ຄນລ ມຊ ຮ່ວມກັບ ຄລນ ມະຫາວິທະຍາໄລມະຫາສາລະຄາມ ລົງນາມຮ່ວມມືດ້ານວິຊາການ
ພິທີເຊັນສັນຍາການຮ່ວມມື (MoA) ທາງວິຊາການ ລະຫວ່າງ ຄະນະນິຕິສາດ ແລະລັດຖະສາດ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະຄະນະນິຕິສາດ ມະຫາວິທະຍາໄລມະຫາສາລະຄາມ ຣາຊະອານາຈັກໄທ ໄດ້ຈັດຕັ້ງຂຶ້ນໃນຮູບແບບການລົງນາມຜ່ານທາງອອນລາຍ (Google Meet) ໃນວັນທີ 30 ມີນາ 2022; ທີ່ຫ້ອງປະຊຸມ ຂອງຄະນະນິຕິສາດ ແລະລັດຖະສາດ ມຊ, ຝ່າຍ ມຊ ມີທ່ານ ຮສ. ປອ ອຸດົມ ພອນຄໍາເພັງ ຮັກສາການອະທິການບໍດີ ມຊ, ທ່ານ ຮສ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ, ບັນດາທ່ານຮອງຄະນະບໍດີ; ຝ່າຍໄທ ມີທ່ານ ດຣ. ປຣະຍຸກ ສີວິໄລ (Assoc.Prof. Dr. Prayook Srivilai) ອະທິການບໍດີ ມະຫາວິທະຍາໄລ ມະຫາສາລະຄາມ, ທ່ານຜູ້ຊ່ວຍສາດສະດາຈານ ພົງພັນ ບຸພະເກ (Asst. Prof. Pongpan Bupake) ຄະນະບໍດີ ຄະນະນິຕິສາດ ມະຫາວິທະຍາໄລມະຫາສາລະຄາມ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມທັງໝົດ 39 ທ່ານ.