄດ້ດ້ວຍດີ.
ໃນວັນທີ 15 ຕຸລາ 2026 ທີ່ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະມາຄົມໂນໂອໂນມີໂລກ (ປະເທດລັດເຊຍ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ທີ່ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຈ. ເຊີເກດີ ບອດຣູນອບ ປະທານສະມາຄົມໂນໂອໂນມີໂລກ (ສະຫະພັນລັດເຊຍ), ທ່ານ ປອ. ສຸພາວະດີ ຫຼ້າຄຳສາຍ ຮອງປະທານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ. ນາງ ແກ້ວວີວອນ ອຸດທະຈັກ ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍບັນດາທ່ານນັກຄົ້ນຄວ້າ, ອາຈານຈາກມະຫາວິທະຍາໄລແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ນັກວິທະຍາສາດ ແລະ ນັກສຶກເຂົ້າຮ່ວມ.
ກອງປະຊຸມສຳມະນາຄັ້ງນີ້ ໄດ້ດຳເນີນແບບເຊິ່ງໜ້າ - ອອນລາຍ ປະກອບມີການບັນຍາຍຫຼັກ, ການນຳສະເໜີບົດຄົ້ນຄວ້າຕາມຫົວຂໍ້ສະເພາະ ແລະ ການສົນທະນາແລກປ່ຽນຄຳຄິດເຫັນ ເຊິ່ງໄດ້ແບ່ງອອກເປັນ 2 ວາລະຍ່ອຍສະເພາະດ້ານຄື: ວາລະທີ 1 ໃນຫົວຂໍ້ ການຫັນປ່ຽນຈາກຈຸດເຊື່ອມຕໍ່ແຍກສູ່ແລວທາງແຫ່ງຄວາມຮູ້ ໂດຍຜັນຂະຫຍາຍແລວທາງການຂົນສົ່ງ ແລະ ເສດຖະກິດ ໃຫ້ກາຍເປັນແນວທາງດ້ານວິທະຍາສາດ, ນະວັດຕະກຳ ແລະ ພະລັງງານທາງປັນຍາ; ແລະ ວາລະທີ 2 ໃນຫົວຂໍ້ ທ່າແຮງບົ່ມຊ້ອນຂອງມະນຸດ, ການສຶກສາ, ແລະ ການຫັນເປັນດີຈີຕອນ ໂດຍການເຊື່ອມໂຍງການປ່ຽນແປງທາງເຕັກໂນໂລຍີ ເຂົ້າກັບການສ້າງຊັບພະຍາກອນມະນຸດ, ການນຳໃຊ້ AI ຢ່າງມີຈັນຍາບັນ ແລະ ການສ້າງຄວາມເຂັ້ມແຂງທາງເສດຖະກິດ.
ທິດສະດີ ໂນໂອໂນມິ (Theory of Noonomy) ໄດ້ຮັບການລິເລີ່ມ ແລະ ພັດທະນາໂດຍທ່ານ ສຈ. ເຊີເກ ດີ. ບອດຣູນອບ (Prof. Sergey D. Bodrunov) ເຊິ່ງໄດ້ຊີ້ໃຫ້ເຫັນວິວັດທະນາການໄປສູ່ລະບົບເສດຖະກິດ ທີ່ຂັບເຄື່ອນດ້ວຍອົງຄວາມຮູ້ແບບເຂັ້ມຂຸ້ນ (knowledge-intensive) ແລະ ຫຼຸດພົ້ນຈາກການຊົມໃຊ້ເກີນຄວາມຈຳເປັນ ໂດຍນໍາໃຊ້ເຕັກໂນໂລຊີຂັ້ນສູງ, ລະບົບອັດຕະໂນມັດ ແລະ ປັນຍາປະດິດ ປະສົມປະສານ (hybrid intelligence) ເພື່ອຮັບໃຊ້ຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ແລະ ສັງຄົມ, ພ້ອມທັງຫັນປ່ຽນຈຸດສຸມ ຈາກການສະສົມທຶນ ໄປສູ່ການພັດທະນາທ່າແຮງບົ່ມຊ້ອນຂອງມະນຸດ.
ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະວິທະຍາສາດປ່າໄມ້ (ຄປມ) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຈ. ປອ. ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້ ແລະ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ໂດຍການເຂົ້າຮ່ວມຈາກຫລາຍພາກສ່ວນ ເປັນຕົ້ນ ຜູ້ຕາງໜ້າຈາກສະພາວິທະຍາສາດແຫ່ງຊາດ, ຄູ່ຮ່ວມງານສາກົນ ACIAR, ອົງການ GIZ, WCS, ສະຖາບັນ ບັນດິດວິທະຍາສາດ ສປ ຈີນ (CAS), ຄູ-ອາຈານ, ນັກຄົ້ນຄວ້າ, ນັກວິຊາການ ແລະ ນັກສຶກສາ ເປັນຈຳນວນທັງຫມົດ 200 ກວ່າຄົນ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງທິດທາງນະໂຍບາຍຂອງລັດຖະບານ ແລະ ຜົນຂອງການສຶກສາຄົ້ນຄວ້າວິທະຍາສາດໃນຂົງເຂດວຽກງານປ່າໄມ້ ເຊິ່ງນຳສະເໜີໂດຍ ຜູ້ຊົງຄຸນວຸດທິຈາກຫຼາຍພາກສ່ວນ ເປັນຕົ້ນ: ທ່ານ ປອ. ອຸປະກອນ ອາລຸນສະຫວັດ (ອະດີດຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້) ແລະ ຫົວໜ້າຫ້ອງການສະພາວິທະຍາສາດ, ກະຊວງສຶກສາທິການ ແລ ກິລາ. ກອງປະຊຸມດັ່ງກ່າວນີ້ ໄດ້ເປັນເວທີອັນສໍາຄັນໃນການແລກແປງຜົນງານການຄົ້ນຄວ້າວິທະຍາສາດ ທີ່ຕິດພັນຂົງເຂດການອະນຸລັກປົກປັກຮັກສາປ່າໄມ້ ແລະ ຄຸ້ມຄອງຊີວະນາໆພັນ ໃນທຸກຂົງເຂດ.
ໃນໂອກາດນີ້ທ່ານ ສຈ. ປອ. ສີທອງ ທອງມະນີວົງ ກໍໄດ້ກ່າວໃນທີ່ປະຊຸມວ່າ: ສປປ ລາວ ຂອງພວກເຮົາ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນ ແລະ ຫຼາກຫຼາຍທາງດ້ານຊີວະນາໆພັນສູງທີ່ສຸດໃນພາກພື້ນອິນດູຈີນ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາກໍກຳລັງປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ການສູນເສຍຖິ່ນທີ່ຢູ່ອາໄສຂອງສັດປ່າ, ໄຟໄໝ້ລາມປ່າ ແລະ ຄວາມກົດດັນຈາກການພັດທະນາເສດຖະກິດ-ສັງຄົມ ແລະ ກອງປະຊຸມໃນຄັ້ງນີ້ແມ່ນກາຍເປັນເວທີແລກປ່ຽນສຳຄັນ ແລະ ເຊື່ອມຕໍ່ກັບການຮ່ວມມືທາາງວິຊາການລະດັບສາກົນ ເຊັ່ນ: ປະເທດອົດສະຕຣາລີ ໂດຍຜ່ານໂຄງການ ACIAR, ການຄົ້ນຄວ້າຮ່ວມກັບ ສະຖາບັນ ບັນດິດວິທະຍາສາດ ສປ ຈີນ (CAS) ເຊິ່ງຈະສະແດງໃຫ້ເຫັນເຖິງການຄົ້ນພົບຊະນິດພັນພືດໃໝ່ໆໃນຫຼາຍເຂດ (ເຊັ່ນ: ຫີນປູນ). ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນ ແລະ ຄວາມພະຍາຍາມຂອງຄະນະວິທະຍາສາດປ່າໄມ້ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ພ້ອມທັງເປີດໂອກາດໃຫ້ຄົນຮຸ່ນໃໝ່ ໂດຍສະເພາະແມ່ນນັກສຶກສາໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໄດ້ນຳສະເໜີແນວຄວາມຄິດໃໝ່ໆ ດ້ານການຄົ້ນຄວ້າວິທະຍາສາດປ່າໄມ້ຢູ່ ສປປ ລາວ.
ນອກນັ້ນ, ໃນທີ່ປະຊຸມຍັງໄດ້ແຍກຫ້ອງນຳສະເໜີຜົນງານການຄົ້ນຄວ້າວິທະຍາສາດປ່າໄມ້ອອກເປັນ 43 ຫົວຂໍ້ຍ່ອຍເຊິ່ງແບ່ງອອກເປັນ 2 ພາກຄື: 1. ພາກຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ຄວາມຍືນຍົງ: ສຸມໃສ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການສ້າງນະວັດຕະກຳປ່າໄມ້.; 2. ພາກນຳສະເໜີ ແລະ ແລກປ່ຽນແນວຄວາມຄິດຂອງການຄົ້ນຄວ້າວິທະຍາສາດ: ຜົນງານການສຶກສາຄົ້ນຄວ້າຈາກນັກຄົ້ນຄວ້າ, ນັກສຶກສາລະດັບປະລິນຍາໂທ ແລະ ເອກ ແລະ ພາກສ່ວນທີ່ກ່ຽວຂ້ອງ.