ສະຖາບັນຂົງຈື ມຊ ຈັດການສອບເສັງຄັດເລືອກນັກສຶກສາເຂົ້າຮຽນສາຂາຄູພາສາຈີນ
ໃນວັນທີ 19 ສິງຫາ 2022 ນີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສາຂາຄູພາສາຈີນ ປະຈໍາສົກສຶກສາ 2022-2023 ຂຶ້ນທີ່ສະຖາບັນຂອງຕົນ. ໃຫ້ກຽດເຂົ້າຮ່ວມຕິດຕາມໂດຍທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີທ່ານ ສຈ. ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີຜູ້ອໍນວຍການສະຖາບັນຂົງຈືຝ່າຍລາວ ແລະຝ່າຍຈີນ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າຈາກກົມສ້າງຄູກະຊວງສຶກສາທິການ ແລະກີລາ, ມີບັນດາຄະນະກໍາມະການ ແລະພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.